ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ

ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ - 120376091 gettyimages 1234666242 - ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ
ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ - Untitled design 1 - ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ

ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້, ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ເຂົ້າປະເທດກັກຕົວຢູ່ເຮືອນ 7 ວັນໄດ້ ຫລັງອັດຕາສັກວັກຊີນໃນປະເທດເພີ່ມສູງຢ່າງໜ້າພໍໃຈ.

ວັນທີ 1 ຕຸລາ 2021, ທ່ານ ສະກອດ ມໍຣິສັນ ນາຍົກລັດຖະມົນຕີອົດສະຕຣາລີ ປະກາດແຜນເປີດປະເທດ ໂດຍຊີ້ວ່າ: ຫລັງຈາກປະເທດອົດສະຕຣາລີມີອັດຕາການສັກວັກຊີນໂຄວິດ-19 ຢ່າງໜ້ອຍ 1 ເຂັມແລ້ວ 78% ແລະ ສັກວັກຊີນຄົບໂດສແລ້ວ 55% ໂດຍເຊື່ອວ່າຈະບັນລຸ 70% ໃນອາທິດໜ້າ ເຮັດໃຫ້ລັດຖະບານອົດສະຕຣາລີພ້ອມເດີນໜ້າໃນຂັ້ນຕໍ່ໄປ ຄືການເປີດປະເທດຢ່າງປອດໄພ ເພື່ອໃຫ້ພົນລະເມືອງອົດສະຕຣາລີໃນຕ່າງປະເທດກັບບ້ານເກີດໄດ້ ລວມທັງອະນຸຍາດໃຫ້ນັກທ່ອງທ່ຽວເດີນທາງເຂົ້າອົດສະຕຣາລີໄດ້ອີກ.

ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ - Visit Laos Visit SALANA BOUTIQUE HOTEL - ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ

ໂດຍແຜນການເປີດປະເທດອົດສະຕຣາລີ ເບື້ອງຕົ້ນຈະມີການປະເມີນຄວາມພ້ອມຂຶ້ນຢູ່ກັບອັດຕາການສັກວັກຊີນໃນແຕ່ລະພື້ນທີ່, ແຕ່ຄາດວ່າອາດຈະເລີ່ມໄດ້ໃນເດືອນພະຈິກນີ້.

ນອກຈາກນີ້, ລັດຖະບານອົດສະຕຣາລີຍັງພິຈາລະນາປັບລະບຽບການເດີນທາງເຂົ້າປະເທດ ໂດຍຖ້າຜູ້ທີ່ເດີນທາງເຂົ້າປະເທດບໍ່ໄດ້ສັກວັກຊີນໂຄວິດ-19 ຫລື ສັກວັກຊີນຍີ່ຫໍ້ທີ່ລັດຖະບານອົດສະຕຣາລີຍັງບໍ່ຍອມຮັບ ຈະຕ້ອງກັກຕົວເປັນເວລາ 14 ວັນ, ແຕ່ຖ້າຜູ້ທີ່ເດີນທາງເຂົ້າປະເທດສັກວັກຊີນຍີ່ຫໍ້ທີ່ລັດຖະບານຍອມຮັບແລ້ວ ຈະໃຊ້ວິທີການກັກຕົວຢູ່ເຮືອນເປັນເວລາ 7 ວັນແທນ.

ໂດຍວັກຊີນໂຄວິດ-19 ທີ່ລັດຖະບານອົດສະຕຣາລີຍອມຮັບໃຫ້ເຂົ້າເກນດັ່ງກ່າວ ໄດ້ແກ່ ໄຟເຊີ (Pfizer), ໂມເດິນາ (Moderna), ແອສຕຣ້າເຊນເນກ້າ (AstraZeneca) ແລະ ຈອນສັນ ແອນ ຈອນສັນ (Johnson & Johnson) ເຊິ່ງຫລ້າສຸດ ທາງການອົດສະຕຣາລີຍອມຮັບວັກຊີນໂຄວິດ-19 ຂອງຊິໂນແວກ (Sinovac) ແລະ ວັກຊີນໂຄວິຊິວ (Covishield) ທີ່ເປັນວັກຊີນແອສຕຣ້າເຊນເນກ້າທີ່ຜະລິດໃນອິນເດຍ ໃຫ້ເຂົ້າເກນນີ້ນຳ.

ປັດຈຸບັນຫລາຍພື້ນທີ່ຂອງອົດສະຕຣາລີກຳລັງຢູ່ໃນພາວະລັອກດາວ ເພື່ອຢັບຢັ້ງການລະບາດຂອງພະຍາດໂຄວິດ-19 ເຊັ່ນນະຄອນຊິດນີທີ່ຢູ່ໃນຊ່ວງລັອກດາວເຖິງວັນທີ 11 ຕຸລານີ້. ເຖິງຢ່າງໃດກໍຕາມ, ບາງພື້ນທີ່ເຊິ່ງຕ້ອງການຄວບຄຸມຈຳນວນຜູ້ຕິດເຊື້ອໃຫ້ເປັນສູນ ເຊັ່ນລັດຄວີນແລນ ແລະ ລັດເວສເທິນ ອົດສະຕຣາລີ ທີ່ສະແດງຄວາມຈຳນົງວ່າ: ຕ້ອງການຈະປິດຊາຍແດນຕໍ່ໄປເຖິງວ່າອັດຕາການສັກວັກຊີນຈະເພີ່ມສູງແລ້ວ.

ໂດຍມາດຕະການການເດີນທາງເຂົ້າອົດສະຕຣາລີໃນຕອນນີ້ເປັນໄປຢ່າງເຂັ້ມງວດ ຈະອະນຸຍາດໃຫ້ເຂົ້າປະເທດໄດ້ສະເພາະກໍລະນີຈຳເປັນເທົ່ານັ້ນເຊັ່ນ: ການເຂົ້າໄປເຮັດວຽກສຳຄັນ ຫລື ການໄປຢ້ຽມຢາມພີ່ນ້ອງທີ່ກຳລັງຈະເສຍຊີວິດ.

ອ້າງອີງ:

https://www.pm.gov.au/media/next-steps-reopen-world

https://www.bbc.com/news/world-australia-58757888

ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ -    AD conten website - ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ
ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ - lattana banner 1 - ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ
ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ - lattana banner - ອົດສະຕຣາລີກຽມເປີດປະເທດເດືອນພະຈິກນີ້ ໄຟຂຽວຄົນສັກ “ຊິໂນແວກ-ໂຄວິຊິວ” ກັກຕົວຢູ່ເຮືອນ 7 ວັນຄືວັກຊີນອື່ນ
error: Alert: ເນື້ອຫາຂ່າວມີລິຂະສິດ !!