ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ

ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ - 1440x810 cmsv2 95e45169 ca94 50d9 8bc3 d04df8572213 6160538 - ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ
ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ - Untitled design 1 - ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ

ນັກສະສົມຊາວອາເມລິກາ ຊະນະປະມູນຊື້ຊາກຟອສຊິລຂອງບິກ ຈອນ (Big John) ໄດໂນເສົາໄທຣເຊີຣາທອບທີ່ໃຫຍ່ ແລະ ສົມບູນທີ່ສຸດອາຍຸ 66 ລ້ານປີ ດ້ວຍເງິນ 6,65 ລ້ານເອີໂຣ.

ວັນທີ 21 ຕຸລາ 2021, ສຳນັກຂ່າວ BBC ລາຍງານວ່າ: ສະຖາບັນປະມູນດຣູໂອ ໃນນະຄອນຫລວງປາຣີສ ຂອງປະເທດຝຣັ່ງ ເປີດເຜີຍວ່າ: ຊາກຟອສຊິລຂອງບິກ ຈອນ (Big John) ໄດໂນເສົາໄທຣເຊີຣາທອບທີ່ໃຫຍ່ທີ່ສຸດໃນໂລກ ຖືກຂາຍເຂົ້າຕະຫລາດໃນເມືອງຫລວງຂອງຝຣັ່ງ ແລະ ມີການປະມູນຈາກນັກສະສົມຊາວອາເມລິກາໃນລາຄາສູງທີ່ສຸດເປັນປະຫວັດສາດເຖິງ 6,65 ລ້ານເອີໂຣ ຫລັງຈາກທາງສະຖາບັນປະມູນ ໄດ້ນຳເອົາໂຄງກະດູກຊຸດນີ້ອອກສະແດງ ແລະ ເປີດປະມູນຂາຍເມື່ອອາທິດຜ່ານມາ.

ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ - Visit Laos Visit SALANA BOUTIQUE HOTEL - ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ

ສຳລັບຟອສຊິລ Big John ເປັນໂຄງກະດູກໄດໂນເສົາກິນພືດ 3 ເຂົາໄທຣເຊີຣາທອບ ຂະໜາດໃຫຍ່ທີ່ສຸດເທົ່າທີ່ມີການຂຸດພົບມາ ໂດຍມີຄົນຂຸດພົບໃນລັດເຊົາດາໂກຕາ ຂອງອາເມລິກາ ເມື່ອປີ 2014 ຄາດວ່າມັນເຄີຍມີຊີວິດຢູ່ໃນຍຸກຄຣີເທເຊຍ ເມື່ອປະມານ 66 ລ້ານປີກ່ອນ ແລະ ຖືກຝັງຢູ່ໃນຂີ້ຕົມ ເຊິ່ງເກັບຮັກສາກະດູກໄດໂນເສົາໄວ້ເປັນເວລາຫລາຍລ້ານປີ.

ໂດຍຊິ້ນສ່ວນ 200 ຊິ້ນ ລວມທັງກະໂຫລກຫົວຟອລຊິລ Big John ມີຄວາມຍາວເຖິງ 2,62 ແມັດ ແລະ ກວ້າງ 2 ແມັດ ແລະ ຂະໜາດເຂົາທີ່ຍາວ 1,1 ແມັດ ແລະ ຄວາມໜາກວ່າ 30 ຊັງຕີແມັດ ຖືກປະກອບຢ່າງພິຖີພິຖັນໂດຍຜູ້ຊ່ຽວຊານໃນເມືອງຕຣີເອສເຕ ປະເທດອິຕາລີ ປະກອບເປັນໂຄງກະດູກຍາວ 8 ແມັດ, ສູງ 3 ແມັດ ຄວາມສົມບູນໂດຍລວມຢູ່ທີ່ 60% ຄວາມສົມບູນຂອງກະໂຫລກຢູ່ທີ່ 75%.

ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ - lattana banner - ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ
ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ - lattana banner 1 - ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ
ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ -    AD conten website - ຂາຍແລ້ວ “Big John” ໄດໂນເສົາໄທຣເຊີຣາທອບ ອາຍຸ 66 ລ້ານປີ ມູນຄ່າ 6,65 ລ້ານເອີໂຣ
error: Alert: ເນື້ອຫາຂ່າວມີລິຂະສິດ !!