ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ

ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ - Image from iOS scaled - ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ
ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ - kitchen vibe - ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ

ອາຊຽນເປີດກອງປະຊຸມສຸດຍອດຜູ້ນຳມື້ທຳອິດ ໂດຍບໍ່ມີຜູ້ແທນມຽນມາເຂົ້າຮ່ວມປະຊຸມ ຫລັງປະກາດປະທ້ວງ ທ່ານ ມິນ ອ່ອງ ຫລ່າຍ ບໍ່ໄດ້ຮັບເຊີນ.

ວັນທີ 26 ຕຸລາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງປະຊຸມສຸດຍອດຜູ້ນຳສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ຄັ້ງທີ 38 ແລະ 39 ໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ຕຸລານີ້ ໃນຮູບແບບກອງປະຊຸມທາງໄກຜ່ານລະບົບເອເລັກໂຕຣນິກ ໂດຍມີຜູ້ນຳຈາກປະເທດສະມາຊິກ 9 ປະເທດເຂົ້າຮ່ວມ ຍົກເວັ້ນມຽນມາ ເຊິ່ງປະກາດປະທ້ວງກອງປະຊຸມ ຫລັງ ພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ຜູ້ນຳລັດຖະບານທະຫານຖືກປະຕິເສດບໍ່ໃຫ້ເຂົ້າຮ່ວມກອງປະຊຸມ ເຖິງວ່າກ່ອນໜ້ານີ້ ອາຊຽນໄດ້ມີມະຕິເຊີນເຈົ້າໜ້າທີ່ລະດັບສູງຂອງມຽນມາທີ່ບໍ່ໄດ້ມາຈາກຝ່າຍການເມືອງເຂົ້າຮ່ວມປະຊຸມແທນ.

ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ - Visit Laos Visit SALANA BOUTIQUE HOTEL - ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ

ກອງປະຊຸມສຸດຍອດຜູ້ນຳອາຊຽນມີກຳນົດຈັດຂຶ້ນເປັນເວລາ 3 ວັນ ໃນລະຫວ່າງວັນທີ 26-28 ຕຸລານີ້ ພາຍໃຕ້ແນວຄິດຫລັກ “ເຮົາຫ່ວງໄຍ ເຮົາກຽມພ້ອມ ເຮົາຮຸ່ງເຮືອງ” (We care, We prepare, We Prosper) ໂດຍກອງປະຊຸມຈະຍົກເອົາບັນຫາສຳຄັນໃນພາກພື້ນຂຶ້ນມາຫາລື ທັງບັນຫາເລື່ອງການເສີມສ້າງຄວາມຍືດຍຸ່ນຂອງສະມາຄົມອາຊຽນຕໍ່ການຟື້ນຕົວໃນພາກພື້ນ, ການແຜ່ລະບາດຂອງໂຄວິດ-19 ຕະຫລອດຈົນບັນຫາຄວາມທ້າທາຍຕ່າງໆ, ໂອກາດໃໝ່ໆ ແລະ ການຮັກສາການຮ່ວມມືລະຫວ່າງສະມາຊິກ.

ນອກຈາກນີ້, ກອງປະຊຸມຈະມີການຫາລືກັບປະເທດຄູ່ຄ້ານອກອາຊຽນເຊັ່ນ: ອາເມລິກາ, ຈີນ, ຍີ່ປຸ່ນ, ອິນເດຍ, ສ.ເກົາຫລີ, ອົດສະຕຣາລີ, ຣັດເຊຍ ແລະ ນິວຊີແລນ ເຊິ່ງທຳນຽບຂາວຢືນຢັນວ່າ: ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ຈະເຂົ້າຮ່ວມກອງປະຊຸມດ້ວຍຕົນເອງ ຖືເປັນຄັ້ງທຳອິດໃນຮອບ 4 ປີ ທີ່ຜູ້ນຳອາເມລິກາເຂົ້າຮ່ວມກອງປະຊຸມອາຊຽນ ຫລັງຈາກອະດີດປະທານາທິບໍດີ ໂດນັລ ທຣຳ ເຄີຍເຂົ້າຮ່ວມກອງປະຊຸມເມື່ອປີ 2017 ຫລັງຈາກນັ້ນເປັນການສົ່ງຜູ້ແທນເຂົ້າຮ່ວມກອງປະຊຸມ.

ອ້າງອີງ:

https://www.reuters.com/…/southeast-asian-leaders-hold…/

https://asia.nikkei.com/…/ASEAN-kicks-off-3-days-of…

http://www.xinhuanet.com/…/2021-10/26/c_1310269189.htm

https://www.infoquest.co.th/2021/138936

ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ - 3 - ເປີດກອງປະຊຸມສຸດຍອດຜູ້ນຳອາຊຽນ ມຽນມາບໍ່ສົ່ງຜູ້ແທນເຂົ້າຮ່ວມ ຫລັງທ່ານ ມິນ ອ່ອງ ຫລ່າຍ ຖືກປະຕິເສດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!