UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ

UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ -           2 - UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ
UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ - Untitled design 1 - UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ

UN ອອກລາຍງານ ເຕືອນທົ່ວໂລກກຳລັງລົ້ມເຫລວໃນການຄວບຄຸມອຸນຫະພູມບໍ່ໃຫ້ເພີ່ມເກີນ 1,5 ອົງສາ ຕາມເປົ້າໝາຍໃນຂໍ້ຕົກລົງປາຣີສ.

ວັນທີ 27 ຕຸລາ 2021, ສຳນັກຂ່າວຣອຍເຕີລາຍງານວ່າ: ໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (United Nations Environment Programme: UNEP) ໄດ້ເຜີຍແຜ່ລາຍງານການແຜ່ກະຈາຍແກັສເຮືອນແກ້ວ (Emissions Gap Report) ປະຈຳປີ ລະບຸວ່າ: ພັນທະສັນຍາການຫລຸດການປ່ອຍແກັສເຮືອນແກ້ວໃນປັດຈຸບັນ ເຮັດໃຫ້ໂລກມີອຸນຫະພູມສະເລ່ຍເພີ່ມຂຶ້ນ 2,7 ອົງສາໃນສະຕະວັດນີ້.

UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ - Visit Laos Visit SALANA BOUTIQUE HOTEL - UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ

ລາຍງານດັ່ງກ່າວໄດ້ຮັບການເຜີຍແຜ່ອອກມາກ່ອນກອງປະຊຸມ. ກອງປະຊຸມສຸດຍອດດ້ານການປ່ຽນແປງສະພາບອາກາດຂອງສະຫະປະຊາຊາດ ຄັ້ງທີ 26 ຫລື COP26 ຈະໄຂຂຶ້ນຢູ່ເມືອງກລາສໂກຂອງສະກອດແລນ ໃນອາທິດໜ້າ ເພື່ອຫາລືເຖິງແຜນການຫລຸດການປ່ອຍແກັສເຮືອນແກ້ວໃຫ້ຫລາຍຂຶ້ນ ເຊິ່ງອາດເປັນໂອກາດສຸດທ້າຍໃນການຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກໃຫ້ຕໍ່າກວ່າ 2 ອົງສາ ເໜືອລະດັບກ່ອນຍຸກອຸດສາຫະກຳ ໂດຍມີການກຳນົດເປົ້າໝາຍໄວ້ລະດັບ 1,5 ອົງສາ.

ກ່ອນໜ້ານີ້, ອົງການສະຫະປະຊາຊາດ (UN) ໄດ້ອອກລາຍງານສະບັບໜຶ່ງໃນເດືອນສິງຫານີ້ວ່າ: ສະພາບໂລກຮ້ອນຈາກການປ່ອຍແກັສເຮືອນແກ້ວເກີນ 1,5 ອົງສາ ໃນອີກ 20 ປີຕໍ່ໜ້າ ເຊິ່ງເປັນຜົນມາຈາກການເກີດສະພາບອາກາດປັ່ນປ່ວນທົ່ວໂລກ ນັບແຕ່ການເກີດໄຟໄໝ້ປ່າຈົນເຖິງນ້ຳຖ້ວມຮຸນແຮງໃນຫລາຍປະເທດ.

ລາຍງານ Emissions Gap Report ຂອງ UNEP ຍັງລະບຸເຖິງແຜນການຫລຸດການປ່ອຍແກັສເຮືອນແກ້ວຂອງນາໆປະເທດ ເຊິ່ງເມື່ອນຳມາລວມກັນຈະສາມາດຫລຸດການປ່ອຍແກັສເຮືອນແກ້ວທົ່ວໂລກລົງໄດ້ປະມານ 7,5% ພາຍໃນປີ 2030, ແຕ່ຍັງບໍ່ພຽງພໍທີ່ຈະຫລີກລ່ຽງອັນຕະລາຍຈາກການປ່ຽນແປງສະພາບອາກາດໄດ້.

ຖ້າສະຖານະການຍັງເປັນຢູ່ແບບນີ້ ຈະເຮັດໃຫ້ອຸນຫະພູມຮ້ອນຂຶ້ນປະມານ 2,7 ອົງສາ ການທີ່ຈະຮັກສາລະດັບອຸນຫະພູມໂລກໃຫ້ເພີ່ມຂຶ້ນບໍ່ເກີນ 2 ອົງສາ ທົ່ວໂລກຈະຕ້ອງຫລຸດການປ່ອຍແກັສເຮືອນແກ້ວລົງ 30% ແລະ ຈຳເປັນຕ້ອງຫລຸດລົງເຖິງ 50% ຖ້າຕ້ອງການຮັກສາການເພີ່ມຂຶ້ນຂອງອຸນຫະພູມບໍ່ໃຫ້ເກີນ 1,5%.

ລາຍງານຍັງລະບຸອີກວ່າ: ປັດຈຸບັນກຸ່ມປະເທດ G20 ເຊິ່ງປ່ອຍແກັສເຮືອນແກ້ວເກືອບ 80% ຂອງທົວໂລກ ຍັງບໍ່ໄດ້ຢູ່ໃນເສັ້ນທາງທີ່ຈະເຮັດໃຫ້ພັນທະສັນຍາທັງກ່ອນໜ້າ ແລະ ພັນທະສັນຍາໃນປີ 2030 ປະສົບຜົນສຳເລັດໄດ້.

ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການ UN ກ່າວວ່າ: ຖ້າບໍ່ມີການຫລຸດການປ່ອຍແກັສເຮືອນແກ້ວຢ່າງຈິງຈັງໃນທົດສະວັດໜ້າ ເຮົາຈະສູນເສຍໂອກາດຕະຫລອດການ ໃນການຄວບຄຸມອຸນຫະພູມບໍ່ໃຫ້ເກີນ 1,5 ອົງສາ ໂດຍສະເພາະກຸ່ມປະເທດ G20 ມີຄວາມຈຳເປັນຕ້ອງສະເໜີຄຳໝັ້ນສັນຍາທີ່ຈະນຳໄປສູ່ເປົ້າໝາຍການຮັກສາການເພີ່ມຂຶ້ນຂອງອຸນຫະພູມບໍ່ໃຫ້ເກີນ 1,5 ອົງສາ ກ່ອນກອງປະຊຸມໃນກລາສໂກຈະເລີ່ມຂຶ້ນ.

ອ້າງອີງ:

https://www.reuters.com/…/un-warns-world-set-27c-rise…/

UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ - lattana banner 1 - UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ
UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ - lattana banner - UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ
UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ -    AD conten website - UN ເຕືອນອຸນຫະພູມໂລກເພີ່ມສະເລ່ຍ 2,7 ອົງສາ ຈາກແຜນຫລຸດປ່ອຍແກັສເຮືອນແກ້ວໃນປັດຈຸບັນ
error: Alert: ເນື້ອຫາຂ່າວມີລິຂະສິດ !!