ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ

ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ -           6 - ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ
ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ - kitchen vibe - ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ

ກຳປູເຈຍປະກາດຂຶ້ນຄ່າແຮງງານຂັ້ນຕໍ່າຕໍ່ເດືອນສຳລັບກຳມະກອນໃນຂະແໜງອຸດສາຫະກຳຜະລິດເຄື່ອງນຸ່ງຫົ່ມ ແລະ ເກີບ ຂອງປະເທດ 2 ໂດລາ ຈາກເງິນເດືອນຂັ້ນຕ່ຳປັດຈຸບັນແມ່ນ 192​ ໂດລາ ຂຶ້ນເປັນ 194 ໂດລາ ຫລື ( ປະມານ 1.937.000 ກີບຕໍ່ເດືອນ ) ໂດຍມີຜົນແຕ່ເດືອນມັງກອນ 2022, ແຕ່ຕົວເລກດັ່ງກ່າວໜ້ອຍກວ່າທີ່ສະຫະພາບແຮງງານຕ້ອງການໃຫ້ລັດເພີ່ມເງິນຂຶ້ນ 12 ໂດລາຕໍ່ເດືອນ.

ຄ່າແຮງງານຂອງກຳມະກອນໂຮງງານເປັນສິ່ງທີ່ລັດຖະບານກຳປູເຈຍຕ້ອງພະຍາຍາມຮັກສາສົມດູນ ເພື່ອໃຫ້ຕົ້ນທຶນສາມາດແຂ່ງຂັນໄດ້ສຳລັບນັກລົງທຶນ ແລະ ຍີ່ຫໍ້ສິນຄ້າຕ່າງໆ. ຂະນະດຽວກັນ ສ້າງຄວາມເພິ່ງພໍໃຈໃຫ້ສະຫະພາບແຮງງານທີ່ມີອິດທິພົນເປັນຕົວແທນຂອງບັນດາແຮງງານ 700.000 ກວ່າຄົນ ເຊິ່ງເຄີຍປະລະວຽກປະທ້ວງໃນຫລາຍປີກ່ອນ.

ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ - Visit Laos Visit SALANA BOUTIQUE HOTEL - ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ

ອຸດສາຫະກຳເຄື່ອງນຸ່ງຫົ່ມທີ່ມີມູນຄ່າ 7.000 ລ້ານໂດລາຕໍ່ປີກ່ອນເກີດການລະບາດ ເປັນນາຍຈ້າງລາຍໃຫຍ່ທີ່ສຸດຂອງກຳປູເຈຍ ແລະ ເປັນແຫລ່ງລາຍໄດ້ສຳຄັນຂອງຄອບຄົວໃນຊົນນະບົດ ຈາກການຜະລິດເຄື່ອງແຕ່ງກາຍໃຫ້ຍີ່ຫໍ້ຕ່າງໆ ລວມທັງ H&M, Adidas, Nike ແລະ Gap.

ທ່ານ ປໍ ສີນາ ປະທານສະຫະພາບແຮງງານ Collective Union Movement of Workers ກ່າວວ່າ: ຄ່າແຮງງານໃໝ່ທີ່ກະຊວງແຮງງານປະກາດດັ່ງກ່າວຍັງເຮັດໃຫ້ແຮງງານຕ້ອງດິ້ນລົນຕໍ່ສູ້ເພື່ອດຳລົງຊີວິດ.

ເຖິງຢ່າງໃດກໍຕາມ, ທ່ານ ກາງ ມຸນີກາ ຮອງເລຂາທິການສະມາຄົມຜູ້ຜະລິດເສື້ອຜ້າສຳເລັດຮູບກຳປູເຈຍ (GMAC) ກ່າວວ່າ: ການເພີ່ມຄ່າແຮງງານອາດເປັນບັນຫາຕໍ່ຕົ້ນທຶນການດຳເນີນງານທີ່ຄາດວ່າຈະເພີ່ມຂຶ້ນເຊັ່ນກັນ.

ທ່ານ ກາງ ມຸນີກາ ກ່າວວ່າ: ຫົວໜ້າຈະຕ້ອງຈ່າຍເງິນບຳເນັດບຳນານ ແລະ ຄ່າປິ່ນປົວ ແລະ ມາດຕະການໃນບ່ອນເຮັດວຽກ ເພື່ອຮັບມືໂຄວິດ-19 ຫລາຍຂຶ້ນ ເຊິ່ງລວມທັງຄ່າກວດ 4 ໂດລາຕໍ່ຄົນຕໍ່ເດືອນ.

ເຖິງຢ່າງໃດກໍຕາມ, ນັບຮອດເດືອນເມສາ ເຄື່ອງນຸ່ງຫົ່ມບໍ່ໄດ້ເປັນສິນຄ້າສົ່ງອອກຫລັກຂອງກຳປູເຈຍອີກຕໍ່ໄປ ໂດຍສິນຄ້າກະສິກຳ ແລະ ຜະລິດຕະພັນໃໝ່ອື່ນໆ ກຳລັງຄອງອັດຕາເພີ່ມຂຶ້ນເຊັ່ນ: ກະເປົາເດີນທາງ ທີ່ປອດພາສີໃນອາເມລິກາ ຕາມການລະບຸຂອງທະນາຄານໂລກ.

ການສົ່ງອອກສິນຄ້າສຳລັບການເດີນທາງຂອງກຳປູເຈຍໄປຕະຫລາດອາເມລິກາ ມີມູນຄ່າ 3.500 ລ້ານໂດລາ ໃນປີ 2020 ເພີ່ມຂຶ້ນ 3,6% ຈາກປີ 2019.

ອ້າງອີງ:

https://mgronline.com/indochina/detail/9640000096108

https://tna.mcot.net/world-790028

ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ - 3 - ກຳປູເຈຍ ປະກາດເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດຕໍ່ເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!