ເກີດເຫດຈະລາຈົນພາຍໃນຄຸກຢູ່ເອກົວດໍ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 100 ຄົນ

ວັນທີ 29 ກັນຍາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດຈະລາຈົນຂຶ້ນພາຍໃນຄຸກແຫ່ງໜຶ່ງໃນເມືອງກວາຍາກິລ ເມືອງຊາຍຝັ່ງທີ່ຢູ່ຫ່າງຈາກນະຄອນຫລວງກີໂຕ ຂອງເອກົວດໍ ໄປ 400 ກວ່າກິໂລແມັດ ເປັນເຫດປະທະກັນລະຫວ່າງ 2 ແກ້ງໃຫຍ່ພາຍໃນຄຸກ ຄືໂລສ ໂລໂບສ ແລະ ໂລສ ໂຊເນໂຣສ ມີການໃຊ້ມີດ, ອາວຸດປືນ ແລະ ລະເບີດ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 100 ຄົນ, ບາດເຈັບອີກຫລາຍກວ່າ 52 ຄົນ.
ເຈົ້າໜ້າທີ່ຕຳຫລວດ ແລະ ທະຫານຄວບຄຸມສະຖານະການໄວ້ໄດ້ພາຍຫລັງເກີດເຫດຈະລາຈົນໄປແລ້ວ 5 ຊົ່ວໂມງ ໂດຍຍອດຜູ້ເສຍຊີວິດໄດ້ເພີ່ມສູງຂຶ້ນຈາກ 30 ຄົນໃນຊ່ວງຕົ້ນທີ່ມີການຢືນຢັນຕົວເລກຜູ້ເສຍຊີວິດ. ຖືເປັນໜຶ່ງໃນເຫດຈະລາຈົນພາຍໃນຄຸກຂອງເອກົວດໍທີ່ມີຜູ້ເສຍຊີວິດຈຳນວນບໍ່ໜ້ອຍ ເຊິ່ງເຄີຍເກີດຂຶ້ນມາແລ້ວຫລາຍຄັ້ງກ່ອນໜ້ານີ້ ທ່າມກາງສະພາບນັກໂທດລົ້ນຄຸກ ແລະ ຈຳນວນເຈົ້າໜ້າທີ່ຜູ້ຄຸມບໍ່ພຽງພໍ.
ເອກົວດໍມີຊາຍແດນຕິດກັບໂຄລອມເບຍ ແລະ ເປຣູ ປະເທດຜູ້ຜະລິດໂຄເຄນລາຍໃຫຍ່ຂອງໂລກ. ເອກົວດໍຈຶ່ງເປັນໜຶ່ງໃນປະເທດທາງຜ່ານສຳຄັນໃນການຂົນສົ່ງຢາເສບຕິດຂ້າມປະເທດໄປອາມເລິກາ ແລະ ເອີຣົບ ໂດຍຄຸກຂອງເອກົວດໍກາຍເປັນພື້ນທີ່ຄວາມຂັດແຍ່ງຂອງເຄືອຂ່າຍຂະບວນການຢາເສບຕິດເມັກຊິໂກ ໂດຍສະເພາະແກ້ງຊີນາໂລອາ ແລະ ແກ້ງຮາລິສໂກລຸ້ນໃໝ່.
ທ່ານ ເຟຣນັນໂດ ກາຣິອອນ ຜູ້ຊ່ຽວຊານດ້ານຄວາມໝັ້ນຄົງຊາວເອກົວດໍ ລະບຸວ່າ: ເອກົວດໍກຳລັງຜະເຊີນກັບວິກິດໃນຄຸກ, ເມື່ອປີ 2010 ມີເຫດຄາດຕະກຳເກີດຂຶ້ນພາຍໃນຄຸກສະເລ່ຍປະມານ 25 ຄົນຕໍ່ປີ ກ່ອນສະຖິຕິຈະເພີ່ມສູງຂຶ້ເກີນ 160 ຄົນ ໃນປີ 2017 ຜ່ານມາ, ຄຸກກາຍເປັນພື້ນທີ່ຂອງການໃຊ້ຄວາມຮຸນແຮງ, ມີການສໍ້ລາດບັງຫລວງເພື່ອຈັດຫາອາວຸດໃຫ້ນັກໂທດກຸ່ມຕ່າງໆ ເພື່ອຜົນປະໂຫຍດສ່ວນຕົວ.
ອ້າງອີງ: