ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ລາວໂທລະຄົມ ຄົບຮອບ 25 ປີ (11/11/1996-11/11/2021)

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວໂທລະຄົມ ຄົບຮອບ 25 ປີ (11 ພະຈິກ 1996-11 ພະຈິກ 2021) ຂຶ້ນໃນມື້ວັນທີ 11 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ (ຫລັກ5) ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ, ມີບັນດາຄະນະພັກ ຄະນະອຳນວຍການ ແລະ ອ້າຍ, ເອື້ອຍ, ນ້ອງພະນັກງານ ລາວໂທລະຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 100 ທ່ານ ໂດຍປະຕິບັດຕາມມາດຕະການຄວບຄຸມ ແລະ ປ້ອງກັນໂຄວິດຢ່າງເຄັ່ງຄັດ, ພ້ອມດຽວກັນນັ້ນຍັງໄດ້ປະຊຸມຜ່ານທາງໄກເພື່ອໃຫ້ພະນັກງານ ລາວໂທລະຄົມທັງສູນກາງ ແລະ ລລທ ສາຂາແຂວງທົ່ວປະເທດ ກໍ່ສະເຫຼີມສະຫຼອງໄປພ້ອມໆ ກັນຈຳນວນ 2 ພັນກວ່າທ່ານ.
ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກ 1996 ຊື່ງເປັນການລວມເອົາ ບໍລິສັດ ໂທລະຄົມມະນາຄົມລາວ ແລະ ບໍລິສັດ ຊິນນາວັດຕຣາ ເທເລຄອມຈໍາກັດ ຮ່ວມທືນເຂົ້າກັນໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ ສິງກະໂປ ຖືຮຸ້ນ 49%.
ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ:ການຈັດພິທີໃນມື້ນີ້ເພື່ອເປັນການສັງລວມຄືນບັນດາຜົນງານການເຄື່ອນໄຫວການດຳເນີນທຸລະກິດຂອງ ບໍລິສັດລາວໂທລະຄົມໃນ 25 ກວ່າປີທີ່ຜ່ານມາ. ຄະນະພັກ ຄະນະນຳບໍລິສັດ ໄດ້ນຳພາ ບໍລິສັດ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ ມາ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.
ໃນໄລຍະ 25 ປີຜ່ານມາ ລລທ ສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ ມາເຖິງປັດຈຸບັນນີ້ມີຖານລູກຄ້າ 3.5 ລ້ານກວ່າລູກຄ້າ, ລູກຄ້າ FTTH 66 ພັນກ່ວາລູກຄ້າ, ສະຖານີຖານ (BTS) ທັງໝົດ 7,304 ແຫ່ງ,ໃນນີ້: GSM 2G ຈໍານວນຫຼາຍກວ່າ 2,000 ສະຖານີ 3G ຈໍານວນຫຼາຍກວ່າ 3,300 ສະຖານີ, 4G ຈໍານວນຫຼາຍກວ່າ 4,000 ສະຖານີ, 4.5G ຈໍານວນຫຼາຍກວ່າ 700 ສະຖານີ, 5G ຈໍານວນຫຼາຍກວ່າ 10 ສະຖານີ ແລະ FTTH PORT ຫຼາຍກວ່າ 100,000 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 32,000 ກິໂລແມັດ, ໃນນັ້ນ Backbone DWDM 4705 Km Capacity 100Gbps.