ອັງກິດພ້ອມກະຕຸ້ນທ່ອງທ່ຽວ ຫລຸດ 54 ປະເທດສີແດງເຫລືອພຽງ 9 ນອກນັ້ນເຂົ້າໄດ້ບໍ່ຕ້ອງກັກຕົວ 10 ວັນ

ວັນທີ 3 ຕຸລາ 2021, ເວັບໄຊເດິກາດຽນ (The Guardian) ລາຍງານວ່າ: ລັດຖະບານອັງກິດກຳລັງວາງແຜນຈະເປີດໃຫ້ການເດີນທາງເຂົ້າປະເທດມີຄວາມຄ່ອງຕົວຂຶ້ນ ໂດຍການຫລຸດຈຳນວນປະເທດໃນກຸ່ມສີແດງ ຈາກ 54 ປະເທດ ເຫລືອ 9 ປະເທດເທົ່ານັ້ນ.
ໂດຍຜູ້ທີ່ສັກວັກຊີນຄົບ ແລະ ເດີນທາງມາຈາກ 45 ປະເທດ ທີ່ຈະຖືກຖອດອອກຈາກລາຍຊື່ສີແດງ ຈະບໍ່ຕ້ອງເຂົ້າຮັບການກັກຕົວໃນໂຮງແຮມເປັນເວລາ 10 ວັນອີກຕໍ່ໄປ ເຊິ່ງຈະຊ່ວຍຫລຸດຄ່າໃຊ້ຈ່າຍຂອງນັກເດີນທາງກຸ່ມນີ້ໄດ້ເຖິງ 2.285 ປອນຕໍ່ຄົນ.
ປັດຈຸບັນ ຍັງບໍ່ມີການເປີດເຜີຍຢ່າງເປັນທາງການວ່າ: ຈຳນວນປະເທດທີ່ຖືກຖອດອອກມີປະເທດໃດແດ່ ເຊິ່ງຕາມລາຍງານເປີດເຜີຍວ່າມີບຣາຊິວ, ອິນໂດເນເຊຍ, ເມັກຊິໂກ ແລະ ອາຟຣິກາໃຕ້ ຢູ່ໃນກຸ່ມນີ້ ໂດຍຄາດວ່າຈະຮູ້ຢ່າງເປັນທາງການໃນວັນທີ 7 ຕຸລານີ້.
ນອກຈາກນີ້ ລັດຖະບານອັງກິດຈະມີການປ່ຽນລະບົບລາຍຊື່ກຸ່ມປະເທດ ຈາກແບ່ງເປັນ 3 ສີຄື: ສີແດງ, ສີເຫລືອງ ແລະ ສີຂຽວ ຈະເຫລືອພຽງ 2 ກຸ່ມເທົ່ານັ້ນຄື: ສີແດງ ແລະ ປະເທດອື່ນໆໃນໂລກ.
ສ່ວນເລື່ອງການກວດເຊື້ອ ຜູ້ທີ່ສັກວັກຊີນຄົບ ແລະ ເດີນທາງມາຈາກປະເທດນອກກຸ່ມສີແດງ ຈະບໍ່ໃຊ້ຫລັກຖານຢືນຢັນຜົນເຊື້ອເປັນລົບກ່ອນເດີນທາງອີກຕໍ່ໄປ ເປັນການຫລຸດຂັ້ນຕອນເພື່ອຜ່ອນຄາຍໃຫ້ສາມາດເດີນທາງເຂົ້າປະເທດໄດ້ສະດວກຍິ່ງຂຶ້ນ.
ນອກຈາກນີ້ ລັດຖະບານຍັງກຽມຈະຍົກເລີກຂໍ້ບັງຄັບເລື່ອງການກວດເຊື້ອດ້ວຍວິທີ PCR ໃນທ້າຍເດືອນຕຸລາ ແລະ ຈະປັບໃຫ້ໃຊ້ວິທີການທີ່ມີລາຄາຖືກ ແລະ ໄວກວ່າເກົ່າຄື Rapid Lateral Flow Test ມາໃຊ້ແທນ.
ອ້າງອີງ:
https://www.theguardian.com/…/uk-to-slash-international…