ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ”

ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ” -              13 - ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ”
ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ” - Untitled design 1 - ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ”

ອາເມລິກາເປີດຜົນວິໄຈ ຊີ້ສັກວັກຊີນມີປະສິດທິພາບໃນການປ້ອງກັນພະຍາດໂຄວິດ-19 ຫລາຍກວ່າຜູ້ທີ່ເຄີຍຕິດເຊື້ອ ແລະ ຍັງບໍ່ໄດ້ສັກວັກຊີນ.

ວັນທີ 30 ຕຸລາ 2021, ເວັບໄຊເດິນິວຢອກທາມເຜີຍແຜ່ຜົນການສຶກສາຈາກສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາເມລິກາ (CDC) ບົ່ງຊີ້ວ່າ: ຜູ້ທີ່ຍັງບໍ່ໄດ້ສັກວັກຊີນ ແລະ ເຄີຍຕິດເຊື້ອໂຄວິດ-19 ມີໂອກາດຈະຕິດເຊື້ອໄດ້ຫລາຍກວ່າ ຜູ້ທີ່ສັກວັກຊີນປ້ອງກັນໂຄວິດ-19 ຂອງໄຟເຊີ ຫລື ໂມເດິນາ 2 ເຂັມ.

ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ” - Visit Laos Visit SALANA BOUTIQUE HOTEL - ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ”

ການສຶກສາດັ່ງກ່າວໄດ້ມີການທົດລອງກັບຜູ້ທີ່ເຂົ້າໂຮງໝໍດ້ວຍອາການປ່ວຍຄ້າຍຄືພະຍາດໂຄວິດ-19 ຈຳນວນ 7.000 ຄົນ ໃນ 9 ລັດຂອງອາເມລິກາ. ຈາກນັ້ນສັງເກດຈຳນວນຜູ້ປ່ວຍທີ່ມີຜົນກວດອອກມາຕິດເຊື້ອໂຄວິດ-19 ແທ້ໆ ພົບວ່າ ຜູ້ທີ່ຍັງບໍ່ໄດ້ຮັບວັກຊີນ ແລະ ເຄີຍຕິດເຊື້ອເມື່ອບໍ່ມານດົນ ມີໂອກາດຕິດເຊື້ອໂຄວິດ-19 ຫລາຍກວ່າກຸ່ມຜູ້ປ່ວຍທີ່ຕິດເຊື້ອຫລັງຈາກໄດ້ຮັບວັກຊີນແລ້ວ.

ເຖິງຢ່າງໃດກໍຕາມ, ນັກວິໄຈລະບຸວ່າ: ການສຶກສານີ້ຍັງມີຂໍ້ຄວນລະວັງອີກຫລາຍປະການ ເນື່ອງຈາກຜູ້ປ່ວຍມີປັດໄຈການເຂົ້າປິ່ນປົວຢູ່ໂຮງໝໍຕ່າງກັນ ແລະ ຜູ້ຮ່ວມການທົດລອງບາງຄົນມີໂອກາດຈະຕິດເຊື້ອໂຄວິດ-19 ມາກ່ອນໂດຍບໍ່ຮູ້ຕົວ ລວມທັງການໃຫ້ຂໍ້ມູນ ແລະ ອະຄະຕິຂອງຜູ້ຮ່ວມວິໄຈ ເຊິ່ງອາດມີຜົນຕໍ່ຜົນໄດ້ຮັບຂອງການວິໄຈໄດ້.

ນັກວິໄຈອະທິບາຍຕໍ່ໄປວ່າ: ເຖິງວ່າການສັກວັກຊີນຈະຊ່ວຍປ້ອງກັນການຕິດເຊື້ອໄດ້ດີ, ແຕ່ແອນຕິບໍດີຈາກການຕິດເຊື້ອຄັ້ງກ່ອນນັ້ນອາດມີຄວາມຫລາກຫລາຍຫລາຍກວ່າ ເຊິ່ງເທົ່າກັບວ່າຈະຊ່ວຍປ້ອງກັນການຕິດເຊື້ອໄດ້ຫລາກຫລາຍສາຍພັນ, ແຕ່ຕໍ່ໃຫ້ເປັນແບບນັ້ນ ແພດຍັງເຕືອນວ່າ: ການຕິດເຊື້ອໂດຍທຳມະຊາດມີຄວາມສ່ຽງ ແລະ ອັນຕະລາຍ ແລະ ບໍ່ແມ່ນຜູ້ປ່ວຍທຸກຄົນຈະມີຊີວິດລອດໄດ້ຈາກໂຄວິດ-19 ຫລື ການລອດອາດບໍ່ສາມາດສ້າງພູມຕ້ານທານທີ່ແຂງແຮງຕໍ່ການປ້ອງກັນພະຍາດໃນລະດັບສູງເທົ່າກັນທຸກຄົນ.

ອ້າງອີງ:

https://www.nytimes.com/…/29/health/vaccination-covid.html

ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ” - lattana banner - ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ”
ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ” -    AD conten website - ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ”
ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ” - lattana banner 1 - ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ”
error: Alert: ເນື້ອຫາຂ່າວມີລິຂະສິດ !!