ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021

ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021 - 244139583 204317178464881 5726410332362598157 n - ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021
ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021 - Untitled design 1 - ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021

ໃນວັນທີ 6 ຕຸລາ 2021 ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນພາຍຸເຂດຮ້ອນ, ສະບັບທີ 1 ຍ່ອມຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ມີຈະເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນໃນໄລຍະ 24 ຊົ່ວໂມງຕໍ່ໜ້ານີ້. ຈາກນັ້ນ ຈະສືບຕໍ່ເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອໃກ້ແຄມຝັ່ງປະເທດຫວຽດນາມ ຂຶ້ນໄປຫາເກາະໄຮ ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ ຈະກວມເອົາເຂດພາກໃຕ້, ພາກກາງ ແລະ ພາກເໜືອດ້ານຕາເວັນອອກຂອງປະເທດລາວ ໃນໄລຍະວັນທີ 6 ຫາ 10 ຕຸລາ 2021, ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ດັ່ງນີ້:
ໄລຍະວັນທີ 6 ຫາ 9 ຕຸລາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈຳປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນ້ຳຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.
ໄລຍະວັນທີ 9 ຫາ 11 ຕຸລາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນອອກ ເຊັ່ນ: ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫົວພັນ ແລະ ຊຽງຂວາງ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ດິນເຈື່ອນ, ນ້ໍາຖ້ວມກະທັນຫັນ, ນ້ໍາຖ້ວມ ແລະ ນ້ໍາຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.
ແຈ້ງເຕືອນພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ຳຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ. ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.

ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021 - lattana banner 1 - ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021
ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021 -    AD conten website - ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021
ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021 - lattana banner - ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021
ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021 - Visit Laos Visit SALANA BOUTIQUE HOTEL - ອຸຕຸອອກແຈ້ງເຕືອນພາຍຸເຂດຮ້ອນ ສະບັບທີ 1 ລະຫວ່າງ 6-11 ຕຸລາ 2021
error: Alert: ເນື້ອຫາຂ່າວມີລິຂະສິດ !!