ມອບລົດ AMBULANCE ຈໍານວນ 34 ຄັນ ໃຫ້ 11 ແຂວງ,ນະຄອນຫລວງ ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວແລະ ຮັກສາສຸຂະພາບຕາ


ໃນວັນທີ 27 ກັນຍາ 2021 ນີ້, ທີ່ ກະຊວງສາທາລະນະສຸກ ໄດ້ຈັດພິທີມອບລົດມອບລົດAMBULANCE ຈໍານວນ 34 ຄັນ ໃຫ້ 11 ແຂວງ, ນະຄອນຫລວງ, ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວແລະ ຮັກສາສຸຂະພາບຕາ ໃນການມອບລົດຄັ້ງນີ້ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກປາບປື້ມ ປິຕິ ທີ່ໄດ້ເປັນກຽດມອບ-ຮັບລົດ Ambulances ເຊີ່ງນັບໄດ້ວ່າເປັນຄັ້ງປະຫັວດສາດ ທີ່ກະຊວງສາທາລະນະສຸກໄດ້ຮັບລົດຈາກລັດຖະບານ ໂດຍທືນກູ້ຢືມ ຈາກ ທະນາຄານພັດທະນາອາຊີ ຈຳນວນ 50 ຄັນໃນຄັ້ງນີ້ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ ໄດ້ກໍານົດແນວທາງສາທາລະນະສຸກ ໄວ້ວ່າ: ຖືເອົາການປິ່ນປົວ ແລະ ສະໜອງບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບເປັນສຳຄັນ. ປະຕິຮູບສາທາລະນະສຸກ ຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບທີ່ດີ ທີ່ຖືເອົາຄົນເປັນໃຈກາງ ໂດຍໃຫ້ບໍລິການທີ່ມີຄຸນນະພາບ, ວຽກງານຈຸດສຸມປະຕິຮູບສາທາລະນະສຸກໄລຍະ III (2021-2025), ແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX (2021-2025) ຕາມ 8 ແຜນງານ, 48 ແຜນງາຍຍ່ອຍ ແລະ 139 ໂຄງການແມ່ນແນໃສ່ບັນລຸເປົ້າໝາຍການປົກຄຸມສຸຂະພາບທົ່ວປວງຊົນ ດ້ວຍການຍົກລະດັບຄຸນນະພາບຂອງການບໍລິການ ຫັນເປັນທັນສະໄໝ, ຮັບປະກັນໃຫ້ທຸກຄົນ ໄດ້ເຂົ້າເຖິງການບໍລິການ ໃນເວລາເຈັບເປັນ ໂດຍຫຼີກເວັ້ນບັນຫາດ້ານການເງິນ ໄປຄຽງຄູ່ກັບ ການສ້າງເງື່ອນໄຂກຸ້ມຕົນເອງເທື່ອລະກ້າວ ຕາມທິດທີ່ຍືນຍົງໂດຍບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງ.


ປີ 2021 ແມ່ນປີທໍາອິດໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ 19 ເຊິ່ງໄດ້ແຜ່ລາມໄປຫຼາຍແຂວງແລະ ເປັນໄພອັນ ຕະລາຍຮ້າຍແຮງຕໍ່ການຈັດຕັ້ງປະຕິບັດການບໍລິການທາງດ້ານການແພດຢູ່ໂຮງໝໍລະດັບຕ່າງໆໃນທົ່ວປະເທດແມ່ນມີຕົວເລກບໍລິການທີ່ຫລຸດລົງ, ການເຂົ້າເຖີງການບໍລິການສາທາລະນະສຸກຂອງປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ການນຳສົ່ງຄົນເຈັບ ບໍ່ວ່າຈະເປັນການນຳສົ່ງແມ່ຍີງຖືພາທີ່ມີບັນຫາ,ແມ່ຍີງເກີດລູກ ຕົກເລືອດ,ເດັກເຈັບ, ອຸປະຕິເຫດທ້ອງຖະໜົນ ແລະ ອື່ນໆ ທີ່ຈະນຳສົ່ງຈາກໂຮງໝໍໜື່ງໄປຫາໂຮງໝໍອື່ນທີ່ມີການບໍລິການທີ່ສູງກວ່າ ຍັງເປັນບັນຫາຫລາຍສົມຄວນຍ້ອນບໍ່ມີພາຫະນະນຳສົ່ງທີ່ເມາະສົມ,ອັນທີ່ມີກໍ່ເກົ່າ ເຮັດໃຫ້ມີການເສຍຊີວິດ ໃນໂຮງໝໍ ແລະ ໃນລະຫວ່າງການນຳສົ່ງມີຕົວເລກສູງ ດັ່ງນັ້ນ,ພັກ ແລະ ລັດຖະບານ ເຫັນໄດ້ເຖີງຄວາມຈຳເປັນ ແລະ ຕ້ອງແກ້ໄຂຢ່າງຮິບດ່ວນ ຈື່ງໄດ້ຕົກລົງ ແກ້ໄຂການເຂົ້າເຖີງການບໍລິການ ຂອງປະຊາຊົນ ແລະ ຫລຸດຜ່ອນອັດຕາການເສຍຊີວິດຂອງແມ່ຍີງຖືພາ ແລະ ເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ຈື່ງໄດ້ຕັດສິນໃຈ ກູ້ຢືມຈາກທະນາຄາານພັດທະນາອາຊີ ເພື່ອຈັດຊື້ ລົດ Ambulances ຈຳນວນ 50 ຄັນ ເພື່ອສະໜອງໃຫ້ບັນດາໂຮງໝໍຊຸມຊົນໃນທົ່ວປະເທດ, ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດ COVID- 19 ເພື່ອເປັນການປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຈື່ງບໍ່ອາດຈັດພິທີມອບຮັບເວລາດຽວໄດ້ ຈະເຮັດໃຫ້ມີຄົນຫລາຍ ຈື່ງໄດ້ແບ່ງພິທີຮັບເປັນ 02 ຄັ້ງ; ຄັ້ງທີ 1 ແມ່ນວັນຈັນທີ 27 ກັນຍາ 2021 ກະຄືມື້ນີ້ ແລະ ຄັ້ງທີ 2 ແມ່ນຈະມອບຮັບ ວັນທີ 28-29 ກັນຍາ 2021 ໃນພິທີມອບຮັບຄັ້ງນີ້ ມີ 11 ແຂວງ,ນະຄອນຫລວງ ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວແລະ ຮັກສາສຸຂະພາບຕາ ນອກຈາກນີ້ ເຮົາຍັງຈະໄດ້ຮັບການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນຕື່ມ 81 ຄັນ ແຈກຢາຍໄປກ່ອນນີ້ 07 ຄັນ ຍັງ 74 ຄັນ ແມ່ນຈະໄດ້ແຈກຢາຍໃຫ້ບັນດາໂຮງໝໍແຂວງ, ໂຮງໝໍຊຸມຊົນ ທີ່ຍັງບໍ່ທັນໄດ້ຮັບ.


ໂຮງໝໍຊຸມຊົນທີ່ມາຮັບໃນຄັ້ງນີ້ປະກອບມີ:
- ແຂວງບໍ່ແກ້ວ ມອບໃຫ້ 03 ໂຮງໝໍຊຸມຊົນ : ຜາອຸດົມ, ເມືອງເມີງ ແລະ ຫວ້ຍຊາຍ
- ຫລວງພະບາງມອບໃຫ້ 03 ໂຮງໝໍຊຸມຊົນ :ນໍ້າບາກ, ໂພນທອງ ແລະ ພູຄູນ
- ໄຊຍະບູລີມອບໃຫ້ 05 ໂຮງໝໍຊຸມຊົນ : ເມືອງເງີນ,ໄຊສະຖານ,ຄອບ,ບໍ່ແຕນ ແລະ ທົ່ງມີໄຊ
- ແຂວງວຽງຈັນ ມອບໃຫ້ 02 ໂຮງໝໍຊຸມຊົນ: ເມືອງແມດ ແລະ ເມືອງກາສີ
- ແຂວງໄຊສົມບູນ ມອບໃຫ້ 02 ໂຮງໝໍຊຸມຊົນ: ເມືອງລ້ອງຊານ ແລະ ເມືອງລ່ອງແຈ້ງ
- ແຂວງບໍລິຄຳໄຊ ມອບໃຫ້ 02 ໂຮງໝໍຊຸມຊົນ: ເມືອງວຽງທອງ ແລະ ເມືອງໄຊຈຳພອນ
- ແຂວງຄຳມ່ວນ ມອບໃຫ້ 03 ໂຮງໝໍຊຸມຊົນ: ເມືອງຫີນບູນ,ບົວລະພາ ແລະ ເມືອງຄູນຄຳ
- ແຂວງສະຫັວນນະເຂດ ມອບໃຫ້ 02 ໂຮງໝໍຊຸມຊົນ ເມືອງນອງ ແລະ ເມືອງທ່າພະລາານໄຊ
- ແຂວງຈຳປາສັກມອບໃຫ້ 04 ໂຮງໝໍຊຸມຊົນ:ໂພນທອງ,ມຸນລະປະໂມກ,ປະທຸມພອນ
ແລະ ເມືອງຈຳປາສັກ
- ແຂວງເຊກອງ ມອບໃຫ້ 02 ໂຮງໝໍຊຸມຊົນ: ກະລືມ ແລະ ດາກຈືງ
- ແຂວງສາລະວັນ ມອບໃຫ້ 03 ໂຮງໝໍຊຸມຊົນ: ສະມ້ວຍ,ຄົງເຊໂດນ ແລະ ລະຄອນເພັງ
- ນະຄອນຫລວງ ມອບໃຫ້ ໂຮງໝໍຊຸມຊົນເມືອງປາກງື່ມ ແລະ ເມືອງໄຊທານີ
- ໂຮງໝໍສູນກາງ : ມອບໃຫ້ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
ລວມ 34ຄັນ
ສ່ວນທີ່ຍັງ ແມ່ນຈະມອບໃຫ້ບັນດາແຂວງຕໍ່ໄປ
- ແຂວງຜົ້ງສາລີ ມອບໃຫ້ 03 ໂຮງໝໍຊຸມຊົນເມືອງໄຫ່ມ,ສຳພັນ ແລະ ບູນໃຕ້
- ແຂວງຫລວງນໍ້າທາ ມອບໃຫ້ ໂຮງໝໍຊຸມຊົນນາແລ
- ແຂວງອຸດົມໄຊ ມອບໃຫ້ 02 ໂຮງໝໍຊຸມຊົນນາໝໍ້ ແລະ ເມືອງຮຸນ
- ແຂວງຊຽງຂວາງ ມອບໃຫ້ ໂຮງໝໍຊຸມຊົນເມືອງຄຳ
- ແຂວງຫົວພັນ ມອບໃຫ້ ໂຮງໝໍຊຸມຊົນສົບເບົາ
- ແຂວງອັດຕະປື ມອບໃຫ້ ໂຮງໝໍຊຸມຊົນໄຊເຊດຖາ
ລວມ 9 ຄັນ