ຈີນໂຈະການນຳເຂົ້າໝາກມັງກອນຈາກຫວຽດນາມ ເພາະພົບເຊື້ອໂຄວິດໃນກ່ອງໝາກໄມ້


ຈີນເຂັ້ມງວດໂຄວິດ-19 ຫລ້າສຸດໂຈະນຳເຂົ້າໝາກມັງກອນຈາກຫວຽດນາມ 1 ອາທິດ ເພາະພົບເຊື້ອຕິດຢູ່ໃນກ່ອງບັນຈຸໝາກໄມ້.
ວັນທີ 17 ກັນຍາ 2021, ເວັບໄຊ Bloomberg ລາຍງານວ່າ: ກະຊວງການຄ້າຂອງຫວຽດນາມອອກມາຢືນຢັນວ່າ: ທາງການຈີນອອກຄຳສັ່ງໂຈະການນຳເຂົ້າໝາກມັງກອນຈາກຫວຽດນາມ ໂດຍມີຜົນແຕ່ວັນທີ 15 ກັນຍາ ເປັນເວລາ 1 ອາທິດ ໂດຍທາງການຈີນອ້າງເຫດຜົນໂຈະການນຳເຂົ້າວ່າ: ເປັນເພາະກວດພົບເຊື້ອໂຄວິດ-19 ຢູ່ກ່ອງເຈ້ຍບັນຈຸໝາກມັງກອນທີ່ຂົນສົ່ງມາຈາກແຂວງກວາງນິມ ທາງຕອນເໜືອຂອງຫວຽດນາມ.
ເຖິງຢ່າງໃດກໍຕາມ, ເລຂາທິການສະມາຄົມຜັກ ແລະ ໝາກໄມ້ຫວຽດນາມ ລະບຸວ່າ: ກໍລະນີດັ່ງກ່າວເກີດຂຶ້ນໄດ້ຍາກ ເນື່ອງຈາກກຳມະກອນໃນໂຮງງານໝາກໄມ້ຜ່ານການກວດພະຍາດໂຄວິດ-19 ເປັນປະຈຳ, ໄດ້ຮັບວັກຊີນແລ້ວ ແລະ ຖືກຈຳກັດພື້ນທີ່ໃຫ້ອາໄສຢູ່ໃນໂຮງງານ ເພື່ອຫລຸດຄວາມສ່ຽງການຕິດເຊື້ອ.
ເຖິງວ່າອົງການອະນາໄມໂລກຈະລະບຸວ່າ: ບໍ່ມີຫລັກຖານແນ່ນອນເຖິງການຕິດເຊື້ອໂຄວິດຈາກບັນຈຸພັນ ຫລື ອາຫານ, ແຕ່ຜ່ານມາ ຈີນເຄີຍມີມາດຕະການເຂັ້ມງວດຕໍ່ອາຫານນຳເຂົ້າ ໂດຍສະເພາະຊີ້ນສັດ ແລະ ອາຫານແຊ່ແຂງ ເນື່ອງຈາກມີຄວາມກັງວົນອາຫານນຳເຂົ້າເຫລົ່ານີ້ອາດມີເຊື້ອໂຄວິດ-19 ຈາກປະເທດຕົ້ນທາງປົນມານຳ.
ການໂຈະນຳເຂົ້າໝາກມັງກອນຈະເປັນໄລຍະສັ້ນພຽງ 1 ອາທິດ, ແຕ່ສົ່ງຜົນກະທົບໂດຍກົງຕໍ່ອຸດສາຫະກຳໝາກໄມ້ຂອງຫວຽດນາມ ເນື່ອງຈາກຫວຽດນາມສົ່ງອອກໝາກມັງກອນໄປຈີນສູງເຖິງ 80% ຂອງຈຳນວນທີ່ສົ່ງອອກທັງໝົດ ໂດຍມີມູນຄ່າສູງເຖິງ 1 ພັນລ້ານໂດລາຕໍ່ປີ.
ໃນຕອນນີ້ຈີນກຳລັງຜະເຊີນການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ໂດຍພົບຜູ້ຕິດເຊື້ອໂຄວິດ-19 ໃນມົນທົນຝູຈ້ຽນແລ້ວບໍ່ຕໍ່າກວ່າ 200 ຄົນ ນັບແຕ່ວັນທີ 10 ກັນຍາຜ່ານມາ, ຄາດວ່າຈຸດເລີ່ມຕົ້ນການແຜ່ລະບາດມາຈາກຜູ້ຊາຍຄົນໜຶ່ງທີ່ເດີນທາງມາຈາກສິງກະໂປ.
ອ້າງອີງ: