ເລຂາທິການ UN ປະນາມຕາລີບັນ ຜິດສັນຍາ ຕໍ່ຜູ້ຍິງ ແລະ ເດັກຍິງອັບການິດສະຖານ

ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ໃຫ້ສຳພາດສື່ມວນຊົນທີ່ນະຄອນນິວຢອກ ໃນວັນທີ 11 ຕຸລາ ປະນາມກຸ່ມຕາລີບັນທີ່ບໍ່ຮັກສາສັນຍາທີ່ໃຫ້ໄວ້ຕໍ່ຜູ້ຍິງ ແລະ ເດັກຍິງຊາວອັບການິດສະຖານ. ຂະນະທີ່ຍັງຮຽກຮ້ອງນາໆຊາດໃຫ້ຊ່ວຍກັນບໍລິຈາກເງິນແກ່ອັບການິດສະຖານ ເພື່ອປ້ອງກັນເສດຖະກິດລົ້ມສະຫລາຍ.
ທ່າຂອງທ່ານ ກູເຕີເຣສ ມີຂຶ້ນຫລັງປາກົດລາຍງານວ່າ: ເດັກ ແລະ ໄວລຸ້ນຍິງຊາວອັບການິດສະຖານຫລາຍລ້ານຄົນຍັງບໍ່ໄດ້ຮັບອະນຸຍາດໃຫ້ກັບໄປຮຽນໜັງສືຢູ່ໂຮງຮຽນ, ຂະນະທີ່ເດັກຊາຍໄດ້ຮັບອະນຸຍາດໃຫ້ເຂົ້າຮຽນໄດ້ນັບແຕ່ເດືອນກັນຍາຜ່ານມາ ເຊິ່ງສົ່ງຜົນໃຫ້ເກີດຄວາມກັງວົນຕໍ່ອະນາຄົດທາງການສຶກສາຂອງຜູ້ຍິງພາຍໃຕ້ການປົກຄອງຂອງຕາລີບັນ.
ໂດຍທ່ານ ກູເຕີເຣສ ຢືນຢັນວ່າ: ຄວາມສະເໝີພາບທາງເພດເປັນສິ່ງສຳຄັນອັນດັບທຳອິດສຳລັບທ່ານ, ພ້ອມຮຽກຮ້ອງກຸ່ມຕາລີບັນໃຫ້ຮັກສາຄຳໝັ້ນໃນການເຄົາລົບສິດຂອງເດັກຍິງ ແລະ ຜູ້ຍິງອັບການິດສະຖານທີ່ປະກາດໄວ້ຫລັງເຂົ້າຢຶດອຳນາດໃນເດືອນສິງຫາ.
ທ່າທີຂອງກຸ່ມຕາລີບັນທີ່ຍັງແບ່ງແຍກ ແລະ ກີດກັນຜູ້ຍິງຈາກການຮຽນ ແລະ ການເຮັດວຽກຕ່າງໆ ເຮັດໃຫ້ຊາວອັບການິດສະຖານຈຳນວນຫລາຍຢ້ານກົວວ່າຕາລີບັນອາດກັບໄປໃຊ້ແນວທາງປົກຄອງປະເທດແບບສຸດໂຕ່ງເຊັ່ນດຽວກັບໃນປີ 1996-2001 ເຊິ່ງກຸ່ມຕາລີບັນຍັງແຕ່ງຕັ້ງຜູ້ຊາຍໃຫ້ຮັບຕຳແໜ່ງທັງໝົດໃນຄະນະລັດຖະບານຊຸດໃໝ່ ເຖິງວ່າຈະເຜີຍວ່າຜູ້ຍິງອາດໄດ້ຮັບຕຳແໜ່ງໃນລັດຖະບານໃນພາຍຫລັງ, ແຕ່ຄາດວ່າອາດບໍ່ແມ່ນຕຳແໜ່ງໃນລະດັບສູງ.
ຂະນະທີ່ທ່ານ ກູເຕີເຣສ ຊີ້ວ່າ: ນັບແຕ່ປີ 2001 ຈົນເຖິງປັດຈຸບັນ ມີເດັກຍິງອັບການິດສະຖານໄດ້ເຂົ້າຮຽນໃນໂຮງຮຽນຫລາຍກວ່າ 3 ລ້ານຄົນ ແລະ ການສຶກສາໂດຍສະເລ່ຍສຳລັບເດັກຍິງອັບການິດສະຖານເພີ່ມຂຶ້ນຈາກ 6 ປີ ເປັນ 10 ປີ.
ເຖິງຢ່າງໃດກໍຕາມ, ທ່ານ ກູເຕີເຣສ ຍັງຮຽກຮ້ອງປະຊາຄົມໂລກໃຫ້ຊ່ວຍກັນບໍລິຈາກເງິນຊ່ວຍເຫລືອ ເພື່ອເພີ່ມສະພາບຄ່ອງແກ່ເສດຖະກິດຂອງອັບການິດສະຖານ ກ່ອນຈະເຂົ້າສູ່ສະພາບລົ້ມສະຫລາຍ ເຊິ່ງທ່ານເບິ່ງວ່າເປັນສິ່ງຈຳເປັນທີ່ຄວນປະຕິບັດ.
ຄວາມເຫັນຂອງທ່ານ ກູເຕີເຣສ ມີຂຶ້ນພາຍຫລັງອາເມລິກາ ແລະ ກຸ່ມຕາລີບັນໄດ້ສົ່ງຜູ້ແທນເຂົ້າຮ່ວມຫາລືທະວີພາຄີແບບພົບໜ້າກັນເປັນຄັ້ງທຳອິດຢູ່ນະຄອນຫລວງໂດຮາຂອງກາຕາໃນທ້າຍອາທິດຜ່ານມາ ເຊິ່ງບັນຫາສ່ວນຫລາຍກ່ຽວກັບການສົ່ງການຊ່ວຍເຫລືອດ້ານມະນຸດສະທຳໂດຍກົງແກ່ຊາວອັບການິດສະຖານ, ຂະນະທີ່ພາບລວມການເຈລະຈາເປັນໄປໃນທາງບວກ.
ອ້າງອີງ:
Comment
Comments are closed.