ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ

ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ - 01c1a4 - ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ
ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ - Untitled design 1 - ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ

ເຄີຍຖືກໃຜທັກວ່າເວົ້າບໍ່ຮູ້ເລື່ອງຫລືບໍ່ ? ຮູ້ສຶກຫລືບໍ່ວ່າໂຕທ່ານເອງເວົ້າກັບໃຜກໍບໍ່ຄ່ອຍຮູ້ເລື່ອງປານໃດ, ຟັງຄົນອື່ນກໍບໍ່ຄ່ອຍ ເຂົ້າໃຈ, ສື່ສານກັບໃຜແຕ່ລະເທື່ອເປັນຫຍັງມັນຫຍຸ້ງຍາກຫລາຍແທ້ ລອງມາເບິ່ງ 5 ສາເຫດ ລວມເຖິງວິທີແກ້ໄຂຕໍ່ໄປນີ້ :

  1. ທ່ານຈັດລຽງລຳດັບຄວາມຄິດບໍ່ຖືກ : ຍິ່ງທ່ານເປັນຄົນບໍ່ເກັ່ງເລື່ອງການສື່ສານກໍຍິ່ງຕ້ອງພະຍາຍາມຮຽນລຽງເທື່ອລະ ປະໂຫຍກໃຫ້ດີສາກ່ອນທີ່ຈະໄປພົບກັບອີກຝ່າຍ, ຫາກຈະເລົ່າຫຍັງຍາວໆ ປະເດັນທີ່ມີລາຍລະອຽດອ່າວຫລາຍ ກໍໃຫ້ ຈົດຂຽນ ແລະ ຮຽບຮຽງລຳດັບລົງໃນເຈ້ຍສາກ່ອນ ຈາກນັ້ນຝຶກເວົ້າຕາມທີ່ຈົດໄວ້ ເຮັດແບບນີ້ເລື້ອຍໆຈົນເປັນນິໄສ ຕໍ່ໄປຈະສາມາດສ້າງສັນເລື່ອງເລົ່າໄດ້ຖືກລຳດັບ ແລະ ຟັງງ່າຍຫລາຍຂຶ້ນນຳ.
  2. ຍັງຂາດຄວາມໝັ້ນໃຈ : ການສື່ສານທີ່ດີນັ້ນສາມາດບົ່ງບອກໄດ້ວ່າໂຕຄົນຜູ້ນັ້ນມີຄວາມໝັ້ນໃຈຫລາຍໜ້ອຍປານໃດ ຄົນທີ່ໝັ້ນໃຈໃນຕົນເອງສູງ ການສື່ສານໃຫ້ຜູ້ອື່ນເຂົ້າໃຈກໍມັກຟັງງ່າຍ ແລະ ແນ່ນອນ ແລະ ການທີ່ທ່ານເອງຂາດທັງ ຄວາມໝັ້ນໃຈ ກໍຍິ່ງບໍ່ຕ້ອງເວົ້າເລີຍວ່າເວລາບອກເລົ່າເລື່ອງລາວຫຍັງ, ເລື່ອງນັ້ນມັນທໍລະມານໃຈຄົນຟັງຫລາຍ ທ່ານ ບໍ່ຕ້ອງອາຍດອກ ໃຜໆກໍເຄີຍເປັນມາກ່ອນ ດັ່ງຄົນເກັ່ງກໍເຄີຍເປັນກັງວົນມາກ່ອນ ພຽງແຕ່ເຂົາຜ່ານຈຸດນັ້ນມາແລ້ວ, ເພີ່ມຄວາມກ້າເຂົ້າໄປກ່ອນໄປສື່ສານກັບໃຜ, ໜຶ່ງແມ່ນໝັ້ນໃຈໃນຕົນເອງ ແລະ ສອງແມ່ນທ່ານຕ້ອງຮູ້ໃຫ້ຈິງໃນເລື່ອງ ທີ່ຈະເວົ້າ, ມີສອງສິ່ງນີ້ສາມາດສື່ສານອອກມາດີຂຶ້ນຫລາຍ.
  3. ຍ້ອນປາສະຈາກເປົ້າໝາຍ : ເລີຍບໍ່ຮູ້ວ່າຈະສື່ສານຫຍັງ, ບໍ່ມີເປົ້າໝາຍທີ່ຈະເວົ້າ, ໄຮ້ເຊິ່ງພາບໃນຫົວ, ຂາດຈຸດປະສົງທີ່ ຕ້ອງການຈະສື່ສານ ຫາກທ່ານເວົ້າກ້ຽວໄປກ້ຽວມາ ຄົນຟັງກໍບໍ່ສາມາດຈັບຈຸດປະສົງຂອງທ່ານໄດ້ ດີບໍ່ດີເຂົາອາດເຂົ້າ ໃຈໄປໃນເລື່ອງອື່ນກໍໄດ້ ແບບນີ້ກ່ວາຈະລົມກັນເຂົ້າໃຈຄົງເສຍເວລາໄປເກືອບເຄິ່ງມື້ແລ້ວ ຄືກັບຄົນທີ່ເວົ້າໄປໄດ້ເລື້ອຍໆ ພຽງແຕ່ກັບໄປກຳນົດຈຸດປະສົງໃນເລື່ອງນັ້ນໃຫ້ອີກຝ່າຍຮັບຮູ້ ກົດນົດໃຫ້ຈະແຈ້ງ ແລ້ວບອກເຂົາໄປເລີຍວ່າທ່ານຈະສື່ ເຖິງຫຍັງ.
  4. ຊີວິດຂາດເຊິ່ງສະມາທິ : ຫົວໃຈສຳຄັນອີກຢ່າງໜຶ່ງແມ່ນສະມາທິທີ່ທຸກຄົນຕ້ອງມີ, ຝຶກສະມາທິໃນການຮັບຟັງຄົນອື່ນ ອາດຈະເຮັດໃຫ້ເວລາຜູ້ອື່ນເວົ້າກັບທ່ານເບິ່ງຄືທ່ານຕັ້ງໃຈຟັງ ແຕ່ກໍໄດ້ແຕ່ຟັງແບບຄ່າວໆ ອີກຢ່າງໜຶ່ງແມ່ນຂາດສະມາ ທິໃນການເວົ້າຄືກັນ ອາດຝຶກຄວບຄຸມສະຕິຕົນເອງ, ຝຶກໃຫ້ໃຈນິ້ງແດ່ ແລ້ວເວລາສື່ສານ ຫລື ເຈລະຈາເລື່ອງຫຍັງ ທ່ານ ຄວນຄິດພຽງເລຶ້ອງນັ້ນເລື່ອງດຽວ ຢ່າພະຍາຍາມເອົາເລື່ອງທີ່ມີຢູ່ໃນຫົວອອກມາເວົ້ານຳ ເພາະນັ້ນກໍເປັນຈຸດບອດທີ່ ເຮັດໃຫ້ທ່ານເສຍສະມາທິໃນການໂອ້ລົມ.
  5. ຄິດໄປເອງວ່າຜູ້ຟັງເຂົ້າໃຈທຸກເລື່ອງທີ່ເຮົາເວົ້າ : ບາງເທື່ອເວລາເລົ່າເລື່ອງຕ່າງໆໃຫ້ຄົນອື່ນຟັງ, ຜູ້ຮ່ວມການຟັງ ເວົ້າ ຍາວຢຽດ ແຕ່ມີທ່ານເທົ່ານັ້ນທີ່ເຂົ້າໃຈຢູ່ຄົນດຽວ ໂດຍອີກຝ່າຍກໍບໍ່ຮູ້ເລື່ອງນັ້ນກັບທ່ານເລີຍ ເປັນໄປໄດ້ວ່າທ່ານລືມນຶກ ເຖິງອີກຝ່າຍໄປ ໂດຍທຸກເທື່ອທີ່ທ່ານກຳລັງບອກເລົ່າຫຍັງກໍຕາມ ທ່ານພຽງແຕ່ຢາກບອກໃນສິ່ງທີ່ທ່ານໄປສຳຜັດມາ ເທົ່ານັ້ນ ເມື່ອເວົ້າຈົບ ເຂົາຈຶ່ງເບິ່ງວ່າທ່ານເປັນຄົນເລົ່າເລື່ອງໄດ້ຂີ້ຮ້າຍ ຟັງຕັ້ງດົນບໍ່ໄດ້ເນື້ອໃນໃຈຄວາມຫຍັງແທ້ໆ ບໍ່ໜ້າເສຍເວລາເລີຍ, ຝຶກສະຫລຸບໃຈຄວາມສຳຄັນ ໃຫ້ຝຶກສະຫລຸບຕາມຄວາມເຂົ້າໃຈອອກມາເປັນຄຳເວົ້າສັ້ນໆ ເພາະມັນຈະຊ່ວຍໃຫ້ເຮົາຝຶກຈັບປະເດັນໄດ້ດີຂຶ້ນ.
ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ -    AD conten website - ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ
ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ - lattana banner - ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ
ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ - lattana banner 1 - ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ
ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ - Visit Laos Visit SALANA BOUTIQUE HOTEL - ເວົ້າບໍ່ຮູ້ເລື່ອງ, ສື່ສານບໍ່ເກັ່ງ, ຄົນຟັງບໍ່ເຂົ້າໃຈ ມື້ນີ້ມີວິທີແກ້ໄຂ
error: Alert: ເນື້ອຫາຂ່າວມີລິຂະສິດ !!