Facebook ລົ້ມ 6 ຊົ່ວໂມງ ກະທົບຫຸ້ນບໍລິສັດຫລຸດລົງເກືອບ 5% ມາຣກ ຊັບສິນຫລຸດລົງທັນທີ 6 ພັນລ້ານໂດລາ

ສ້າງຄວາມວຸ້ນວາຍໄປທົ່ວໂລກ ຫລັງຄໍ່າຄືນວັນທີ 4 ຕຸລາ 2021 ຜ່ານມາ Facebook ແລະ ແພກຟອມໂຊຊຽວມີເດຍໃນເຄືອຂ່າຍ ຄືເມສເຊນເຈີ, ອິນສະຕາແກມ ແລະ ວອດແອັບ ລົ້ມທົ່ວໂລກ.
ເຊິ່ງເຮັດໃຫ້ຜູ້ໃຊ້ເຟສບຸກ 3 ພັນກວ່າລ້ານບັນຊີ ລວມທັງຜູ້ໃຊ້ໃນແພກຟອມໃນເຄືອຂ່າຍ ບໍ່ສາມາດໃຊ້ໄດ້ເປັນເວລາ 6 ຊົ່ວໂມງ ໂດຍຢູ່ລາວນັບແຕ່ເວລາ 22:40 ໂມງ ຖືເປັນເຫດການຮ້າຍແຮງທີ່ສຸດຂອງເຟສບຸກນັບແຕ່ປີ 2008.
ແລະ ຈາກເຫດການດັ່ງກ່າວສົ່ງຜົນໃຫ້ເກີດແຮງເທຂາຍຫຸ້ນຂອງບໍລິສັດໂຊຊຽວມີເດຍຍັກໃຫຍ່ນີ້ ຈົນຫຸ້ນຂອງເຟສບຸກຫລຸດລົງ 4,9%.
ສົ່ງຜົນໃຫ້ ມາຣກ ຊັກເຄີເບິກ ຜູ້ບໍລິຫານເຟສບຸກ ຊັບສິນຫລຸດລົງຫລາຍກວ່າ 6 ພັນລ້ານໂດລາສະຫະລັດ ພາຍໃນເວລາບໍ່ເທົ່າໃດຊົ່ວໂມງ.
ທັງຍັງສົ່ງຜົນໃຫ້ອັນດັບມະຫາເສດຖີຂອງລາວຫລຸດລົງມາສູ່ອັນດັບ 5 ຂອງໂລກ ຕາມຫລັງ ບິລ ເກດ ຕາມການຈັດອັນດັບຂອງບລູມເບິກ ໂດຍ ມາຣກ ມີຊັບສິນຫລຸດລົງມາຢູ່ 1,22 ແສນລ້ານໂດລາ ຈາກອາທິດກ່ອນໜ້ານີ້ລາວມີຊັບສິນຢູ່ເກືອບ 1,40 ແສນລ້ານໂດລາ.
ທັງນີ້ ຖ້າເບິ່ງນັບແຕ່ກາງເດືອນກັນຍາເປັນຕົ້ນມາ ຫຸ້ນເຟສບຸກຫລຸດລົງປະມານ 15% ແລ້ວ ຫລັງຜະເຊີນກະແສຂ່າວລົບທີ່ມີຜູ້ແຈ້ງເບາະແສອອກມາແສເລື່ອງລາວຕ່າງໆ ຈົນເຖິງເຫດການລະບົບລົ້ມຄັ້ງຫລ້າສຸດ.
ໂດຍໃນວັນທີ 13 ກັນຍາຜ່ານມາ Wall Street Journal ໄດ້ເລີ່ມເຜີຍແຜ່ຂໍ້ມູນຕ່າງໆທີ່ບອກວ່າມາຈາກໄຟລ໌ເອກະສານພາຍໃນຂອງເຟສບຸກ ທີ່ເຮັດໃຫ້ເຫັນວ່າເຟສບຸກເຊື່ອງບັນຫາກ່ຽວກັບໂປຣດັກໄວ້ຈຳນວນຫລາຍ ບໍ່ວ່າຈະເປັນ
- ອັນຕະລາຍຂອງອິນສະຕາແກຣມຕໍ່ສຸຂະພາບຈູດຂອງເດັກສາວໄວລຸ້ນ.
- ຂໍ້ມູນຜິດໆກ່ຽວກັບການຈະລາຈົນ Capitol ເມື່ອວັນທີ 6 ມັງກອນ.
- ການພະຍາຍາມເພີ່ມປະສິດທິພາບອັລກໍຣິທີມໃຫ້ດັນຄອນເທນທີ່ສ້າງຄວາມກຽດຊັງ.
ໂດຍລາຍງານດັ່ງກ່າວໄດ້ຮັບຄວາມສົນໃຈຈາກເຈົ້າໜ້າທີ່ຂອງລັດ ແລະ ໃນວັນທີ 4 ຕຸລາຜ່ານມາ ຜູ້ແຈ້ງເບາະແສໄດ້ເປີດເຜີຍຕົນເອງແລ້ວ.
ຂະນະທີ່ເຟສບຸກອອກມາຕອບກັບໂດຍເນັ້ນວ່າ: ບັນຫາທີ່ຜະລິດຕະພັນຂອງຕົນຜະເຊີນ ເຊິ່ງລວມທັງການແບ່ງຂົ້ວທາງການເມືອງ ມີຄວາມສັບຊ້ອນ ແລະ ບໍ່ໄດ້ເກີດຈາກເຕັກໂນໂລຊີພຽງຢ່າງດຽວ.
ອ້າງອີງ: