ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ - 3f51d7ba 7004 4f15 b460 96c60293b34f - ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ - kitchen vibe - ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະດໍາເນີນໄປເຖິງວັນທີ 17 ພະຈິກ 2021 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນເຊັ່ນ: ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022, ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປີ 2020; ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ບົດລາຍງານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025); ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025); ບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ; ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການ ຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການກວດກາແຫ່ງລັດ; ການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ຂອງອົງການກວດກາແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ; ການສະເໜີແຕ່ງຕັ້ງສະມາຊິກສະພາ ຜູ້ພິພາກສາຂອງສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ 2022 ຂອງສະພາແຫ່ງຊາດ; ບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບົດລາຍງານການເຄື່ອນໄຫວຂອງສະພາແຫ່ງຊາດ.

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມຜ່ານສາຍດ່ວນ 156.

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ - 4 - ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!