ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ

ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ - https  cdn - ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ
ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ - kitchen vibe - ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ

ປະທານາທິບໍດີ ໄບເດນ ຂໍໂທດທີ່ລັດຖະບານຊຸດກ່ອນຖອນຕົວອອກຈາກຂໍ້ຕົກລົງປາຣີສ ຈົນເຮັດໃຫ້ແຜນງານຊັກຊ້າ.

ວັນທີ 1 ພະຈິກ 2021, ສຳນັກຂ່າວຊີເອັນເອັນ (CNN) ລາຍງານຄຳກ່າວຂອງປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ໃນກອງປະຊຸມສະມັດຊາປະເທດພາຄີອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ ຫລື COP26 ໂດຍຜູ້ນຳອາເມລິກາໄດ້ຂໍໂທດທີ່ລັດຖະບານຊຸດກ່ອນພາຍໃຕ້ການບໍລິຫານຂອງອະດີດປະທານາທິບໍດີ ໂດນັລ ທຣຳ ຖອນຕົວອອກຈາກຂໍ້ຕົກລົງປາຣີສ ຈົນເຮັດໃຫ້ປະເທດຍັງບໍ່ສາມາດບັນລຸເປົ້າໝາຍດ້ານສິ່ງແວດລ້ອມທີ່ຕັ້ງໄວ້ໄດ້.

ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ - Visit Laos Visit SALANA BOUTIQUE HOTEL - ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ

ປະທານາທິບໍດີ ໄບເດນ ເຜີຍວ່າ: ຊາວອາເມລິກາເມື່ອ 4-5 ປີກ່ອນຍັງບໍ່ໝັ້ນໃຈ ວ່າສະພາບອາກາດປ່ຽນແປງນັ້ນເປັນເລື່ອງແທ້ ຫລື ບໍ່, ແຕ່ຕອນນີ້ພວກເຂົາໄດ້ເຫັນການປ່ຽນແປງທີ່ເກີດຂຶ້ນແລ້ວ ແລະ ເລີ່ມເຂົ້າໃຈຄວາມຮີບດ່ວນໃນການແກ້ໄຂບັນຫານີ້ຄືກັບທຸກຄົນ.

ການຖອນຕົວຈາກຂໍ້ຕົກລົງປາຣີສ ທີ່ເປັນການຈັດຕັ້ງຂອບເພື່ອແກ້ໄຂບັນຫາການປ່ຽນແປງສະພາບອາກາດ ດ້ວຍການຫລຸດການປ່ອຍແກັສເຮືອນແກ້ວ ເປັນສິ່ງທີ່ອະດີດປະທານາທິບໍດີ ທຣຳ ເບິ່ງວ່າເຮັດໃຫ້ອາເມລິກາເສຍປຽບໃນການແຂ່ງຂັນທາງເສດຖະກິດ.

ເຊິ່ງທັນທີທີ່ປະທານາທິບໍດີ ໄບເດນ ສາບານຕົນເຂົ້າຮັບຕຳແໜ່ງ ໄດ້ປະກາດກັບເຂົ້າຮ່ວມຂໍ້ຕົກລົງປາຣີສໃນທັນທີ.

ໃນກອງປະຊຸມ COP26 ຢູ່ເມືອງກລາສໂກຄັ້ງນີ້, ປະທານາທິບໍດີ ໄບເດນ ໄດ້ພົບປະໂອ້ລົມກັບຜູ້ນຳຫລາຍໆປະເທດ ລວມທັງປະທານາທິບໍດີ ໂຈໂຄ ວິໂດໂດ ຂອງອິນໂດເນເຊຍ ແລະ ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ.

ອ້າງອີງ:

https://edition.cnn.com/…/us-president-cop26…/index.html

https://news.yahoo.com/biden-calls-climate-crisis-apos…

ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ - 4 - ທ່ານ ໄບເດນ ກ່າວຂໍໂທດຜູ້ນຳທົ່ວໂລກ ທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງປາຣີສ ໃນຍຸກຂອງລັດຖະບານທ່ານ ທຣຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!