ກຸ່ມໄອສິສ-ເຄ ອ້າງກໍ່ເຫດ ລະເບີດໂບດໃນອັບການິດສະຖານ ຮຸນແຮງທີ່ສຸດຫລັງຕາລີບັນເຂົ້າປົກຄອງ

ກຸ່ມໄອສິສ ກໍ່ເຫດລະເບີດຂ້າຕົວຕາຍຢູ່ໂບດໃນອັບການິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ. ຂະນະທີ່ຫລາຍຝ່າຍເຝົ້າຕິດຕາມເບິ່ງປະສິດທິພາບກຸ່ມຕາລີບັນ ປ້ອງກັນກໍ່ການຮ້າຍໃນອັບການິດສະຖານ.
ວັນທີ 9 ຕຸລາ 2021, ເວັບໄຊ Al Jazeera ລາຍງານວ່າ: ເກີດເຫດລະເບີດຂ້າຕົວຕາຍຢູ່ໂບດແຫ່ງໜຶ່ງ ໃນເມືອງຄຸນດຸ ທາງຕາເວັນອອກສຽງເໜືອຂອງອັບການິດສະຖານ ຂະນະທີ່ມີຊາວມຸດສະລິມເຮັດພິທີສວດໃນວັນທີ 8 ຕຸລາ ໂດຍສື່ທາງການຂອງອັບການິດສະຖານລະບຸວ່າ: ເຫດການນີ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ ແລະ ມີຜູ້ບາດເຈັບ 140 ກວ່າຄົນ.
ອົງການສະຫະປະຊາຊາດທີ່ມີທີມງານຢູ່ອັບການິດສະຖານ ລະບຸວ່າ: ຈຳນວນຜູ້ເສຍຊີວິດຍັງບໍ່ແນ່ນອນ. ເຊັ່ນດຽວກັບນັກຂ່າວ Al Jazeera ສະແດງຄວາມກັງວົນວ່າ: ຈຳນວນຜູ້ເສຍຊີວິດອາດເພີ່ມຂຶ້ນອີກ ເນື່ອງຈາກມີຜູ້ບາດເຈັບອາການໜັກຈຳນວນຫລາຍ.
ຫລັງເກີດເຫດ ກຸ່ມຕິດອາວຸດໄອສິສ-ເຄ ເຊິ່ງເປັນກຸ່ມຕິດອາວຸດລັດອິດສະລາມໃນອີຣັກ ແລະ ຊີເຣຍ ເຊິ່ງມີຖານທີ່ໝັ້ນໃນອັບການິດສະຖານ ອອກມາອ້າງຢູ່ເບື້ອງຫລັງ ໂດຍລະບຸວ່າ: ມືລະເບີດຂອງກຸ່ມໄດ້ກໍ່ເຫດທ່າມກາງຊາວມຸດສະລິມນິກາຍຊີອະຈຳນວນຫລາຍໃນໂບດ.
ຄວາມຮຸນແຮງໃນຄັ້ງນີ້ ຖືເປັນການກໍ່ການຮ້າຍທີ່ມີຄວາມຮຸນແຮງທີ່ສຸດ ຫລັງຈາກກຸ່ມຕາລີບັນເຂົ້າປົກຄອງອັບການິດສະຖານໃນເດືອນສິງຫາຜ່ານມາ. ເຖິງຢ່າງໃດກໍຕາມ, ໃນຫລາຍອາທິດຜ່ານມາ ກໍເກີດເຫດໂຈມຕີໂບດຫລາຍຄັ້ງ ໂດຍມີຄັ້ງໜຶ່ງຜູ້ກໍ່ເຫດໂຈມຕີໂບດໃນນະຄອນຫລວງຄາບູລ.
ເວັບໄຊ Al Jazeera ລະບຸວ່າ: ຄວາມພະຍາຍາມກໍ່ເຫດໂດຍກຸ່ມໄອສິສ-ເຄ ອາດຕ້ອງການສົ່ງສັນຍານຕໍ່ປະຊາຄົມໂລກວ່າ: ກຸ່ມໄອສິສຍັງບໍ່ຖືກທຳລາຍ ແລະ ຕ້ອງການຂະຫຍາຍອິດທິພົນໃນອັບການິດສະຖານ. ນອກຈາກນີ້ ຍັງເພີ່ມແຮງກົດດັນເຖິງກຸ່ມຕາລີບັນໃຫ້ປ້ອງກັນການກໍ່ການຮ້າຍໃຫ້ໄດ້.
ໂດຍກຸ່ມໄອສິສ-ເຄ ເປັນກຸ່ມກໍ່ການຮ້າຍເຄືອຂ່າຍຂອງກຸ່ມຕິດອາວຸດໄອສິສ ເຊິ່ງຜ່ານມາມີຈຸດຢືນຢັນຊັດເຈນວ່າ: ບໍ່ເຫັນພ້ອມກັບກຸ່ມຕາລີບັນ ແລະ ເບິ່ງວ່າກຸ່ມຕາລີບັນຫັກຫລັງນັກຮົບຈາກການໄປເຈລະຈາກັບອາເມລິກາ.
ອ້າງອີງ: