ໄອໂຟນ ທີ່ຄົນທໍລະມານ

ມຶກບໍ່ແຫ້ງ
ໄອໂຟນ ກາຍເປັນອຸປະກອນຮັບໃຊ້ປະຈຳວັນທີ່ຮຽກໄດ້ວ່າ “ຫຼູຫຼາ” ຂອງພວກເຮົາໄປແລ້ວ, ເມື່ອເຮົາຄິດ ຫງໍາເບິ່ງຄັກໆກໍຈຶ່ງຮູ້ວ່າ ເຄື່ອງໃຊ້ພວກນີ້ ລ້ວນແລ້ວຖືກສ້າງຂຶ້ນມາເພື່ອຄວາມສະດວກ ແຕ່ຄວາມສະດວກນັ້ນ ອາດແຝງຊ້ອນດ້ວຍການສ້າງປັນຫາທີ່ພາຄົນເຮົາທໍລະມານ.
ໄອໂຟນ (Iphone) ແມ່ນໂທລະສັບ ຍີ່ຫໍ້ດັງຈາກ ປະເທດສະຫະລັດອາເມລິກາ, ໂທລະສັບດັ່ງກ່າວຖືກ ຍົກຍ້ອງຢ່າງກວ້າງຂວາງ ເມື່ອມັນຖືກປະກາດໂຕເປັນເທື່ອທຳອິດໃນວັນທີ 9 ມັງກອນ 2007 ໂດຍ ສະຕີບ ຈອບສ໌(Steve Jobs) ເຊິ່ງມາຮອດມື້ນີ້ ການຜະລິດໂທລະສັບໄອໂຟນ ແມ່ນໄດ້ 1 ທົດສະວັດພໍດີ ເຊິ່ງພາຍໃນ 10 ປີນີ້ ໄອໂຟນຖືກຈຳໜ່າຍໄປທັງໝົດ 1,2 ຕື້ເຄື່ອງ, ສ້າງມູນຄ່າທັງໝົດ 700 ຕື້ໂດລາສະຫະລັດ ແລະສ້າງ ກຳໄລກວ່າ 100 ຕື້ໂດລາສະຫະລັດ ແກ່ບໍລິສັດ ແອັບໂປ (Apple) ທີ່ເປັນຜູ້ຜະລິດໂທລະສັບຍີ່ຫໍ້ນີ້ (ຂໍ້ມູນຈາກ ເວບໄຊ໌ໂຟບສ໌ (Forbes) ທີ່ຄຳນວນແຕ່ປີ 2007-2017).
ແຕ່ພວກເຮົາອາດຕົກໃຈບໍ່ໜ້ອຍ ເມື່ອສຳນັກຂ່າວຫຼາຍສຳນັກໄດ້ສຳຫຼວດ ແລະອອກຂ່າວກ່ຽວກັບບ່ອນ ຜະລິດໂທລະສັບໄອໂຟນທີ່ໃຫຍ່ທີ່ສຸດໃນໂລກແມ່ນຢູ່ປະເທດຈີນນັ້ນ, ຊີວິດຂອງພວກກຳມະກອນທີ່ຜະລິດໄອໂຟນຍີ່ຫໍ້ ດັງ ພັດພໍປານຕາຍທັງເປັນ ດັ່ງທ້າຍເດືອນມິຖຸນາ 2017ທີ່ຜ່ານມາ ສຳນັກຂ່າວ ເດີກາດດຽນ (theguardian) ໄດ້ພາດຫົວຂໍ້ຂ່າວວ່າ “ຊີວິດ ແລະຄວາມຕາຍ ຢູ່ໃນເມືອງທີ່ລີ້ລັບ” ໄດ້ບັນຍາຍເຖິງຊີວິດກຳມະກອນຜະລິດ ໂທລະສັບໄອໂຟນ ຢູ່ບໍລິສັດແຫ່ງໜຶ່ງໃນປະເທດຈີນ ມີກຳມະກອນຫລາຍກວ່າ 450.000 ຄົນ, ຍ້ອນໄອໂຟນເປັນຜະລິດ ຕະພັນທີ່ໄດ້ຂາຍດີທີ່ສຸດໃນໂລກ ກຳມະກອນດັ່ງກ່າວຈຶ່ງຕ້ອງໄດ້ເຮັດວຽກເກືອບບໍ່ມີເວລານອນ ແລະພັກຜ່ອນ, ມີຄວາມກົດດັນ ຈົນກໍ່ໃຫ້ເກີດມີການຂ້າຕົວຕາຍຂອງພະນັກງານ, ກໍາມະກອນ ປີໜຶ່ງມີຢູ່ຫຼາຍສິບຄົນ.
ບໍ່ພຽງຜູ້ຜະລິດເທົ່ານັ້ນ ທີ່ທົນທຸກທໍລະມານຕໍ່ຜະລິດຕະພັນດັ່ງກ່າວ ແຕ່ຍັງແມ່ນຜູ້ຊົມໃຊ້ອີກຕ່າງຫາກ, ຄົນທຳມະດາສາມັນຄືພວກເຮົາເຈົ້າຂ້ອຍກໍຕ່າງໄຝ່ຝັນຢາກມີໄອໂຟນມາໃຊ້ນຳໝູ່ ເພາະຄິດເລິກໆໃນໃຈວ່າ ເວລາ ໃດກໍຕາມຖ້າໄດ້ຈົກມືຖືຍີ່ຫໍ້ນີ້ອອກມາແລ້ວ ຈະສາມາດສ້າງຄວາມ “ນັບຖື” ຈາກຜູ້ອື່ນ ແລະ ສ້າງຄວາມ “ສົມໜ້າ ສົມຕາ” ຕໍ່ຕົນເອງ. ມີໝູ່ຮູ້ຈັກຄົນໜຶ່ງຂອງຜູ້ຂຽນ ທີ່ເຮັດວຽກນຳລັດ ແລະ ເຊົ່າຫ້ອງຢູ່, ລາວໄດ້ປະຢັດເງິນຫຼາຍ ເດືອນເພື່ອແລກກັບໂທລະສັບໄອໂຟນ ລາຄາໜ່ວຍລະ 7 ລ້ານກວ່າກີບ ເຊິ່ງຜູ້ຂຽນກໍຢາກຮູ້ວ່າ ເຫດຜົນທີ່ແທ້ຈິງ ຍ້ອນຫຍັງ ຈຶ່ງສາມາດໄດ້ຄຳຕອບສັ້ນໆວ່າ “ໃຫ້ມັນສົມໜ້າສົມຕາ, ໃຜໆກໍໃຊ້”.
ແຕ່ກົງກັນຂ້າມ ມີເພື່ອນຮ່ວມງານຄົນໜຶ່ງທີ່ເປັນຄົນຕ່າງປະເທດ ເຊິ່ງລາວຜູ້ນີ້ມີເງິນເດືອນເກືອບ 6 ພັນໂດລາສະຫະລັດ ແຕ່ຍັງໃຊ້ໂທລະສັບທີ່ບໍ່ແມ່ນຍີ່ຫໍ້ໄອໂຟນ ໂດຍມີລາຄາບໍ່ຮອດສອງລ້ານກີບຊໍ້າ ເຊິ່ງລາວ ໃຫ້ທັດສະນະວ່າ “ຊິເປັນບ້າຫຍັງເອົາເງິນຈຳນວນຫຼາຍຂະໜາດນັ້ນໄປແລກກັບໂທລະສັບ, ມັນບໍ່ແມ່ນການໃຊ້ ຈ່າຍທີ່ສະຫລາດ ແຕ່ເປັນການທໍລະມານຕົນເອງຊື່ໆ” ຈົນເຮັດໃຫ້ຜູ້ຂຽນຫງາຍເຫງີບກັບຄຳຕອບນີ້.
ສະນັ້ນ ຈຶ່ງຄິດພໍ້ກັບຄຳເວົ້າຂອງທ່ານ ໂຮເຊ ມູຮີກາ (Jose Mujica) ທີ່ມີສາຍານາມວ່າ “ປະທານາທິບໍດີ ທຸກທີ່ສຸດໃນໂລກ” ຈາກປະເທດອູຣູກວາຍ ເວົ້າວ່າ: “ການຊື້ສິ່ງຂອງບໍ່ໄດ້ໝາຍຄວາມວ່າ ຢູ່ທີ່ຄ່າຂອງເງິນ ແຕ່ໝາຍເຖິງເວລາທີ່ພວກເຮົາເສຍໄປເພື່ອຫາເງິນ, ສະນັ້ນ ສິ່ງຂອງທີ່ເຮົາຊື້ ຈຶ່ງແມ່ນຄຸນຄ່າຂອງເວລາທີ່ເສຍໄປ, ຍິ່ງຊື້ສິ່ງຂອງຫຼາຍ ກໍຍິ່ງແລກກັບເວລາທີ່ເຮົາເສຍໄປຫຼາຍ, ແຕ່ສິ່ງສຳຄັນ ເຮົາຊື້ສິ່ງຂອງໄດ້ ແຕ່ເຮົາຊື້ເວລາພັດບໍ່ໄດ້”
ມັນອາດເປັນການຍາກທີ່ພວກເຮົາຈະຢຸດຢັ້ງ ການເຕີບໃຫຍ່ຂອງວັດຖຸ, ພວກເຮົາຊິໄປສັ່ງປິດບ່ອນຜະລິດ ໄອໂຟນ ຄືຊິບໍ່ງ່າຍດາຍ, ພວກເຮົາຊິໄປສັ່ງໃຫ້ຢຸດການນຳ ໂທລະສັບໄອໂຟນເຂົ້າມາຂາຍກະຄືຊິຍາກ ແຕ່ສິ່ງທີ່ ພວກເຮົາຄວນເຮັດ ຢ່າໄປທໍລະມານນຳມັນຫຼາຍເທາະ ຖ້າບໍ່ຢາກເສຍເວລາຄືທ່ານ ໂຮເຊ ມູຮີກາ ເວົ້ານັ້ນລະ!