ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ

ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ - 250916 e1636001571694 - ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ
ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ - Untitled design 1 - ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ

ທ່ານ ດຣ ນາງບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະລະບາດວິທະຍາ ລາຍງານວັນທີ 4 ພະຈິກ 2021 ນີ້ວ່າ: ມື້ນີ້ຕົວເລກຜູ້ຕິດເຊື້ອໃໝ່ໃນ ສປປ ລາວເຮົາ ມີສະຖິຕິສູງສຸດເຖິງ 1.170 ຄົນ  ເປັນຕົວເລກຕິດເຊື້ອສູງກວ່າແຕ່ລະມື້ທີ່ຜ່ານມາ. ໃນນັັ້ນ 99 ກວ່າເປີເຊັນ ແມ່ນຕິດເຊື້ອພາຍໃນຊຸມຊົນ. ເຊິ່ງຢູ່ນະຄອນຫລວງວຽງຈັນຕິດເຊື້ອກວມເຖິງ 50% ຂອງການຕິດເຊື້ອທັງໝົດໃນທົ່ວປະເທດ ກາຍເປັນເປັນແຂວງທີ່ມີການຕິດເຊື້ອອັນດັບ 1, ຮອງລົງມາກໍແມ່ນແຂວງວຽງຈັນ, ຫລວງນໍ້າທາ, ແລະ ຫລວງພະບາງ. ເນື່ອງຈາກການຕິດເຊື້ອພາຍໃນຫລາຍເຊັ່ນນີ້ ຄົນເຈັບຕິດເຊື້ອໃໝ່ຈະເພີ່ມຂື້ນໃນມື້ຕໍ່ໄປແນ່ນອນ. ຍັງພົ້ນເດັ່ນຂອງການຕິດເຊື້ອແມ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ.

ສະນັ້ນຂໍໃຫ້ອົງກອນ ແລະ ໂຮງງານທີ່ກ່ຽວຂ້ອງຢ່າໄດ້ຖືເບົາ ຄວນໄດ້ເອົາໃຈໃສ່ໃຫ້ພະນັກງງານ ຫລື ແຮງງານໃນອົງກອນທ່ານປະຕິບັດມາດຕະການປ້ອງກັນໃຫ້ເຂັ້ມງວດທີ່ສຸດ.

ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ - Visit Laos Visit SALANA BOUTIQUE HOTEL - ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ

ສຳລັບຕົວເລກຜູ້ຕິດເຊື້ອເຂົ້າປິ່ນປົວໃໝ່ທຽບໃສ່ຜູ້ປິ່ນປົວຫາຍດີອອກໂຮງໝໍໃນແຕ່ລະວັນມີຄວາມແຕກໂຕນກັນ ເຊິ່ງຈະສົ່ງຜົນໃຫ້ຕຽງບໍລິການໃນໂຮງໝໍ, ໂຮງໝໍສະໜາມ, ແລະ ໂຮງແຮມປິ່ນປົວຈະເຕັມ ຖ້າການຕິດເຊື້ອຍັງສືບຕໍ່ເພີ່ມຂື້ນທຸກວັນ ຄືດັ່ງເຊັ່ນນີ້. ຄະນະສະເພາະກິດຈະໄດ້ພິຈາລະນາຄືນເງື່ອນໄຂການເຂົ້າປິ່ນປົວຢູ່ໂຮງໝໍ ເພື່ອຫລຸດການແອອັດຂອງຄົນເຈັບ ແລະ ຈະໄດ້ນໍາສະເໜີຕໍ່ມວນຊົນ ແນວທາງການປິ່ນປົວໃໝ່ໃນໄວໆນີ້. ພ້ອມທັງແຈ້ງໃຫ້ທ່ານຊາບວ່າ ໂຮງໝໍສູນກາງ ແລະ ໂຮງໝໍແຂວງ ຈະຮັບປິ່ນປົວສະເພາະຄົນເຈັບທີ່ມີອາການປານກາງ ເຖິງຂັ້ນວິກິດເທົ່ານັ້ນ ແລະ ການຊົມໃຊ້ຕຽງເກືອບເຕັມທຸກວັນ. ດ້ວຍເຫດນີ້ ຄະນະສະເພາະກິດ ຂໍຮຽກຮ້ອງທຸກຄົນໃນສັງຄົມ: ຕື່ນຕົວປ້ອງກັນຕົນເອງໃຫ້ເຂັ້ມງວດທີ່ສຸດ ບໍ່ວ່າທ່ານຈະຢູ່ໃນຄອບຄົວ ຫລື ອອກນອກເຮືອນຕົນເພື່ອເຄື່ອນໄຫວກໍ່ຕາມ; ສະມາຊິກໃນຄອບຄົວເຖິງວ່າຈະເຫັນໜ້າກັນທຸກວັນກໍຕາມຄວນຢູ່ຫ່າງກັນເອົາໄວ້, ຖ້າຄອບຄົວມີຄົນສູງອາຍຸ ແລະ ເດັກນ້ອຍຢູ່ຮ່ວມໃນຄອບຄົວ ຫົວໜ້າຄອບຄົວຈົ່ງໄດ້ປ້ອງກັນຕົວພວກເພີ່ນໃຫ້ດີທີ່ສຸດ; ໃຫ້ທຸກຄອບຄົວທີ່ມີຜູ້ສູງອາຍຸ ຜູ້ມີພະຍາດປະຈໍາຕົວ ແມ່ຍິງຖືພາ ແລະ ແມ່ຍິງເກີດລູກໃໝ່ ພາເພີ່ນໄປສັກວັກຊິນໃຫ້ໄວທີ່ສຸດ; ຖ້າບໍ່ຈໍາເປັນ ທ່ານບໍ່ຄວນອອກຈາກເຮືອນໄປພົບປະຜູ້ຄົນ ເພາະນັ້ນຄືການເພີ່ມຄວາມສ່ຽງ ແລະ ເມື່ອເກີດການຕິດເຊື້ອ ໂອກາດທີ່ຈະໄດ້ເຂົ້າປິ່ນປົວໃນສະຖານບໍລິການຈະເກີດການລ່າຊ້າ ໂດຍສະເພາະໃນນະຄອນຫລວງວຽງຈັນ ແລະ ບັນດາແຂວງທີ່ມີການຕິດເຊື້ອສູງ; ພໍ່ແມ່ຜູ້ປົກຄອງ ທີ່ມີລູກໄປຮຽນໜັງສື ຄວນໄດ້ກະກຽມໃຫ້ລູກ ນໍ້າຢາລ້າງມື, ຜ້າປິດ-ປາກດັງ ແລະ ແນະນໍາໃຫ້ລູກຫລານໄດ້ປະຕິບັຢ່າງເຄັ່ງຄັດ ແລະ ຢູ່ຫ່າງຈາກໝູ່ຄົນອື່ນ.

 

ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ - lattana banner 1 - ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ
ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ - lattana banner - ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ
ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ -    AD conten website - ສະຖິຕິ ຕິດເຊື້ອສູງສຸດເຖິງ 1.170 ຄົນ  ແມ່ນຍັງພົ້ນເດັ່ນຢູ່ໃນກຸ່ມຄູ,​ ນັກຮຽນ, ກໍາມະກອນໂຮງງານ
error: Alert: ເນື້ອຫາຂ່າວມີລິຂະສິດ !!