ນະຄອນຫຼວງວຽງຈັນ ຈັດຫາວຽກເຮັດງານທໍາ ເພື່ອສະໜອງກໍາລັງແຮງງານ ໃຫ້ໄດ້ຢ່າງໜ້ອຍ 2.897 ຄົນ

ຍ້ອນການລະບາດຂອງພະຍາດໂຄວິດ-19, ນະຄອນຫຼວງວຽງຈັນມີທັງຂໍ້ຫຍຸງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຜົນກະທົບໂດຍກົງຕໍ່ການຄຸ້ມຄອງວຽກງານແຜນງານ. ແຕ່ເຖິງແນວໃດກໍຕາມ, ພະແນກແຮງງານ-ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຈະພະຍາຍາມປະຕິບັດຕາມແຜນ ທີ່ສະພານະຄອນຫຼວງວຽງຈັນຮັບຮອງຄື: ໃນປີນີ້, ຈະຄວບຄຸມອັດຕາການວ່າງງານ ໃຫ້ຢູ່ໃນລະດັບ 2%. ສົມທົບກັບ ສະຖາບັນ ແລະ ໂຮງຮຽນ, ສູນພັດທະນາສີມືແຮງງານ ທັງພາກລັດ ແລະ ເອກະຊົນເພື່ອພັດທະນາສີມືແຮງງານ ໃຫ້ໄດ້ 6.500 ຄົນ. ທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານສີມືແຮງງານ ໃຫ້ໄດ້ 58 ຄົນ.
ຈັດຝຶກອົບຮົມເຄື່ອນທີ່ໃຫ້ຊາວໜຸ່ມຜູ້ດ້ອຍໂອກາດທີ່ບໍ່ມີເງື່ອນໄຂເຂົ້າຮຽນຢູ່ສະຖາບັນການສຶກສາຕ່າງໆ ທີ່ຢູ່ຫ່າງໄກສອກຫຼີກ ໃຫ້ໄດ້ 30 ຄົນ ແລະ ຝຶກອົບຮົມກັບທີ່ ໄລຍະສັ້ນ ໃຫ້ໄດ້ 375 ຄົນ. ຈັດຫາວຽກເຮັດງານທໍາ ເພື່ອສະໜອງກໍາລັງແຮງງານ ທີ່ຕ້ອງການມີວຽກເຮັດງານທໍາ ໃຫ້ໄດ້ຢ່າງໜ້ອຍ 2.897 ຄົນ, ໃນນີ້ ພະແນກ ຮສສ ສູ້ຊົນ ໃຫ້ໄດ້ 950 ຄົນ.
ສ້າງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ສາມາດດັດສົມຄວາມຕ້ອງການ ແລະ ການຕອບສະໜອງແຮງງານໃຫ້ໄດ້ 5.000 ເທື່ອຄົນ ເຂົ້າສູ່ຕະຫຼາດແຮງງານ. ຈັດການແຂ່ງຂັນສີມືແຮງງານ ຂັ້ນນະຄອນຫຼວງວຽງຈັນ ໃຫ້ໄດ້ 1 ຄັ້ງ.
ລົງເຜີຍແຜ່ຈຸດບໍລິການຈັດຫາງານ ໃຫ້ໄດ້ຢ່າງໜ້ອຍ 10 ຄັ້ງ ແລະ ຈັດງານຕະຫຼາດນັດແຮງງານໃຫ້ໄດ້ 1 ຄັ້ງ.ໂຄສະນາ ແລະ ເຜີຍແຜ່ນິຕິກໍາ ເປັນຕົ້ນກົດໝາຍແຮງງານສະບັບປັບປຸງ, ຂໍ້ຕົກລົງ ວ່າດ້ວຍຄ່າແຮງງານຂັ້ນຕໍ່າ ຂອງຜູ້ອອກແຮງງານຢູ່ ສປປ ລາວ ຕິດພັນໃນການກວດກາການນໍາໃຊ້ແຮງງານທົ່ວນະຄອນ ຫຼວງວຽງຈັນ ໃຫ້ໄດ້ 300 ແຫ່ງ.
ໄກ່ເກ່ຍຂໍ້ຂັດແຍ່ງແຮງງານ ຂອງຈໍານວນທີ່ໄດ້ຮັບການຮ້ອງຮຽນ ໃຫ້ໄດ້ 80% ທີ່ສະເໜີເຂົ້າມາ. ສ້າງຫົວໜ່ວຍແຮງງານໃຫ້ໄດ້ມາດຖານແຮງງານ ໃຫ້ໄດ້ 3 ແຫ່ງ. ຊຸກຍູ້ໃຫ້ຫົວໜ່ວຍແຮງງານ ສ້າງ ແລະ ປັບປຸງກົດລະບຽບພາຍໃນ ໃຫ້ໄດ້ 10 ແຫ່ງ.
ຊຸກຍູ້ໃຫ້ຫົວໜ່ວຍແຮງງານເຮັດສັນຍາແຮງງານ ໃຫ້ໄດ້ 10 ແຫ່ງ. ສົ່ງເສີມໃຫ້ຜູ້ອອກແຮງງານໄດ້ຮັບການກວດສຸຂະພາບແຮງງານ ໃຫ້ໄດ້ 3 ແຫ່ງ. ສ້າງຕັ້ງໜ່ວຍງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ໃຫ້ໄດ້ 3 ແຫ່ງ.
ລຶບລ້າງການນໍາໃຊ້ແຮງງານເດັກ ໃຫ້ໄດ້ 90% ຂອງຫົວໜ່ວຍແຮງງານ. ຄຸ້ມຄອງແຮງງານຕ່າງປະເທດ ທີ່ມາເຮັດວຽກຢູ່ ນະຄອນຫຼວງວຽງຈັນ ໃຫ້ໄດ້ 80% ຂອງຈໍານວນແຮງງານຂຶ້ນທະບຽນ. ປະສານສົມທົບກັບ ກົມຄຸ້ມຄອງແຮງງານ ກະຊວງ ຮສສ ແລະ ຫ້ອງການ ຮສສ ເມືອງ 9 ຕົວ ເມືອງ ລົງຕິດຕາມ-ກວດກາ ບັນດາຫົວໜ່ວຍແຮງງານໃຫ້ປະຕິບັດຕາມກົດລະບຽບກົດໝາຍແຮງງານ ໃຫ້ໄດ້ 300 ຫົວ
ໜ່ວຍ, ອັດຕາປົກຄຸມປະກັນສັງຄົມໃຫ້ໄດ້ 260 ຄົນ.