ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ

ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ - image big 6162e7347a579 - ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ
ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ - Untitled design 1 - ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ

ມາເລເຊຍປົດລັອກດາວ ອະນຸຍາດໃຫ້ປະຊາຊົນເດີນທາງພາຍໃນປະເທດ. The Straits Times ລາຍງານວ່າ: ທາງການມາເລເຊຍຜ່ອນຜັນມາດຕະການປ້ອງກັນພະຍາດລະບາດ ເປີດໃຫ້ປະຊາຊົນເດີນທາງລະຫວ່າງລັດໃນວັນທີ 11 ຕຸລາ 2021 ຫລັງປະຊາຊົນໄວຜູ້ໃຫຍ່ໃນປະເທດໄດ້ຮັບການສັກວັກຊີນຄົບໂດສແລ້ວ 90% ໂດຍປະຊາຊົນທີ່ໄດ້ຮັບການສັກວັກຊີນຄົບໂດສຈະສາມາດເດີນທາງໃນປະເທດ ແລະ ອອກນອກປະເທດໄດ້ ເຊິ່ງຫລັງຈາກການປະກາດດັ່ງກ່າວ ມີປະຊາຊົນເດີນທາງອອກນອກເມືອງເປັນຈຳນວນຫລາຍ ຫລັງຈາກລັດຕ່າງໆໄດ້ປິດຊາຍແດນສະກັດໂຄວິດມາເກືອບ 9 ເດືອນ, ສ່ວນຜູ້ເດີນທາງຈາກຕ່າງປະເທດຈະຍັງຕ້ອງເຂົ້າສູ່ຂະບວນການກັກຕົວເປັນເວລາ 14 ວັນ.

ນາຍົກລັດຖະມົນຕີມາເລເຊຍ ທ່ານ ອິສມາອິລ ຊາບຣີ ຢາຄອບ ລະບຸວ່າ: ທຸລະກິດ ແລະ ການດຳເນີນຊີວິດໃນປະເທດຈະກັບເຂົ້າສູ່ສະພາບປົກກະຕິ ແລະ ເຖິງວ່າຕົວເລກຜູ້ຕິດເຊື້ອຈະເພີ່ມສູງຂຶ້ນຕໍ່ຈາກນີ້ ກໍຈະບໍ່ມີການກັບໄປໃຊ້ມາດຕະການລັອກດາວແບບເກົ່າ, ແຕ່ຈະເນັ້ນການຄວບຄຸມການແຜ່ລະບາດໃນບາງພື້ນທີ່ຕາມຄວາມເໝາະສົມ. ຫລ້າສຸດມາເລເຊຍມີຍອດຜູ້ຕິດເຊື້ອສະສົມ 2,3 ລ້ານຄົນ ແລະ ເສຍຊີວິດ 27.400 ກວ່າຄົນ.

ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ - Visit Laos Visit SALANA BOUTIQUE HOTEL - ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ
ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ - lattana banner 1 - ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ
ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ - lattana banner - ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ
ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ -    AD conten website - ມາເລເຊຍຍົກເລີກຈຳກັດການເດີນທາງ ຄົນສັກວັກຊີນຕ້ານໂຄວິດຄົບໂດສແລ້ວ
error: Alert: ເນື້ອຫາຂ່າວມີລິຂະສິດ !!