4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ

4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ - dFQROr7oWzulq5Fa4vQvBrrwgjbutoLoq4eBCZrowxWIA1Rr0NLR90nQCEa9fAulrwp 840x473 1 - 4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ
4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ - Untitled design 1 - 4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ

 

ອັນຕະລາຍຈາກສານເຄມີທີ່ເຮັດໃຫ້ເກີດຄັວນພິດ ຫາກສືບດົມເຂົ້າໄປອາດເກີດການລະຄາຍເຄືອງຕໍ່ເນື້ອເຍື່ອທາງເດີນຫາຍ ໃຈໄດ້ ໂດຍສະເພາະໃນກຸ່ມສ່ຽງຫາກໄດ້ຮັບຄັວນພິດເຂົ້າສູ່ຮ່າງກາຍ ອາດສົ່ງຜົນກະທົບຕໍ່ສຸຂະພາບຫລາຍກ່ວາປົກກະຕິ. ຫາກສືບດົມຄັວນພິດເຂົ້າໄປຈະເຮັດໃຫ້ເກີດການລະຄາຍເຄືອງລະບົບທາງເດີນຫາຍໃຈ, ເຈັບຫົວ, ມຶນງົງ, ອ່ອນເພຍ, ປຸ້ນທ້ອງ ແລະ ມຶນເມົາ ຫາກໄດ້ຮັບສານພິດປະລິມານຫລາຍ ອາດເຮັດໃຫ້ເກີດອາການໝົດສະຕິ ແລະ ເສຍຊີວິດໄດ້ ຫລື ຖ້າສຳຜັດຖືກຜິວ ໜັງ ຈະຮູ້ສຶກລະຄາຍເຄືອງຜິວ, ເຮັດໃຫ້ຜິວແດງ, ແຫ້ງ ແລະ ລອກ ເຊິ່ງສານສະໄຕຣີນໂນເມີຍັງເປັນສານທີ່ອາດກໍ່ໃຫ້ເກີດເປັນ ມະເຮັງໄດ້.

4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ - Visit Laos Visit SALANA BOUTIQUE HOTEL - 4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ
  • ຄັວນພິດອາດສົ່ງຜົນໃຫ້ມີຄວາມສ່ຽງປ່ວຍຈາກ 4 ກຸ່ມພະຍາດ ດັ່ງນີ້ :
  1. ກຸ່ມພະຍາດຫົວໃຈ ແລະ ຫລອດເລືອດ ເຊັ່ນ : ເມື່ອຍງ່າຍ, ຫົວໃຈເຕັ້ນໄວ.
  2. ກຸ່ມພະຍາດລະບົບທາງເດີນຫາຍໃຈ ເຊັ່ນ : ຕັນດັງ, ນ້ຳມູກໄຫລ, ແສບດັງ ແລະ ລຳຄໍ.
  3. ກຸ່ມພະຍາດຜິວໜັງອັກເສບ ເຊັ່ນ : ອາການຄັນຕາມຮ່າງກາຍ, ມີຜື່ນແດງຕາມຮ່າງກາຍ.
  4. ກຸ່ມພະຍາດຕາອັກເສບ ເຊັ່ນ : ອາການແສບ ຫລື ຄັນຕາ, ຕາແດງ, ນ້ຳຕາໄຫລ ແລະ ເບິ່ງພາບບໍ່ຄ່ອຍເຫັນແຈ້ງ.
  • ຂໍ້ມູນທົ່ວໄປດ້ານພິດວິທະຍາ ແລະ ສິ່ງແວດລ້ອມພົບວ່າ ວັດຖຸດິບປະເພດໂຟມ EPS ຫລື Expandable Polystyrene ເມື່ອຖືກໄຟໄໝ້ຈະເກີດມົນລະພິດຈາກສານສະໄຕຣີນ styrene ຜູ້ທີ່ສຳຜັດພິດດັ່ງກ່າວຈະມີອາ ການທີ່ສາມາດສັງເກດໄດ້ 2 ລັກສະນະ ຄື ອາການກະທັນຫັນ ແລະ ອາການຊ້ຳເຮື້ອ ດັ່ງນີ້ :
  • ອາການກະທັນຫັນ : ຈະມີຜົນຕໍ່ລະບົບປະສາດສ່ວນກາງ, ເຈັບຫົວ, ງ່ວງຊຶມ, ອ່ອນເພຍ, ເຈັບທ້ອງ, ເບື່ອອາ ຫານ, ລະຄາຍເຄືອງຜິວໜັງ, ດວງຕາ ແລະ ລະບົບທາງເດີນຫາຍໃຈ. ການສືບດົມເຂົ້າໄປຈະມີອາການໄອ ແລະ ຫາຍໃຈລຳບາກ, ຊັອກ, ຫົວໃຈຈະເຕັ້ນແຮງ ແລະ ອາດເສຍຊີວິດໄດ້.
  • ອາການຊ້ຳເຮື້ອ : ການໄດ້ຮັບສານ styrene ເປັນເວລາດົນ ຈະມີອັນຕະລາຍຕໍ່ຕັບ, ໝາກໄຂ່ຫລັງ, ລະບົບເລືອດ ໃນຂະນະທີ່ເບັນຊິນ (Benzene) ຖືເປັນພິດສານກໍ່ມະເຮັງເມັດເລືອດຂາວ ຫລື ມີຜົນເຮັດໃຫ້ເປັນພະຍາດເລືອດ ຈາງ.
  • ນອກຈາກນີ້, ອາຍກາກໂບນິກທີ່ເກີດຈາກການເຜົາໄໝ້ ຫລື ສະຫລາຍໂຕເນື່ອງຈາກຄວາມຮ້ອນຂອງ styrene ຈະສົ່ງຜົນໃຫ້ຮ່າງກາຍຂາດອົກຊີແຊນ ແລະ ເກີດອັນຕະລາຍຕໍ່ຮ່າງກາຍ. ກຸ່ມສ່ຽງອັນຕະລາຍຈາກຄັວນພິດທີ່ ເກີດຈາກສານເຄມີ ໄດ້ແກ່ : ກຸ່ມເດັກນ້ອຍ, ກຸ່ມຜູ້ເຖົ້າ, ແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈຳໂຕ ເຊັ່ນ : ພະຍາດຫົວ ໃຈ, ພະຍາດຫລອດເລືອດສະໝອງ, ພະຍາດປອດ, ຫອບຫືດ, ພູມແພ້ ເປັນຕົ້ນ ຫາກໄດ້ຮັບສານພິດເຂົ້າສູ່ຮ່າງ ກາຍ ອາດເຮັດໃຫ້ເກີດການເຈັບປ່ວຍ ຫລື ມີຜົນກະທົບຕໍ່ສຸຂະພາບທີ່ຮຸນແຮງຫລາຍກ່ວາປະຊາຊົນທົ່ວໄປ.
4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ -    AD conten website - 4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ
4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ - lattana banner 1 - 4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ
4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ - lattana banner - 4 ພະຍາດອັນຕະລາຍຈາກຄັວນພິດທີ່ມາຈາກການເຜົາໄໝ້ຂອງສານເຄມີ
error: Alert: ເນື້ອຫາຂ່າວມີລິຂະສິດ !!