ຫວຽດນາມກຽມຜ່ອນຄາຍມາດຕະການຄວບຄຸມໂຄວິດ ອະນຸຍາດເປີດໂຮງງານອາທິດນີ້ ທ່າມກາງຄວາມຫວັງຟື້ນເສດຖະກິດ


ນາຍົກລັດຖະມົນຕີ ຝ່າມມິງຈິງ ຂອງຫວຽດນາມ ເປີດເຜີຍໃນວັນທີ 25 ກັນຍາວ່າ: ລັດຖະບານຫວຽດນາມກຽມຜ່ອນຄາຍມາດຕະການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ ໂດຍກຽມອະນຸຍາດໃຫ້ທຸລະກິດ ແລະ ໂຮງງານຕ່າງໆ ເລີ່ມກັບມາຜະລິດສິນຄ້າໄດ້ອີກນັບແຕ່ອາທິດນີ້ ທ່າມກາງຄວາມຫວັງໃນການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໜັກ ຈາກມາດຕະການຄວບຄຸມທີ່ເຂັ້ມງວດໃນການແຜ່ລະບາດຮອບຫລ້າສຸດ.
ຜ່ານມາຫວຽດນາມໄດ້ຮັບການຍ້ອງຍໍຈາກນາໆຊາດ ຫລັງສາມາດບັງຄັບໃຊ້ມາດຕະການຄວບຄຸມການແຜ່ລະບາດຂອງໂຄວິດໄດ້ຢ່າງເຫັນຜົນ ເຮັດໃຫ້ປະຊາຊົນເລີ່ມກັບມາໃຊ້ຊີວິດໄດ້ຕາມປົກກະຕິ.
ແຕ່ໃນທ້າຍເດືອນເມສາຜ່ານມາ ສະຖານະການແຜ່ລະບາດທະວີຄວາມຮຸນແຮງເປັນຮອບທີ 4 ເນື່ອງຈາກໄວຣັສໂຄວິດສາຍພັນເດວຕາສົ່ງຜົນໃຫ້ຜູ້ຕິດເຊື້ອໃໝ່ເພີ່ມຈາກຫລັກສິບຕໍ່ວັນໄປເຖິງ 16.000 ກວ່າຄົນໃນວັນດຽວ ແລະ ຜູ້ຕິດເຊື້ອສະສົມເພີ່ມຈາກ 2.800 ຄົນເປັນຫລາຍກວ່າ 746.000 ຄົນໃນປັດຈຸບັນ.
ເຊິ່ງລັດຖະບານຫວຽດນາມຕ້ອງເພີ່ມມາດຕະການຄວບຄຸມການແຜ່ລະບາດທີ່ເຂັ້ມງວດ ເຮັດໃຫ້ບັນດາທຸລະກິດ ແລະ ໂຮງງານຫລາຍແຫ່ງຕ້ອງປິດ ແລະ ສົ່ງຜົນກະທົບຢ່າງໜັກຕໍ່ຂະແໜງການຜະລິດຂອງຫວຽດນາມ ໂດຍນັກລົງທຶນຕ່າງປະເທດເຕືອນລັດຖະບານຫວຽດນາມວ່າ: ມາດຕະການລັອກດາວທີ່ເຂັ້ມງວດບີບບັງຄັບໃຫ້ຫລາຍບໍລິສັດຕ້ອງຍ້າຍຖານການຜະລິດໄປປະເທດອື່ນ.
ຂະນະທີ່ການພິຈາລະນາຜ່ອນຄາຍມາດຕະການຂອງຫວຽດນາມມີຂຶ້ນຫລັງຈຳນວນຜູ້ຕິດເຊື້ອໃໝ່ເລີ່ມຫລຸດລົງ ໂດຍໃນວັນທີ 25 ກັນຍາ ພົບຜູ້ຕິດເຊື້ອ 9.862 ຄົນ ແລະ ເປັນວັນທີ 3 ແລ້ວທີ່ຜູ້ຕິດເຊື້ອຫລຸດລົງຕໍ່າກວ່າ 10.000 ຄົນ ເຊິ່ງການຜ່ອນຄາຍມາດຕະການຈະມີຂຶ້ນໃນພື້ນທີ່ປອດໄພທີ່ພົບການລະບາດຫລຸດລົງ.
ເຖິງຢ່າງໃດກໍຕາມ, ຕົວເລກ GDP ຂອງຫວຽດນາມໃນປີນີ້ ຄາດວ່າຈະເຕີບໃຫຍ່ໃນລະດັບ 3,5% ເຖິງ 4,0% ຕໍ່າກວ່າເປົ້າໝາຍ 6,5% ທີ່ວາງໄວ້ກ່ອນໜ້ານີ້ ໂດຍຫວຽດນາມຍັງພະຍາຍາມເລັ່ງສັກວັກຊີນໃຫ້ປະຊາຊົນ ທ່າມກາງຄວາມຫວັງໃນການຄວບຄຸມສະຖານະການລະບາດ ແລະ ເຮັດໃຫ້ເສດຖະກິດກັບມາຟື້ນຟູໄດ້ໂດຍໄວ, ແຕ່ຮອດຕອນນີ້ມີປະຊາຊົນທີ່ໄດ້ຮັບການສັກວັກຊີນຄົບໂດສພຽງປະມານ 7,5 ລ້ານຄົນ ຫລື ປະມານ 7,8% ຂອງປະຊາກອນທັງໝົດກວ່າ 98 ລ້ານຄົນ.
ອ້າງອີງ: