ອິດສະລາແອນກຽມຄວາມພ້ອມລະດັບປະເທດ ຊ້ອມຮັບມືໂຄວິດກາຍພັນສາຍພັນໃໝ່ ທີ່ອາດຕ້ອງຜະເຊີນໃນອະນາຄົດ

ວັນທີ 11 ພະຈິກ 2021, ສຳນັກຂ່າວທ້ອງຖິ່ນ ແລະ ສຳນັກຂ່າວຕ່າງປະເທດລາຍງານວ່າ: ອິດສະລາແອນກຳລັງກຽມຄວາມພ້ອມລະດັບປະເທດ ຊ້ອມຮັບມືໂຄວິດກາຍພັນສາຍພັນໃໝ່ທີ່ອິດສະລາແອນຕ້ອງຜະເຊີນໃນອະນາຄົດອັນໃກ້ ຫລັງຈາກອິດສະລາແອນເລີ່ມຄວບຄຸມສະຖານະການການແຜ່ລະບາດຂອງເຊື້ອເດວຕາພາຍໃນປະເທດໄດ້ ແລະ ການສັກວັກຊີນປ້ອງກັນໂຄວິດຄືບໜ້າ.
ນາຍົກລັດຖະມົນຕີ ນາບຕາລີ ເບນເນດ ລະບຸວ່າ: ນີ້ເປັນຄັ້ງທຳອິດຂອງໂລກທີ່ເກີດການກຽມຄວາມພ້ອມໃນລັກສະນະນີ້. ພ້ອມເນັ້ນວ່າ: ລັດຖະບານ ແລະ ສາທາລະນະສຸກອິດສະລາແອນຈະຍັງບໍ່ຢຸດການເດີນໜ້າກຽມຄວາມພ້ອມໃນການຮັບມືວິກິດພະຍາດລະບາດ ໂດຍຈະຈຳລອງສະຖານະການທີ່ທ້າທາຍລະບົບການບໍລິຫານຈັດການຖ້າໂຄວິດກາຍພັນຮອບໃໝ່ມາເຖິງ.
ຫລ້າສຸດ, ຈຳນວນຜູ້ຕິດເຊື້ອໃໝ່ໃນອິດສະລາແອນຕໍ່ວັນຢູ່ພຽງລະດັບຫລັກຮ້ອຍຄົນ ຫລັງຈາກເຄີຍຂຶ້ນສູງເຖິງວັນລະ 22.291 ຄົນ ເມື່ອວັນທີ 8 ກັນຍາຜ່ານມາ. ອິດສະລາແອນມີຜູ້ຕິດເຊື້ອສະສົມຫລ້າສຸດ 1.335.184 ຄົນ, ເສຍຊີວິດແລ້ວ 8.130 ຄົນ, ມີຊາວອິດສະລາແອນ 5.747.900 ຄົນ ຫລື 63,49% ຂອງປະຊາກອນທັງໝົດທີ່ເຂົ້າຮັບວັກຊີນຄົບໂດສແລ້ສ ໂດຍມີອັດຕາສ່ວນຜູ້ທີ່ເຂົ້າຮັບວັກຊີນເຂັມກະຕຸ້ນຕໍ່ຈຳນວນປະຊາກອນ 100 ຄົນຢູ່ທີ່ 43,7.
ອ້າງອີງ:
- https://www.timesofisrael.com/israel-to-hold-national-drill-to-prepare-for-future-covid-variants/
- https://www.theguardian.com/world/2021/nov/10/israel-to-hold-worlds-first-drill-to-test-readiness-for-new-covid-variant
- https://www.gov.il/en/departments/news/spoke_corona101121
- https://coronavirus.jhu.edu/region/israel