ໝາກສາລີ້ ເປັນໝາກໄມ້ເພື່ອສຸຂະພາບທີ່ດີຈາກພາຍໃນສູ່ພາຍນອກ
November 5, 2021 - 5:00 PM

ໝາກສາລີ້ ເປັນໝາກໄມ້ທີ່ເໝາະສົມສຳລັບຄົນທີ່ກຳລັງຄວບຄຸມນ້ຳໜັກ ແລະ ຮັກສາສຸຂະພາບທີ່ສຸດ ເພາະມີສັບພະຄຸນ ຫລາກຫລາຍ ຊ່ວຍບຳລຸງໃຫ້ສຸຂະພາບແຂງແຮງຈາກພາຍໃນສູ່ພາຍນອກ ລວມເຖິງເລື່ອງຂອງຄວາມງາມ ໝາກສາລີ້ກໍມີບາງ ຄຸນສົມບັດທີ່ຊ່ວຍໄດ້ຄືກັນ ບໍ່ວ່າຈະແມ່ນ :
- ຊ່ວຍຟື້ນຟູສະພາບຜິວໃຫ້ຊຸ່ມຊື່ນ ໂດຍສະເພາະໃນຍາມໜາວ ຫລື ອາກາດເຢັນ ເພາະ ໝາກສາລີ້ປະກອບໄປດ້ວຍນ້ຳ, ໄຟເບີ, ວິຕາມິນ C ເຮັດໃຫ້ຊ່ວຍຟື້ນຟູສະພາບຜິວທີ່ອ່ອນແອໃຫ້ກັບມາຊຸ່ມຊື່ນຂຶ້ນ. ຫາກໃຜທີ່ມີ ບັນຫາຜິວແຫ້ງ ໝາກສາລີ້ຊ່ວຍທ່ານໄດ້.
- ຊ່ວຍກະຕຸ້ນພູມຕ້ານທາງໃຫ້ຮ່າງກາຍ ເຊິ່ງປະລິມານຫລາຍໆຂອງວິຕາມິນ C ໃນໝາກສາລີ້ຈະຊ່ວຍກະຕຸ້ນລະບົບ ພູມຕ້ານທານຂອງຮ່າງກາຍແຂງແຮງ ບໍ່ໃຫ້ຮ່າງກາຍເຈັບປ່ວຍງ່າຍ ເຮັດໃຫ້ບໍ່ເປັນຫວັດງ່າຍ, ມີລິດເຢັນຊ່ວຍດັບ ກະຫາຍຄາຍຮ້ອນ, ໄລ່ຂີ້ກະເທີ່ ແລະ ປິ່ນປົວອາການເຈັບປ່ວຍຕ່າງໆພາຍໃນໄດ້ເປັນຢ່າງດີ ແລະ ຍັງມີສານ ຟລາໂວນອຍ ທີ່ຊ່ວຍຫລຸດອາການອັກເສບຂອງແຊນຕ່າງໆນຳອີກ.
- ຊ່ວຍຜ່ອນຄາຍຮ່າງກາຍຈາກຄວາມອິດເມື່ອຍອ່ອນເພຍ ເພາະໝາກສາລີ້ມີນ້ຳຕານໃນໂຕເອງຫລາຍ, ແຕ່ຄ່າດັດຊະນີ ຕ່ຳ ເມື່ອກິນເຂົ້າໄປ ຮ່າງກາຍສາມາດດູດຊຶມ ແລະ ເອົາໄປໃຊ້ໄດ້ທັນທີ ເຮັດໃຫ້ຊ່ວຍຫລຸດອາການອິດເມື່ອຍອ່ອນເພຍ ແລະ ຟື້ນຟູກຳລັງໄດ້ໄວຂຶ້ນ.
- ຊ່ວຍບຳບັດຄວາມເຄັ່ງຄຽດ ເພາະຊີ້ນຂອງໝາກສາລີ້ມີຄວາມກອບ ແລະ ໃຫ້ລິດເຢັນ ຈຶ່ງສາມາດຊ່ວຍບຳບັດສະພາບ ຮ່າງກາຍທີ່ອ່ອນເພຍ ແລະ ຊ່ວຍຫລຸດຄວາມເຄັ່ງຄຽດທີ່ສະສົມມາໝົດມື້ໄດ້ ທັງຍັງເປັນການຊ່ວຍປຸກຮ່າງກາຍໃຫ້ ສົດຊື່ນໄດ້ເປັນຢ່າງດີ. ນອກຈາກນີ້, ຊີ້ນຂອງໝາກສາລີ້ທີ່ມີລົດຊາດຫວານ ກິນແລ້ວຍັງເຮັດໃຫ້ຮູ້ສຶກໄດ້ເຖິງຄວາມ ຫ້າວຫັນ ທັງຍັງເປັນຢາລະງັບປະສາດອ່ອນໆຈາກທຳມະຊາດທີ່ບໍ່ມີຜົນຂ້າງຄຽງໃດໆ.
- ອຸດົມດ້ວຍເສັ້ນໄຍຫລາຍ ຊ່ວຍໃຫ້ການຂັບຖ່າຍຄ່ອງຂຶ້ນ ຈຶ່ງສາມາດຊ່ວຍແກ້ບັນຫາການຖ່າຍ ໂດຍສະເພາະໃນຄົນທີ່ ຂັບຖ່າຍຍາກຄວນກິນເປັນປະຈຳ ເພາະຈະຊ່ວຍໃຫ້ຫ່າງໄກຈາກອາການລິດສີດວງທະວານ ແລະ ພະຍາດມະເຮັງ ລຳໄສ້ໄດ້.
- ຊ່ວຍຫລຸດຄວາມຕຸ້ຍໄດ້ ເພາະໝາກສາລີ້ນອກຈາກຈະມີເສັ້ນໄຍແລ້ວ ຍັງມີຄວາມຊຸ່ມນ້ຳ ດັ່ງນັ້ນຈຶ່ງກິນເປັນໝາກໄມ້ ຫລຸດຄວາມຕຸ້ຍໄດ້ ເພາະພຽງແຕ່ກິນ 1 ໜ່ວຍກໍເຮັດໃຫ້ຮູ້ສຶກອີ່ມໄດ້ດົນແລ້ວ.
- ຊ່ວຍກະຕຸ້ນລະບົບຍ່ອຍອາຫານ ຈຶ່ງເຮັດໃຫ້ກະເພາະອາຫານແຂງແຮງ ໂດຍຂະບວນການຟອກຈາກທຳມະຊາດ ພາຍໃນ ແລະ ຍັງກະຕຸ້ນຄວາມເຊື່ອງຊ້າຂອງລຳໄສ້ ເຮັດໃຫ້ລຳໄສ້ດູດຊຶມສານອາຫານໄດ້ດີ ແລະ ຊ່ວຍໃຫ້ນ້ຳຍ່ອຍມີ ການຫລັ່ງອອກມາຢ່າງເໝາະສົມ ທັງຍັງຊ່ວຍຫລຸດອາການຍື່ງທ້ອງໄດ້ນຳ.