Johnson & Johnson ຍື່ນ ອຢ ອາເມລິກາ ຂໍອະນຸມັດໃຊ້ວັກຊີນເຂັມກະຕຸ້ນກໍລະນີສຸກເສີນ ສຳລັບປະຊາຊົນອາຍຸ 18 ປີຂຶ້ນໄປ

ບໍລິສັດ Johnson & Johnson ຜູ້ຜະລິດຢາລາຍໃຫຍ່ຂອງອາເມລິກາ ຍື່ນເລື່ອງຕໍ່ສຳນັກງານຄະນະກຳມະການອາຫານ ແລະ ຢາຂອງອາເມລິກາ (FDA) ຂໍອະນຸມັດການນຳໃຊ້ວັກຊີນໂຄວິດຂອງທາງບໍລິສັດ ເພື່ອໃຊ້ເປັນວັກຊີນເຂັມກະຕຸ້ນ ຫລື Booster Shot ໃນກໍລະນີສຸກເສີນ ສຳລັບປະຊາຊົນກຸ່ມອາຍຸ 18 ປີຂຶ້ນໄປ.
Johnson & Johnson ເຊິ່ງພັດທະນາວັກຊີນໂຄວິດແບບ 1 ໂດສ ເປີດເຜີຍວ່າ: ໄດ້ສົ່ງຂໍ້ມູນໃຫ້ FDA ເຊິ່ງລວມທັງຜົນການສຶກສາທົດລອງວັກຊີນເຂັມກະຕຸ້ນໄລຍະທ້າຍໃນອາເມລິກາ ໂດຍພົບວ່າ: ຜູ້ໄດ້ຮັບການສັກວັກຊີນ Johnson & Johnson ເຂັມກະຕຸ້ນ ຫລັງຈາກສັກວັກຊີນຫລັກແລ້ວ 56 ວັນ ມີອັດຕາປ້ອງກັນການຕິດເຊື້ອໂຄວິດແບບມີອາການໄດ້ສູງເຖິງ 94%. ຂະນະທີ່ສາມາດປ້ອງກັນການເກີດອາການປ່ວຍຮຸນແຮງໄດ້ເຖິງ 100% ໃນໄລຍະເວລາຢ່າງໜ້ອຍ 14 ວັນຫລັງສັກວັກຊີນເຂັມກະຕຸ້ນ.
ການຍື່ນຂໍອະນຸມັດໃຊ້ວັກຊີນເຂັມກະຕຸ້ນຂອງ Johnson & Johnson ມີຂຶ້ນກ່ອນ FDA ຈະຈັດກອງປະຊຸມກັບຄະນະກຳມະການທີ່ປຶກສາຜູ້ຊ່ຽວຊານໃນວັນທີ 15 ຕຸລານີ້ ເພື່ອຫາລືເລື່ອງການອະນຸມັດໃຊ້ວັກຊີນ Johnson & Johnson ເປັນວັກຊີນເຂັມກະຕຸ້ນ.
ເຊິ່ງຜ່ານມາ FDA ໄດ້ອະນຸມັດນຳໃຊ້ວັກຊີນເຂັມກະຕຸ້ນຂອງບໍລິສັດ Pfizer-BioNTech ສຳລັບກຸ່ມປະຊາຊົນອາຍຸແຕ່ 65 ປີຂຶ້ນໄປ ລວມທັງປະຊາຊົນໃນກຸ່ມສ່ຽງອາການໜັກ ແລະ ສ່ຽງຕິດເຊື້ອ ເຊິ່ງທາງ Pfizer ຍັງຂໍໃຫ້ FDA ຂະຫຍາຍການອະນຸມັດໃຊ້ວັກຊີນສຳລັບປະຊາຊົນອາຍຸແຕ່ 16 ປີຂຶ້ນໄປນຳອີກ, ແຕ່ໄດ້ຮັບການປະຕິເສດ ເນື່ອງຈາກມີຂໍ້ມູນຫລັກຖານບົ່ງຊີ້ວ່າ: ວັກຊີນເຂັມກະຕຸ້ນຂອງ Pfizer ນັ້ນມີປະໂຫຍດສຳລັບກຸ່ມຜູ້ສູງອາຍຸ ແລະ ກຸ່ມສ່ຽງສູງຫລາຍກວ່າ.
ນອກຈາກນີ້, ຍັງມີບໍລິສັດ Moderna ທີ່ຍື່ນຂໍອະນຸມັດນຳໃຊ້ວັກຊີນເຂັມກະຕຸ້ນໃນກໍລະນີສຸກເສີນໄປໃນເດືອນກັນຍາຜ່ານມາ ໂດຍ FDA ຈະມີກອງປະຊຸມຄະນະກຳມະການໃນວັນທີ 14 ຕຸລາ ເພື່ອຫາລືເລື່ອງນີ້.
ປັດຈຸບັນມີຊາວອາເມລິກາອາຍຸແຕ່ 18 ປີຂຶ້ນໄປ ປະມານ 15 ລ້ານຄົນ ທີ່ໄດ້ຮັບການສັກວັກຊີນຕ້ານໂຄວິດຂອງ Johnson & Johnson. ຂະນະທີ່ ທາງບໍລິສັດຍັງເປີດເຜີຍວ່າ: ມີແຜນຈະຍື່ນຂໍ້ມູນການສຶກສາທົດລອງວັກຊີນເຂັມກະຕຸ້ນໃຫ້ໜ່ວຍງານເບິ່ງແຍງການໃຊ້ວັກຊີນອື່ນໆເຊັ່ນ: ອົງການອະນາໄມໂລກ (WHO) ແລະ ກຸ່ມທີ່ປຶກສາດ້ານເຕັກນິກການສ້າງພູມຕ້ານທານແຫ່ງຊາດ (National Immunization Technical Advisory Groups) ຂອງອາເມລິກາ ເພື່ອໃຫ້ຂໍ້ມູນສຳລັບການຕັດສິນໃຈດ້ານຍຸດທະສາດການບໍລິຫານວັກຊີນທ້ອງຖິ່ນ.
ອ້າງອີງ: