ທ່ານ ໂຣດຣິໂກ ດູເຕີເຕ ປະກາດວາງມືທາງການເມືອງ ກຽມເປີດທາງສົ່ງລູກສາວຊີງຕຳແໜ່ງປະທານາທິບໍດີຟີລິບປິນ

ວັນທີ 2 ຕຸລາ 2021, ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟີລິບປິນ ປະກາດວາງມືທາງການເມືອງ ໂດຍກ່ອນໜ້ານີ້ມີກະແສຂ່າວວ່າ: ທ່ານ ດູເຕີເຕ ກຽມລົງສະໝັກຊີງຕຳແໜ່ງຮອງປະທານາທິບໍດີໃນການເລືອກຕັ້ງ 2022 ຫລັງລັດຖະທຳມະນູນຟີລິບປິນກຳນົດໃຫ້ຜູ້ທີ່ໄດ້ຮັບເລືອກໃຫ້ເປັນປະທານາທິບໍດີດຳລົງຕຳແໜ່ງໄດ້ພຽງ 1 ສະໄໝ ວາລະ 6 ປີ ຄາດກຽມເປີດທາງສົ່ງລູກສາວຊີງຕຳແໜ່ງປະທານາທິບໍດີຟີລິບປິນ.
“ມື້ນີ້ຂ້າພະເຈົ້າປະກາດວາງມືທາງການເມືອງ
“ເພື່ອເຄົາລົບເຈດຈຳນົງຂອງປະຊາຊົນ ຜູ້ທີ່ໃຫ້ໂອກາດຂ້າພະເຈົ້າດຳລົງຕຳແໜ່ງປະທານາທິບໍດີຫລອດຫລາຍປີຜ່ານມາ ຂ້າພະເຈົ້າຢາກຈະບອກກັບປະຊາຊົນທຸກຄົນວ່າ: ຂ້າພະເຈົ້າເຮັດຕາມຄວາມຕ້ອງການຂອງປະຊາຊົນ
“ເພາະການທີ່ຂ້າພະເຈົ້າລົງສະໝັກຊີງຕຳແໜ່ງຮອງປະທານາທິບໍດີອີກ ອາດເປັນການລະເມີດລັດຖະທຳມະນູນ ພະຍາຍາມຫລີກລ່ຽງສິ່ງທີ່ກົດໝາຍກຳນົດໄວ້ ລວມທັງຈິດວິນຍານຂອງລັດຖະທຳມະນູນ”.
ທ່ານ ດູເຕີເຕ ກ້າວຂຶ້ນມາດຳລົງຕຳແໜ່ງຜູ້ນຳປະເທດນັບແຕ່ປີ 2016 ໂດຍເດີນໜ້າຫລຸດບັນຫາອາດຊະຍາກຳ ແລະ ແກ້ໄຂບັນຫາຢາເສບຕິດ ສົ່ງຜົນໃຫ້ນຳໄປສູ່ການຂ້າຕັດຕອນ ແລະ ລະເມີດສິດທິມະນຸດຮ້າຍແຮງຂະນະເຮັດສົງຄາມປາບປາມຢາເສບຕິດ ຈົນເປັນເຫດໃຫ້ສານອາດຊະຍາກຳສາກົນ (ICC) ຈຳເປັນຕ້ອງເຂົ້າມາກວດສອບບັນຫາດັ່ງກ່າວ.
ເບື້ອງຕົ້ນບໍ່ແນ່ນອນວ່າການປະກາດວາງມືທາງການເມືອງດັ່ງກ່າວ ຈະສາມາດເຮັດໃຫ້ທ່ານ ດູເຕີເຮ ຮັກສາສະຖານະການຄຸ້ມກັນຈາກຂໍ້ກ່າວຫາດ້ານການກໍ່ອາດຊະຍາກຳທັງໃນປະເທດ ແລະ ໃນສານ ICC ຕໍ່ໄປໄດ້ ຫລື ບໍ່ ໂດຍ Amnesty International ລະບຸວ່າ: ໃນໄລຍະ 6 ເດືອນທຳອິດຂອງການເຂົ້າຮັບຕຳແໜ່ງຜູ້ນຳຟີລິບປິນ ມີຜູ້ຖືກຕຳຫລວດວິສາມັນ ແລະ ຖືກຜູ້ໃຊ້ອາວຸດບໍ່ຮູ້ຊື່ຂ້າຫລາຍກວ່າ 7.000 ຄົນ.
ຄາດການວ່າ: ຖ້ານາງ ຊາຣາ ດູເຕີເຕ-ຄາຣປິໂອ ລູກສາຂອງທ່ານ ດູເຕີເຕ ປັດຈຸບັນດຳລົງຕຳແໜ່ງເຈົ້າເມືອງດາເວົາ ລົງສະໝັກຊີງຕຳແໜ່ງຜູ້ນຳປະເທດ ແລະ ຊະນະການເລືອກຕັ້ງ ນັ່ງຕັ່ງປະທານາທິບໍດີຟີລິບປິນໄດ້ສຳເລັດ ມີທ່າອ່ຽງວ່ານາງອາດຈະຊ່ວຍປົກປ້ອງທ່ານ ດູເຕີເຕ ຈາກຂໍ້ກ່າວຫາຕ່າງໆເຫລົ່ານັ້ນ.
ແຕ່ຢ່າງໃດກໍຕາມ, ຫລາຍຝ່າຍຍັງບໍ່ປັກໃຈເຊື່ອວ່າທ່ານ ດູເຕີເຕ ຈະວາງມືທາງການເມືອງຢ່າງແທ້ຈິງ, ແມ່ນຫຍັງກໍເກີດຂຶ້ນໄດ້ໃນຊ່ວງເວລາສຸດທ້າຍ ໂດຍກ່ອນໜ້ານີ້ທ່ານ ດູເຕີເຕ ເຄີຍຕັດສິນໃຈລົງສະໝັກຊີງຕຳແໜ່ງຜູ້ນຳປະເທດກ່ອນຈະໝົດເວລາພຽງບໍ່ດົນເມື່ອປີ 2015 ແລະ ໄດ້ຮັບໄຊຊະນະຢ່າງຫລວງຫລາຍໃນທີ່ສຸດ.
ນອກຈາກນາງ ດູເຕີເຕ-ຄາຣປິໂອ ແລ້ວ, ແມນນີ ປາກຽວ ຍອດນັກຊົກລະດັບຕຳນານຊາວຟີລິບປິນ ທີ່ຫາກໍປະກາດເຊົາຊົກມວຍ ຢຸດເສັ້ນທາງອາຊີບນັກມວຍຢ່າງເປັນທາງການເມື່ອທ້າຍເດືອນກັນຍາຜ່ານມາ ແລະ ປັດຈຸບັນດຳລົງຕຳແໜ່ງສະມາຊິກວຸດທິສະພາ ສັງກັດພັກ PDP-Lapan ກໍປະກາດຈະຮ່ວມເສິກຊີງຕຳແໜ່ງປະທານາທິບໍດີຟີລິບປິນໃນວັນທີ 9 ພຶດສະພາ 2022 ເຊັ່ນດຽວກັນ.
ອ້າງອີງ: