ສິງກະໂປອອກຄຳແນະນຳເຖິງຫົວໜ້າ ຖ້າລູກນ້ອງກວດໂຄວິດ ATK ຜົນເປັນບວກ ຕ້ອງອະນຸຍາດລາພັກແບບໄດ້ຄ່າຈ້າງ

ສິງກະໂປແນະນຳບັນດາຫົວໜ້າຕ້ອງອະນຸຍາດໃຫ້ລາພັກແບບໄດ້ຄ່າຈ້າງ ກໍລະນີພົບລູກນ້ອງກວດໂຄວິດ ATK ແລ້ວຜົນເປັນບວກ ບໍ່ຈຳເປັນຕ້ອງໃຊ້ໃບຮັບຮອງແພດ ຫລື ໄປກວດ RT-PCR ອີກ.
ວັນທີ 25 ກັນຍາ 2021, ກະຊວງແຮງງານຂອງສິງກະໂປອອກຄຳແນະນຳເຖິງບັນດາຫົວໜ້າກໍລະນີທີ່ລູກນ້ອງກວດໂຄວິດດ້ວຍຕົນເອງ (Antigen Rapid Test) ແລ້ວຜົນເປັນບວກ ລູກນ້ອງຄວນມີສິດໄດ້ລາພັກແບບໄດ້ຮັບຄ່າຈ້າງ ໂດຍບໍ່ຈຳເປັນຕ້ອງມີໃບຮັບຮອງແພດ ຫລື ຜົນກວດຢືນຢັນດ້ວຍວິທີ RT-PCR ແຕ່ຢ່າງໃດ.
ຄຳແນະນຳດັ່ງກ່າວຍັງລະບຸອີກວ່າ: ລູກນ້ອງຕ້ອງຟ້າວແຈ້ງຜົນດັ່ງກ່າວໃຫ້ຫົວໜ້າຮູ້ທັນທີ ແລະ ກັກຕົວເປັນເວລາ 72 ຊົ່ວໂມງ ເຊິ່ງລະຫວ່າງກັກຕົວຖ້າບໍ່ມີອາການ ກໍສາມາດເຮັດວຽກຢູ່ເຮືອນໄດ້.
ລັດຖະບານສິງກະໂປຍັງແນະນຳອີກວ່າ: ລູກນ້ອງທີ່ກວດ ATK ແລ້ວຜົນເປັນບວກ ຄວນກວດໂຄວິດດ້ວຍຕົນເອງອີກທຸກໆ 24 ຊົ່ວໂມງ ແລະ ກວດອີກເມື່ອກັກຕົວຄົບ 72 ຊົ່ວໂມງແລ້ວ ເຊິ່ງຖ້າຜົນອອກມາເປັນລົບ ກໍສາມາດກັບໄປເຮັດວຽກໄດ້ຕາມປົກກະຕິທັນທີ.
ສ່ວນກໍລະນີທີ່ລູກນ້ອງມີປະຫວັດໃກ້ຊິດກັບຜູ້ມີຜົນກວດ ATK ເປັນບວກ ບໍ່ວ່າຈະເປັນສະມາຊິກໃນຄອບຄົວ ຫລື ເພື່ອນຮ່ວມງານ ໂດຍຜູ້ນັ້ນບໍ່ມີອາການ ລັດຖະບານສິງກະໂປແນະນຳໃຫ້ກວດໂຄວິດ-19 ດ້ວຍຕົນເອງຢ່າງສະໝໍ່າສະເໝີ ກວດສອບສຸຂະພາບຕົນເອງຢ່າງໃກ້ຊິດ ແລະ ຮັກສາໄລຍະຫ່າງກັບຜູ້ອື່ນໃຫ້ຫລາຍທີ່ສຸດ ແຕ່ບໍ່ຈຳເປັນຕ້ອງກັກຕົວ ຫລື ຈຳກັດການເດີນທາງ.
ມາດຕະການຫລ້າສຸດຂອງລັດຖະບານສິງກະໂປ ເປັນສ່ວນໜຶ່ງຂອງເປົ້າໝາຍຢູ່ກັບໂຄວິດ ເຊິ່ງລັດຖະບານຈະປ່ຽນໄປໃຫ້ຄວາມສຳຄັນຕໍ່ຜູ້ຕິດເຊື້ອໂຄວິດໃນໂຮງໝໍ ຫລາຍກວ່າຈຳນວນຜູ້ຕິດເຊື້ອໃໝ່ຕໍ່ວັນ ເນື່ອງຈາກເຊື່ອວ່າ ການສັກວັກຊີນປ້ອງກັນໂຄວິດ-19 ທີ່ມີປະສິດທິພາບໃຫ້ປະຊາຊົນ ຈະມີສ່ວນຊ່ວຍຫລຸດອາການໜັກ ແລະ ເສຍຊີວິດຈາກໂຄວິດ-19.
ຂະນະດຽວກັນ ສິງກະໂປຍັງແນະນຳໃຫ້ປະຊາຊົນໃຊ້ຊຸດກວດໂຄວິດດ້ວຍຕົນເອງເປັນປະຈຳ ແລະ ສະໜັບສະໜູນການປິ່ນປົວຕົນເອງຢູ່ເຮືອນ ຖ້າສະພາບແວດລ້ອມເອື້ອອຳນວຍ ໃນກໍລະນີທີ່ກວດ ATK ແລ້ວມີຜົນເປັນບວກ.
ອ້າງອີງ: