ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ

ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ - 2418278 e1636347829169 - ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ
ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ - kitchen vibe - ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານໃນວັນທີ 8 ພະຈິກ 2021 ນີ້ວ່າ: ປັດຈຸບັນສະພາບການເພີ່ມຂຶ້ນຂອງການແພ່ລະບາດພະຍາດໂຄວິດ-19 ຢູ່ພາຍໃນຊຸມຊົນ ໂດຍສະເພາະຢູ່ໃນຄອບຄົວຕິດເຊື້ອສູງ ສະເລ່ຍຫລາຍກວ່າ 800 ຄົນຕໍ່ວັນ,  ສະນັ້ນພັກ-ລັດຖະບານ ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງພິຈາລະນາຈັດກຸ່ມຄົນຕິດເຊື້ອຄືນ ຕາມອາການສະແດງອອກວ່າເປັນປະເພດຕິດເຊື້ອທີ່ບໍ່ມີອາການ ຫລື ມີອາການເບົາບາງ, ມີອາການຮ້າຍແຮງຂັ້ນວິກິດ ເພື່ອຈະໄດ້ກໍານົດນະໂຍບາຍໃນການເບິ່ງແຍງປິ່ນປົວທີ່ເໝາະສົມວ່າກຸ່ມໃດຄວນໄປປິ່ນປົວຢູ່ໂຮງໝໍໂດຍໃຫ້ຄວາມສໍາຄັນຕໍ່ຄົນເຈັບທຸກຄົນ.

ພ້ອມນີ້, ພັກ ແລະ ລັດຖະບານ ມີຄວາມພະຍາມໃນການຄວບຄຸມການຕິດເຊື້ອຢ່າງຈິງຈັງຕັ້ງແຕ່ເລີ່ມການຕິດເຊື້ອໃນຕົ້ນປີ 2020 ຈົນມາຮອດປັດຈຸບັນ. ເຖິງວ່າຕົວເລກຕິດເຊື້ອຍັງບໍ່ຫລາຍ ຖ້າທຽບໃສ່ປະເທດອື່ນ ແຕ່ກໍຈັດວ່າປະເທດພວກເຮົາມີການລະບາດໃນວົງກວ້າງ ຫລາຍຊຸມຊົນ. ສະນັ້ນ ຂໍໃຫ້ທຸກຄົນມີສະຕິ ແລະ ມີການຕຽມການສໍາລັບຄອບຄົວຕົນເອງ.

ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ

ສຳລັບແຂວງທີ່ມີລາຍງານການຕິດເຊື້ອສູງເຊັ່ນ: ນະຄອນຫລວງວຽງຈັນ, ຫລວງພະບາງ, ຫລວງນໍ້າທາ, ແຂວງວຽງຈັນ, ແລະ ແຂວງອື່ນໆ.

 

ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ - 3 - ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!