ເຂັ້ມງວດຕໍ່ຜູ້ນຳເຂົ້າ-ນຳໃຊ້ພາຫະນະທຸກປະເພດແບບບໍ່ຖືກຕ້ອງ

ບັນຫາລົດແບບບໍ່ຖືກຕ້ອງ (ລົດເຖື່ອນ) ໃນໄລຍະຜ່ານມາບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ, ໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆ…ຢ່າງຕັ້ງໜ້າເປັນຕົ້ນການສະກັດກັ້ນ ແລະ ແກ້ໄຂເດັດຂາດຕໍ່ການຄ້າຂາຍເຖື່ອນກໍ່ຄືການນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະແບບບໍ່ຖືກຕ້ອງໃນຮູບແບບຕ່າງໆ.
ສະນັ້ນ, ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນການນໍາເຂົ້າ, ການນໍາໃຊ້, ແລກປ່ຽນ,ຊື້-ຂາຍໃຫ້ຖືກຕ້ອງຕາມກົດໝາຍໃນຂອບເຂດທົ່ວປະເທດ, ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ; ທ່ານ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ສະບັບເລກທີ 20/ນຍ, ລົງວັນທີ 08 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະ ນະທຸກປະເທດ ແບບບໍ່ຖືກຕ້ອງ.
ຄຳສັ່ງສະບັບນີ້ ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິນທຸກຂັ້ນເອົາໃຈໃສ່ແກ້ໄຂບັນຫາການນຳເຂົ້າຍານພາຫະນະແບບບໍ່ຖືກຕ້ອງຕາມ ແລະ ນຳໃຊ້ບໍ່ຖືກເປົ້າໝາຍຂອງການຈັດຕັ້ງ ແລະ ບຸກ ຄົນ, ຖ້າຫາກມີການຈັດຕັ້ງ, ອົງການ ແລະ ບຸກຄົນໃດນຳໃຊ້ພາຫະນະເຖື່ອນທີ່ຍັງບໍ່ທັນໄດ້ປະຕິບັດພັນທະແມ່ນໃຫ້ແນະນຳແກ່ຜູ້ທີ່ຄອບຄອງຍານພາຫະນະດັ່ງກ່າວ ໄປດຳເນີນການແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ; ພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງໝາຍເຖິງພາຫະນະທີ່ນຳເຂົ້າ, ຫຼົບຫຼີກ ຫຼື ໜີພາສີທີ່ບໍ່ມີໜັງສືອະນຸຍາດນຳເຂົ້າ ແລະ ບໍ່ໄດ້ປະຕິບັດພັນທະເສຍພາສີອາກອນໃຫ້ລັດແລ້ວນຳໄປແລກປ່ຽນຊື້-ຂາຍ, ນຳໃຊ້ເອກະສານປອມ ແລະ ຕິດປ້າຍທະບຽນປອມ; ໃຫ້ຜູ້ຄອບຄອງພາຫະນະປະເພດຕ່າງໆທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ, ຊຶ່ງມີການຊື້-ຂາຍ, ການນຳໃຊ້ທະ ບຽນ, ປ້າຍພາຫະນະທີ່ຍັງບໍ່ທັນໄດ້ເສຍພາສີອາກອນແມ່ນໃຫ້ຕື່ນຕົວ, ສະໝັກໃຈ ແລະ ຈິງໃຈນຳເອົາເອກະສານມາແຈ້ງຕໍ່ຄະນະກຳມະການຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນ, ເພື່ອດຳເນີນການແກ້ໄຂໃຫ້ຖືກຕ້ອງຕາມກົດ ໝາຍ, ຊຶ່ງນັບແຕ່ວັນທີ 20 ຕຸລາ 2021 ຫາ ວັນທີ 20 ມັງກອນ 2022 ຖ້າຫາກມາແຈ້ງຕາມໄລຍະເວລາດັ່ງກ່າວແມ່ນຈະພິຈາລະນາໃຫ້ເສຍພາສີ-ອາກອນຕາມລະບຽບທົ່ວໄປ ແລະ ຈະບໍ່ຖືກປັບໃໝ.
ສ່ວນຜູ້ທີ່ຄອບຄອງຍານພາຫະນະປະເພດຕ່າງໆທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ…ຫາກບໍ່ນຳເອົາເອກະ ສານ ແລະ ພາຫະນະຕົວຈິງມາແຈ້ງຕໍ່ຄະນະກຳມະການຈັດຕັ້ງປະຕິບັດຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນຕາມກຳນົດເວລາທີ່ກ່າວຈະຖືກນຳເດີນການຕາມຂັ້ນຕອນຂອງກົດໝາຍ ແລະ ຖ້າກວດພົບຈະຖືກຢຶດເປັນຊັບສິນຂອງລັດຕາມທີ່ກຳນົດໄວ້ໃນກົດໝາຍ.
ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄຳສັ່ງ ສະບັບເລກທີ 20/ນຍ, ກະຊວງການເງິນ, ໄດ້ເປັນເຈົ້າການປະ ສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ແຕ່ງຕັ້ງຄະນະກຳມະການຊີ້ນຳລວມ, ຄະນະກຳມະການຊ່ວຍວຽກເພື່ອດຳເນີນການກວດກາ ແລະ ໄດ້ອອກຄໍາແນະນໍາ ສະບັບເລກທີ 5320/ກງ, ລົງວັນທີ 22 ຕຸລາ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເທດແບບບໍ່ຖືກຕ້ອງ, ໂດຍໄດ້ກຳນົດຫຼັກການ,ວິທີການ, ຂັ້ນຕອນ ແລະ ກົນໄກຜັນຂະຫຍາຍຄໍາສັ່ງສະບັບເລກທີ 20/ນຍ, ເພື່ອເປັນບ່ອນອີງໃຫ້ບັນດາຂະແໜງການ ໃນການຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມງວດເປັນເອກະພາບ, ຖືກຕ້ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃນຂອບເຂດທົ່ວປະເທດ.
ພ້ອມທັງກຳນົດຫຼັກການ, ຂັ້ນຕອນວິທີປະຕິບັດ ແລະ ວິທີກຳນົດການຄິດໄລ່ພາສີ-ອາກອນຢ່າງລະອຽດ ແລະ ມີຄະນະກຳມະການຮັບຜິດຊອບເພື່ອດໍາເນີນການແກ້ໄຂ, ຄະນະຊີ້ນໍາ ຂັ້ນສູນກາງປະກອບມີ: ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າ, ຮອງລັດຖະມົນຕີກະຊວງ ຍທຂ ເປັນຮອງຫົວໜ້າ, ຮອງລັດຖະມົນຕີປະຈຳ ສນຍ, ຮອງລັດຖະມົນຕີກະຊວງ ປກສ, ຮອງລັດຖະມົນຕີກະຊວງ ປກຊ, ຮອງລັດຖະມົນຕີກະຊວງ ອຄ, ຫົວໜ້າອົງການກວດກາແຫ່ງລັດ ເປັນຄະນະ; ຄະນະຊີ້ນໍາ ຂັ້ນທ້ອງຖິ່ນປະກອບມີ: ຮອງເຈົ້ານະຄອນຫຼວງ, ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກເສດຖະກິດ ເປັນຫົວໜ້າ, ຫົວໜ້າພະແນກການເງິນເປັນ ຮອງຫົວໜ້າ, ຫົວໜ້າພະແນກ ຍທຂ,ຫົວໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າກອງບັນຊາການທະຫານ, ຫົວໜ້າພະແນກ ອຄ, ຫົວໜ້າອົງການກວດກາ ເປັນຄະນະ.
ສ່ວນຄະນະກຳມະການຈັດຕັ້ງປະຕິບັດ ຊ່ວຍວຽກ ຂັ້ນສູນກາງ ປະກອບມີ: ຫົວໜ້າກົມພາສີ ກະຊວງການເງິນ ເປັນຫົວໜ້າ, ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ເປັນຮອງຫົວໜ້າ, ຫົວໜ້າກົມຕໍາຫຼວດຈາລະຈອນ ກະຊວງ ປກສ, ຫົວໜ້າກົມຄຸ້ມຄອງລົດ ກະຊວງ ປກຊ, ຫົວໜ້າກົມການຄ້າພາຍໃນ ກະຊວງ ອຄ, ຫົວໜ້າກົມກວດກາລັດ ອົງການກວດກາແຫ່ງລັດ ເປັນຄະນະ; ຄະນະກຳມະການຈັດຕັ້ງປະຕິບັດ ຊ່ວຍວຽກ ຂັ້ນທ້ອງຖິ່ນ ປະກອບມີ: ຫົວໜ້າພາສີ ປະຈຳນະຄອນຫຼວງ/ແຂວງ ເປັນຫົວໜ້າ, ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ເປັນຮອງຫົວໜ້າ, ຫົວໜ້າພະແນກ ຄຸ້ມຄອງລົດ ກະຊວງ ປກຊ, ຫົວໜ້າພະແນກຈາລະຈອນ ປກສ ແຂວງ/ນະຄອນຫຼວງ, ຫົວໜ້າພະແນກ ອຄ, ຫົວໜ້າອົງການກວດກາແຫ່ງລັດເປັນຄະນະ.
ໂດຍມອບໃຫ້ສ່ວນຄະນະກຳມະການຈັດຕັ້ງປະຕິບັດ ຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນປະສານສົມ ທົບກັບຄະນະຊີ້ນຳແຕ່ລະຂັ້ນ ແລະ ກົມພາສີ, ພະແນກການອ້ອມຂ້າງກົມພາສີ, ພາສີປະຈໍານະຄອນຫຼວງ/ແຂວງເປັນເຈົ້າການຕັ້ງເຜີຍແຜ່ໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງເພື່ອຮັບຮູ້, ຕື່ນຕົວໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ສໍາລັບການຂຶ້ນບັນຊີຍານພາຫະນະຢູ່ຂັ້ນສູນກາງ/ນະຄອນຫຼວງໃຫ້ຜູ້ຄອບຄອງ, ນໍາໃຊ້, ເອົາຍານພາຫະນະຕົວຈິງ, ພ້ອມເອກະສານທີ່ກ່ຽວຂ້ອງກັບຍານພາຫະນະມາແຈ້ງຢູ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ; ສໍາລັບການຂຶ້ນບັນຊີຍານພາຫະນະຢູ່ຂັ້ນທ້ອງຖິ່ນໃນທົ່ວປະເທດໃຫ້ຜູ້ຄອບຄອງ, ນໍາໃຊ້, ເອົາຍານ ພາຫະນະຕົວຈິງພ້ອມເອກະສານທີ່ກ່ຽວຂ້ອງກັບຍານພາຫະນະມາແຈ້ງຢູ່ຫ້ອງການພາສີປະຈໍາແຂວງ; ສໍາລັບຜູ້ຄອບຄອງ, ນໍາໃຊ້ຍານພາຫະນະທີ່ຢູ່ແຂວງໃດໃຫ້ໄປແຈ້ງຢູ່ຫ້ອງການພາສີປະຈໍາແຂວງນັ້ນ.
ການແກ້ໄຂບັນຫາລົດແບບບໍ່ຖືກຕ້ອງ (ລົດເຖື່ອນ) ຈຶ່ງເລັ່ງທວງໃຫ້ລັດຖະບານ ໂດຍສະເພາະເຈົ້າໜ້າທີ່ທີ່ກ່ຽວຂ້ອງ…ລວມທັງພົນລະເມືອງດີ, ຕ້ອງພ້ອມກັນເຂົ້າຮ່ວມຕ້ານ ແລະ ປາບປາມຢ່າງເອົາຈິງເອົາຈັງ ແລະ ເດັດຂາດເດັດດ່ຽວ ແລະ ເຊື່ອວ່າພາຍໃຕ້ມາດຕະການເດັດຂາດຂອງລັດຖະບານຊຸດທີ IX ຈະນໍາພາປະເທດຊາດຜ່ານພົ້ນຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນປີ 2023.