ສປປ ລາວ ຕັ້ງເປົ້າໝາຍການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3

ສປປ ລາວ ຕັ້ງເປົ້າໝາຍການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3 - image - ສປປ ລາວ ຕັ້ງເປົ້າໝາຍການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3
ສປປ ລາວ ຕັ້ງເປົ້າໝາຍການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3 - kitchen vibe - ສປປ ລາວ ຕັ້ງເປົ້າໝາຍການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3

ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ລາຍງານໃນດອງປະຊຸມ
ກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍໂຄງການຜະລິດງົວ ເພື່ອການສົ່ງອອກໃນທົ່ວປະເທດ ຜ່ານລະບົບທາງໄກ ວັນທີ 15 ຕຸລາ 2021 ນີ້ໃຫ້ຮູ້ວ່າ:

ໂຄງການຜະລິດງົວເພື່ອການຄ້າ ໄດ້ກໍານົດເອົາ 18 ແຂວງໃນທົ່ວປະເທດ, ເຊິ່ງໄລຍະການຈັດຕັ້ງປະຕິບັດໂຄງການ 8 ປີ (2021-2028) ແລະຕ້ອງ ການດ້ານການລົງທຶນທັງໝົດ 1.765 ຕື້ກີບ, ໃນນີ້ເປັນທຶນຄົງທີ່ 90,1 ຕື້ກີບ ແລະ ທຶນງົວໜູນວຽນ 1.674,9 ຕື້ກີບ. ໂຄງການດັ່ງກ່າວ, ມີຈຸດປະສົງເພື່ອປະກອບສ່ວນສ້າງລາຍຮັບໃຫ້ປະເທດຊາດ ໂດຍສະ ເພາະແມ່ນຜະລິດງົວເພື່ອສົ່ງອອກໄປ ສປ ຈີນ. ສຳລັບການຄາດໝາຍຂອງການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3.

ສ່ວນວຽກງານຈຸດສຸມ ພວກເຮົາໄດ້ສ້າງຟາມພໍ່-ແມ່ພັນງົວ ເພື່ອຜະລິດລູກ, ລ້ຽງງົວຢ່ານົມ ແລະ ທອມງົວ, ໂດຍມີເປົ້າໝາຍໃຫ້ໄດ້ 100 ຝາມ ທີ່ມີຂະໜາດ 500 ໂຕ/ຮອບ ຂຶ້ນໄປ ແລະ ຄາດວ່າ ສປປ ລາວ ຈະມີງົວຊີ້ນ 50.000 ໂຕ/ປີ ຄິດເປັນມູນຄ່າ 251 ຕື້ກີບ/ປີ.

ຂໍ້ມູນ-ພາບ: ກະຊວງກະສິກຳ ແລະ ປ່າໄມ້

ສປປ ລາວ ຕັ້ງເປົ້າໝາຍການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3 - 4 - ສປປ ລາວ ຕັ້ງເປົ້າໝາຍການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!