ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້

ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້ - hp - ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້
ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້ - Untitled design 1 - ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້

 

  1. ໃຫ້ໝັ່ນສັ່ງສອນລູກຂອງເຮົາດ້ວຍຄວາມເມດຕາໃນມື້ນີ້ ຈະດີກ່ວາປ່ອຍໃຫ້ໃຫຍ່ໄປແລ້ວຖືກສັງຄົມສັ່ງສອນ.
  2. ຢ່າກົດດັນໃຫ້ລູກຕ້ອງຮຽນເກັ່ງ, ແຕ່ຈົ່ງສອນໃຫ້ລູກຮຽນຮູ້ທີ່ຈະຢູ່ດ້ວຍຕົນເອງໄດ້ ນັ້ນຄືມໍລະດົກຊີວິດທີ່ເຮົາຄວນມອບ ໃຫ້ເຂົາ.
  3. ການເລືອກອົດທົນເພື່ອຄອບຄົວສົມບູນແບບ ບໍ່ແມ່ນແຕ່ຢູ່ກັນພ້ອມໜ້າພ້ອມຕາ ຖ້າຢູ່ແລ້ວບໍ່ນຳພາ, ບໍ່ຮູ້ໜ້າທີ່ ມີໄປກໍ ເທົ່ານັ້ນ.
  4. ຂາດຜົວເຮົາຢູ່ໄດ້, ແຕ່ລູກຂາດແມ່ບໍ່ໄດ້ ຢ່າເອົາເວລາໄປທຸ້ມເທນຳຫາຜູ້ຊາຍທີ່ທຳລາຍຄວາມສົມບູນແບບຂອງຄອບ ຄົວ.
  5. ລູກສາວບໍ່ແຕ່ງດອງບໍ່ແມ່ນເລື່ອງໜ້າອາຍ ຖ້າລູກມີຊີວິດທີ່ສົມບູນແບບເອງໄດ້ ຜູ້ຊາຍກໍເປັນພຽງແຕ່ອົງປະກອບໜຶ່ງ ເທົ່ານັ້ນ.
  6. ສອນລູກສາວວ່າບໍ່ຕ້ອງແຂ່ງເທົ່າທຽມກັບຜູ້ຊາຍ ແລະ ສອນລູກຊາຍວ່າຢ່າເອົາປຽບແມ່ຍິງ ໃນໂລກແຫ່ງຄວາມຈິງ ທຸກເພດຄວນໃຫ້ກຽດເພື່ອນມະນຸດຢ່າງເທົ່າທຽມກັນ ບໍ່ວ່າຈະເປັນເພດໃດກໍຕາມ.
  7. ການສອນເລື່ອງຄວາມກະຕັນຍູ ເຮົາຕ້ອງເຮັດໃຫ້ລູກເບິ່ງ ບໍ່ແມ່ນມາສອນເອົາຕອນລູກໃຫຍ່ແລ້ວ.
  8. ລູກຊາຍເປັນເພດທາງເລືອກບໍ່ແມ່ນເລື່ອງຕ້ອງທຸກ ຕາບໃດທີ່ລູກມີຄວາມສຸກ ເປັນຄົນມີສຳນຶກດີ ມີຊີວິດຄຸນນະພາບ ກໍປະເສີດກ່ວາເລື່ອງເພດສະພາບໃດໆທັງໝົດ.
  9. ລູກເຮົາອາດບໍ່ໄດ້ງາມ-ຫລໍ່-ເກັ່ງກ່ວາລູກຄົນອື່ນ, ແຕ່ຫົວໃຈຂອງລູກຮັກເຮົາບໍ່ໜ້ອຍກ່ວາລູກເຮືອນໃດ ເທົ່ານີ້ກໍພູມໃຈ ໄດ້ແລ້ວ.
  10. ຢ່າເອົາຄວາມຫວັງຂອງເຮົາທຸ້ມໄວ້ເທິງບ່າໄຫລ່ຂອງລູກ ຄວາມຫວັງດຽວທີ່ຕ້ອງມີຕໍ່ລູກກໍຄື ໃຫ້ເຂົາດຳລົງຊີວິດໄດ້ ຢ່າງເປັນສຸກ ເຖິງວ່າໃນມື້ທີ່ບໍ່ມີເຮົາຄອຍປະຄອງ.
ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້ - lattana banner - ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້
ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້ - lattana banner 1 - ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້
ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້ -    AD conten website - ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້
ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້ - Visit Laos Visit SALANA BOUTIQUE HOTEL - ສອນລູກໄດ້ແບບນີ້ ໃຫຍ່ມາຢ່າງມີຄຸນນະພາບ ແລະ ເອົາໂຕລອດໄດ້
error: Alert: ເນື້ອຫາຂ່າວມີລິຂະສິດ !!