ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ

ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ - shutterstock 267865229 - ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ
ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ - Untitled design 1 - ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ

ຫລາຍທ່ານອາດເຄີຍໄດ້ຍິນເລື່ອງນີ້ແບບຜ່ານໆກັນມາແດ່ແລ້ວແມ່ນບໍ່, ແຕ່ຫລາຍຄົນກໍຍັງຄົງບໍ່ຮູ້ວ່າ ການທີ່ເຮົາອົດເຂົ້າ ແລງນັ້ນມັນແມ່ນເລື່ອງດີແທ້ໆ ເຊິ່ງຫລາຍຄົນກໍມີຄຳຖາມວ່າມັນດີແນວໃດ ແລະ ມື້ນີ້ພວກເຮົາກໍມີຄຳຕອບມາໃຫ້ບັນດາທ່ານໄດ້ ເຮັດຄວາມເຂົ້າໃຈ ເຮັດແນວໃດຈຶ່ງຈະບໍ່ເຖົ້າໄວ, ບໍ່ຕຸ້ຍ ແລະ ມີອາຍຸຍືນ ? ຄຳຕອບທີ່ແທ້ຈິງກໍແມ່ນ ການກິນສາຍກາງ ນັ້ນເອງ.

ການກິນສາຍກາງ ແມ່ນການກິນເຂົ້າເຊົາ, ເຂົ້າສວາຍ ແລະ ບໍ່ກິນເຂົ້າແລງ ນັ້ນກໍໝາຍຄວາມວ່າ ເຮົາຄວນທີ່ຈະກິນອາຫານ ໃນຄາບເຊົ້າ ແລະ ໃຊ້ພະລັງງານໃຫ້ໝົດໃນຕອນສວາຍ ແລະ ກິນເຂົ້າສວາຍ ໃຊ້ພະລັງງານໃຫ້ໝົດຈົນຮອດຕອນແລງ. ຫລາຍ ຄົນກໍຄົງສົງໄສວ່າ ແລ້ວເປັນຫຍັງຈຶ່ງບໍ່ກິນເຂົ້າແລງ ແລ້ວໃຊ້ພະລັງງານໃຫ້ໝົດໃນຕອນນອນຮອດຕອນເຊົ້າ ? ເຊິ່ງຄຳຕອບກໍຄື  ໃນຕອນແລງ ຮ່າງກາຍຂອງເຮົາຕ້ອງການໆພັກຜ່ອນ, ການເຮັດວຽກຕ່າງໆໃນລະບົບຮ່າງກາຍນັນກໍຈະຊ້າລົງ ຫາກເຮົາເລືອກ ທີ່ຈະກິນເຂົ້າແລງ ຫລື ອາຫານຄາບໃຫຍ່ ແລະ ມີປະລິມານຫລາຍ ກໍຍິ່ງເຮັດໃຫ້ລະບົບຕ່າງໆໃນຮ່າງກາຍເຮັດວຽກໜັກຫລາຍ ຂຶ້ນເປັນ 2 ເທົ່າ ທັງນີ້ຮ່າງກາຍຂອງທ່ານກໍຈະເສື່ອມຖອຍລົງທຸກໆມື້.

ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ - Visit Laos Visit SALANA BOUTIQUE HOTEL - ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ

ສົມມຸດວ່າໃນມື້ນີ້ເຮົາກິນເຂົ້າມັນໄກ່ໄປ 1 ຈານ ເຊິ່ງເຂົ້າມັນໄກ່ 1 ຈານຈະໃຫ້ພະລັງງານປະມານ 250 ຫລື 300 ກາລໍຣີ ນັ້ນກໍເທົ່າກັບວ່າເຮົາຈະຕ້ອງໃຊ້ພະລັງງານນີ້ໃຫ້ໝົດພາຍໃນ 1 ມື້ ເຊິ່ງທຽບເທົ່າກັບການຂີ້ລົດຖີບຢູ່ກັບບ່ອນ 2 ຊົ່ວໂມງ ແລ້ວຈະ ເຮັດແນວໃດ ຖ້າຫາກກິນເຂົ້າມັນໄກ່ໄປແລ້ວ ຫລັງຈາກນັ້ນທ່ານບໍ່ໄດ້ອອກກຳລັງກາຍໃນຕອນກາງເວັນ ? ຄຳຕອບກໍຄື ກາລໍຣີ ນັ້ນກໍຈະສະສົມໄປໄວ້ໃນມື້ຕໍ່ໄປ ຖ້າທ່ານເຮັດແບບນີ້ໄປເລື້ອຍໆ ໜ້າທ້ອງຂອງທ່ານກໍຈະເລີ່ມໃຫຍ່ຂຶ້ນ, ແຂນຂາຂອງທ່ານກໍຈະ ເລີ່ມໃຫຍ່ຂຶ້ນນຳ ແນ່ນອນວ່າເມື່ອທ່ານສະສົມເຖິງ 7.700 ກາລໍຣີ ນັ້ນກໍທຽບເທົ່າກັບວ່າທ່ານເພີ່ມນ້ຳໜັກໂຕຂຶ້ນຕື່ມອີກ 1 ກິໂລ.

ສະນັ້ນແລ້ວ ຖ້າຫາກທ່ານກິນເຂົ້າເຊົ້າ, ເຂົ້າສວາຍ ຈົນຮອດເຂົ້າແລງ ແນວໃດກໍແລ້ວແຕ່ ພະລັງງານກໍຍັງເຫລືອແນ່ນອນ ບໍ່ ຈຳເປັນຕ້ອງໄປຕື່ມພະລັງງານໃນຕອນແລງຫລາຍ ຄວນເລືອກກິນຜັກ ແລະ ໝາກໄມ້ກໍພໍແລ້ວ ພວກຄາໂບໄຮເດຣດໃຫ້ງົດກິນ ໄປເລີຍຈະດີກ່ວາ ເພາະວ່າເວລາທີ່ເຮົານອນນັ້ນ ຮ່າງກາຍຈຳເອົາພະລັງງານທີ່ເຫລືອສ່ວນໜຶ່ງໄປເກັບໄວ້ຢູ່ບ່ອນຕ່າງໆ ໂດຍຕັບ ຈະເປັນຜູ້ເຮັດວຽກໃນພາກສ່ວນນີ້ ຖ້າພະລັງງານເຫລືອຫລາຍ ໃນພາກສ່ວນຂອງຕັບທີ່ເກັບມ້ຽນບໍ່ພໍ ກໍຈະສົ່ງຜົນໄປໃຫ້ພາກ ສ່ວນອື່ນໆເກັບມ້ຽນແທນ ເຊິ່ງເຮັດໃຫ້ທ່ານຕຸ້ຍຂຶ້ນນັ້ນເອງ ແລະ ແນ່ນອນວ່າຖ້າຫາກເກັບມ້ຽນບໍ່ໝົດ ເປັນຈຳນວນຫລາຍໆ ດົນ ໄປກໍຈະເກີດພວກໄຂມັນໂຕໃຫຍ່ໆຕິດຄ້າງຕາມຫລອດເລືອດ ແລະ ຍັງຄົງສະສົມຫລາຍໄປເລື້ອຍໆ ຫລອດເລືອດຂອງເຮົາກໍຈະ ນ້ອຍລົງທຸກມື້ ເລືອດທີ່ຈະໄປລ້ຽງອະໄວຍະວະຕ່າງໆກໍຈະນ້ອຍລົງ, ຄວາມຈື່ຈຳຂອງເຮົາກໍຈະດ້ອຍປະສິດທິພາບລົງ ຫລາຍສິ່ງ ຫລາຍຢ່າງກໍຈະພັດທະນາການຊ້າ, ເສື່ອມຖອຍລົງທຸກມື້ ແລະ ສຸດທ້າຍກໍຈະເຮັດໃຫ້ເຮົານັ້ນມີຮ່າງກາຍທີ່ເຖົ້າໄວ ແລະ ຫາກມື້ ໃດມື້ໜຶ່ງຫລອດເລືອດເກີດການອັດຕັນຢູ່ສະໝອງແລ້ວຈະເປັນແນວໃດ ທຸກຄົນຄົງຮູ້ກັນດີຢູ່ແລ້ວ ເພາະວ່າມີເລື່ອງລາວຫລວງ ຫລາຍທີ່ເກີດຂຶ້ນກ່ຽວກັບການກິນຫລາຍເກີນໄປເລື່ອງນີ້ຢູ່ແລ້ວ ຫລຍເກີນໄປກໍບໍ່ດີ ສົ່ງຜົນໃຫ້ອັດຕັນໃນເລື່ອງຂອງໝາກໄຂ່ ຫລັງ, ກ້າມຊີ້ນຕ່າງໆ ບໍ່ມີໂອກາດໄດ້ສັ່ງລາໃຜເລີຍແນ່ນອນ.

ການກິນເຂົ້າແລງນັ້ນເປັນຄາບທີ່ເລັ່ງຂະບວນການເສື່ອມຂອງທຸກອະໄວຍະວະໃນຮ່າງກາຍ ເຮັດໃຫ້ຮ່າງກາຍນັ້ນຈະຕ້ອງໃຊ້ ພະລັງງານໃນການຈັດການກັບອາຫານທີ່ເຂົ້າມາຫລາຍ. ສະນັ້ນແລ້ວ ໃຜທີ່ຍັງບໍ່ຢາກເຖົ້າກ່ອນໄວ ກໍຄວນງົດກິນເຂົ້າແລງຈະດີ ທີ່ສຸດ ຫາກອົດບໍ່ໄດ້ແທ້ໆໃຫ້ເລືອກກິນໃນປະລິມານໜ້ອຍ, ເລືອກກິນຜັກ ແລະ ໝາກໄມ້, ງົດອາຫານຈຳພວກແປ້ງ, ຄາໂບໄຮ ເດຣດ ແລະ ອາຫານມັນໆທັງຫລາຍ ວິທີນີ້ຍັງຊ່ວຍເຮັດໃຫ້ນານເຖົ້າໄດ້ນຳ ແລະ ຍັງຊ່ວຍເລື່ອງຂອງຄວາມຈື່ຈຳທີ່ດີຫລາຍ, ແຕ່ ກໍຕ້ອງຝຶກໃຫ້ກະເພາະອາຫານລຶ້ງກັບການກິນແບບນີ້ ແລະ ອາຫານຈຳພວກໄຂ່ດາວ, ໄຂ່ຈຽວ ໃຫ້ງົດກິນເລີຍ.

ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ - lattana banner - ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ
ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ - lattana banner 1 - ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ
ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ -    AD conten website - ບໍ່ກິນເຂົ້າແລງ ສົ່ງຜົນດີແນວໃດຕໍ່ຮ່າງກາຍ
error: Alert: ເນື້ອຫາຂ່າວມີລິຂະສິດ !!