ພະແນກການເງິນ ແຂວງໄຊສົມບູນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນອາທິດຜ່ານມານີ້, ກະຊວງການເງິນຮ່ວມກັບພະແນກການເງິນແຂວງໄຊສົມບູນ, ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂະແໜງສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດປະຈຳແຂວງຂຶ້ນທີ່ຫ້ອງປະ ຊຸມພະແນກດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ທອງປະເສີດ ໄຊຍະລາດ ຫົວໜ້າພະແນກການເງິນແຂວງໄຊສົມບູນ, ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ-ລັດແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ທອງປະເສີດ ໄຊຍະລາດ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2021 ຕິດພັນກັບດໍາລັດ 414/ລບ, ໄລຍະ 8 ເດືອນ, ຄາດຄະເນ 4 ເດືອນ ແລະ ຄາດຄະເນໝົດປີ. ຈາກນັ້ນ, ຕາງໜ້າຈາກກົມສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດໄດ້ຂຶ້ນປະກອບຄຳເຫັນແລກປ່ຽນບົດຮຽນທາງດ້ານວິຊາການຕໍ່ກັບບົດລາຍງານ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.
ໂອກາດນີ້,ທ່ານ ປອ ພູທະນູເພັດ ໄຊສົມບັດ ໄດ້ຮຽກຮ້ອງມາຍັງພະນັກງານລັດຖະກອນພາຍໃນ 2 ຂະແໜງການດັ່ງກ່າວຈົ່ງເອົາໃຈໃສ່ນໍາໃຊ້ສິດຂອງຕົນເຂົ້າໃນການຄົ້ນຄວ້າ, ທາບທາມ ແລະ ໃຫ້ຄະແນນໂດຍອີງຕາມມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ຕາມລະບຽບການເພື່ອກໍານົດເອົາເປົ້າໝາຍພະນັກງານນໍາພາ-ຄຸ້ມຄອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດເພື່ອສາມາດນໍາພາວຽກງານການເມືອງຂອງພັກ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ໂດຍສະເພາະແມ່ນວຽກງານສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດປະຈຳແຂວງ ເພື່ອພ້ອມກັນນໍາພາຈັດຕັ້ງປະຕິບັດງົບປະມານໃຫ້ບັນລຸເປົ້າໝາຍທີ່ຂັ້ນເທິງໄດ້ວາງໄວ້.
ຈາກນັ້ນ,ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງພະນັກງານໄດ້ຂຶ້ນແນະນຳມາດຖານພະນັກງານນຳພາຄຸ້ມຄອງ ເພື່ອດໍາເນີນການທາບທາມແຜນກໍານົດພະນັກງານນຳພາຄຸ້ມຄອງປະກອບມີ 3 ຮອບ, ຮອບທີ 1 ແມ່ນການລົງຄະແນນຂອງພະນັກງານທັງໝົດ, ຮອບທີ 2 ແມ່ນສະມາຊິກພັກສົມບູນ ແລະ ຮອບທີ 3 ແມ່ນຄະນະພັກເປັນຜູ້ລົງຄະແນນ ແລະ ຈັດຕັ້ງການປະເມີນຜົນໄປຕາມແຕ່ລະຂັ້ນຕອນ.