ນາຍົກນິວຊີແລນຍອມຮັບ ອາດບໍ່ສາມາດກຳຈັດໃຫ້ໂຄວິດຫາຍໄປໄດ້ ກຽມປັບແຜນຢູ່ຮ່ວມກັບໂຄວິດ

ທ່ານ ນາງ ຈາຊິນດາ ອາຣເດິນ ນາຍົກລັດຖະມົນຕີຂອງນິວຊີແລນ ຍອມຮັບວ່າ: ທາງການບໍ່ສາມາດກຳຈັດໃຫ້ໂຄວິດຫາຍໄປໄດ້ ດັ່ງຈະໄດ້ເຫັນຈາກແນວທາງຂອງປະເທດຕ່າງໆທົ່ວໂລກທີ່ຍັງຜະເຊີນກັບການແຜ່ລະບາດ, ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ ກຽມປັບແຜນຜ່ອນຄາຍລັອກດາວ ເປີດໂອກາດໃຫ້ປະຊາຊົນຢູ່ຮ່ວມກັບໂຄວິດຢ່າງມີສະຕິ.
ນັບແຕ່ມີການແຜ່ລະບາດຂອງເຊື້ອໂຄວິດ, ນິວຊີແລນຖືເປັນໜຶ່ງໃນປະເທດທີ່ຕັ້ງເປົ້າຢຸດການແຜ່ລະບາດຂອງເຊື້ອ ຜ່ານມາດຕະການລັອກດາວ ແລະ ມາດຕະການຮັບມືທີ່ເຂັ້ມງວດ ໂດຍວິທີການດັ່ງກ່າວເບິ່ງຄືວ່າຈະໄດ້ຜົນດີຫລາຍໃນນິວຊີແລນ ຜູ້ຕິດເຊື້ອສະສົມ ແລະ ຜູ້ເສຍຊີວິດຢູ່ໃນເກນຂ້ອນຂ້າງຕໍ່າ ເມື່ອທຽບໃສ່ຈຳນວນປະຊາກອນທົ່ວປະເທດປະມານ 5 ລ້ານຄົນ.
ແຕ່ການແຜ່ລະບາດຂອງໂຄວິດກາຍພັນສາຍພັນເດວຕາ ຖືເປັນຈຸດປ່ຽນທີ່ເຮັດໃຫ້ນິວຊີແລນໄດ້ຮຽນຮູ້ຈາກບົດຮຽນຂອງປະເທດອື່ນໆວ່າ: ການເຮັດໃຫ້ຜູ້ຕິດເຊື້ອເປັນສູນ, ຢຸດການແຜ່ລະບາດຂອງໂຄວິດໄດ້ຢ່າງສິ້ນເຊີງເປັນເລື່ອງທີ່ເປັນໄປໄດ້ຂ້ອນຂ້າງຍາກ ເຖິງວ່າທາງການນິວຊີແລນຈະເຄີຍປະກາດໃຊ້ມາດຕະການລັອກດາວ, ເຖິງວ່າຈະກວດພົບຜູ້ຕິດເຊື້ອໃໝ່ພຽງຫລັກໜ່ວຍເທົ່ານັ້ນ, ແຕ່ບໍ່ອາດຢຸດການພົບຜູ້ຕິດເຊື້ອໃໝ່ຕໍ່ໆມາໄດ້.
ຜ່ານມາມາດຕະການລັອກດາວ ແລະ ການຮັບມືທີ່ເຂັ້ມງວດຊ່ວຍເຮັດໃຫ້ທາງການນິວຊີແລນສາມາດຄວບຄຸມສະຖານະການການແຜ່ລະບາດພາຍໃນປະເທດບໍ່ໃຫ້ລຸກລາມໄດ້ ໂດຍປະກາດຜ່ອນຄາຍມາດຕະການລັອກດາວໂອ໊ກແລນ ໜຶ່ງໃນສູນກາງການແຜ່ລະບາດແລ້ວ ນັບແຕ່ວັນທີ 5 ຕຸລາ ເຊິ່ງຈະຍັງເດີນໜ້າຄັດກອງ, ກວດຫາເຊື້ອ, ກັກຕົວ ແລະ ຕິດຕາມກຸ່ມສ່ຽງຢ່າງໃກ້ຊິດຕໍ່ໄປ.
ຫລ້າສຸດ ນິວຊີແລນມີຜູ້ຕິດເຊື້ອສະສົມ 4.451 ຄົນ, ເສຍຊີວິດແລ້ວ 27 ຄົນ, ພົນລະເມືອງ 65% ຂອງນິວຊີແລນເຂົ້າຮັບວັກຊີນແລ້ວຢ່າງໜ້ອຍ 1 ໂດສ. ຂະນະທີ່ເກືອບ 42% ຂອງພົນລະເມືອງທົ່ວປະເທດເຂົ້າຮັບການສັກວັກຊີນຄົບໂດສແລ້ວ.
ອ້າງອີງ: