ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະເໜີຮ່າງກົດໝາຍວ່າດ້ວຍລັດຖະບານ ສະບັບປັບປຸງ ໃຫ້ສະພາແຫ່ງຊາດພິຈາລະຮັບຮອງ
November 13, 2021 - 2:36 PM


ເຊົ້າວັນທີ 13 ພະຈິກ 2021, ທ່ານ ຄຳ ເຈນ ວົງໂພສີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍລັດຖະບານ ສະບັບປັບປຸງ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ເພື່ອພິຈາລະນາຮັບຮອງ, ເພື່ອໃຫ້ບັນດາສະມາຊິກ ສະພາແຫ່ງຊາດ ສສຊ ໄດ້ຄົ້ນຄວ້າ ແລະ ປະກອບຄຳ ຄິດຄຳເຫັນ ໃສ່ຮ່າງກົດຫມາຍສະບັບນີ້ ໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມ ກວ່າເກົ່າ. ເມື່ອກົດໝາຍ ສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຈະເປັນບ່ອນອີງອັນສໍາຄັນ ໃຫ້ແກ່ລັດຖະບານ ກໍຄື ທ່ານນາຍົກ-ຮອງນາຍົກລັດຖະມົນຕີ ໃນການຄຸ້ມຄອງ, ບໍລິຫານ ແລະ ຈັດການ ໃນການປະຕິບັດວຽກງານ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ສັງຄົມ; ເຮັດໃຫ້ການບໍລິຫານຂອງລັດຖະບານໃຫ້ມີຄວາມສອດ ຄ່ອງກັບຈິດໃຈກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ແລະ ຫັນປ່ຽນຮອບດ້ານ, ເລິກເຊິ່ງ, ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພ້ອມກັນນີ້, ຈະບ່ອນອີງໃຫ້ແກ່ອົງການປົກຄອງທ້ອງຖິ່ນທຸກຂັ້ນ ກໍຄື ສັງຄົມປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມໜ້າທີ່ຂອງຕົນດ້ວຍຄວາມເປັນເຈົ້າການສູງຂຶ້ນ.
ກົດໝາຍວ່າດ້ວຍລັດຖະບານ ສະບັບນໍາໃຊ້ໃນ ປັດຈຸບັນປະກອບມີ VIII ໝວດ, 36 ມາດຕາ ແລະ ໃນສະບັບປຸງໃໝ່ນີ້ ປະກອບມີ VIII ໝວດ, 37 ມາດ ຕາ ເນື້ອໃນສ່ວນໃຫ່ຍ ແມ່ນຍັງຮັກສາໄວ້ຄືເກົ່າ, ໃນນີ້ , ໄດ້ປັບປຸງ 18 ມາດຕາ ແລະ ເພີ່ມເຂົ້າໃໝ່ 1 ມາດ ຕາ. ສ່ວນເນື້ອໃນລວມ ທີ່ໄດ້ມີການປັບປຸງ ເປັນຕົ້ນ ຫລັກການເຄື່ອນໄຫວຂອງລັດຖະບານ, ສິດ ແລະ ໜ້າທີ່ຂອງລັດຖະບານ, ສິດ ແລະ ໜ້າທີ່ຂອງທ່ານ ນາຍົກລັດຖະມົນຕີ, ສິດ ແລະ ໜ້າທີ່ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສິດ ແລະ ໜ້າ ທີ່ຂອງກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ເນື້ອໃນທີ່ນໍາເຂົ້າກອງປະຊຸມລັດຖະບານ, ວິທີເຮັດວຽກຂອງລັດຖະບານ ແລະ ມາດຕາ 31 ກໍານົດເຂົ້າ ໃໝ່ ກ່ຽວກັບການພົວພັນກັບອົງການກວດສອບ ແຫ່ງລັດ ແລະ ອົງການກວດກາແຫ່ງລັດ. ສໍາລັບການ ປັບປຸງຄໍາສັບ, ປະໂຫຍກ ສ່ວນໃຫ່ຍແມ່ນເພື່ອໃຫ້ ສອດຄ່ອງກັບກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ກ່ຽວ ຂ້ອງ ແລະ ໂຄງປະກອບຂອງລັດຖະບານ ຊຸດທີ 9.
ທ່ານ ຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ກ່າວວ່າ: ກົດໝາຍວ່າ ດ້ວຍລັດຖະບານ ເປັນເຄື່ອງມືໜຶ່ງທີ່ສໍາຄັນ, ເປັນ ບ່ອນອີງໃຫ້ແກ່ການບໍລິຫານລັດຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ກໍຄື ສະມາຊິກລັດຖະບານ ແນ່ໃສ່ປະກອບສ່ວນເຂົ້າ ໃນຜົນສໍາເລັດດ້ານຕ່າງໆ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມທິດພັກເຮົາໄດ້ກຳນົດ ໄວ້.
ກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບທໍາອິດ ແມ່ນໄດ້ປະກາດໃຊ້ໃນປີ 1995 ປະ ກອບມີ 8 ໝວດ, 34 ມາດຕາ. ຜ່ານການຈັດຕັ້ງປະຕິ ບັດຕົວຈິງ ແລະ ອີງໃສ່ສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ກໍໄດ້ມີການຄົ້ນຄວ້າປັບ ປຸງກົດໝາຍດັ່ງກ່າວໃຫ້ສອດຄ່ອງກ່ວາເກົ່າ ແລະ ປະກາດໃຊ້ໃນປີ 2003 ໂດຍປະກອບມີ 8 ໝວດ ແລະ 38 ມາດຕາ. ຜ່ານມາເປັນເວລາ 11 ປີ, ກົດ ໝາຍສະບັບປັບປຸງນີ້ ກໍໄດ້ຮັບການຈັດຕັ້ງປະຕິບັດ ມີຜົນສໍາເລັດຫລາຍດ້ານ ເຮັດໃຫ້ພື້ນຖານເສດຖະ ກິດ-ສັງຄົມ ມີການພັດທະນາຢ່າງຕໍ່ເນື່ອງ, ການເມືອງ ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ແຕ່ ອີງໃສ່ການພັດທະນາເສດຖະກິດ-ສັງຄົມຕົວຈິງ, ທັງໃຫ້ສອດຄ່ອງ ກັບລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຕ່າງໆທີ່ກຽ່ວຂ້ອງ,ລັດຖະບານ ຈຶ່ງໄດ້ ປັບປຸງກົດໝາຍວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບທີ່ພວກເຮົານໍາໃຊ້ປະຈຸບັນຕື່ມອີກ ໃນປີ 2016 ປະກອບມີ 8 ໝວດ, 36 ມາດຕາ. ແນວໃດກໍ ຕາມ ເພື່ອໃຫ້ແທດເໝາະກັບສະພາບ ຄວາມເປັນຈິງ ໃນໄລຍະໃໝ່ ແລະ ສອດຄ່ອງກັບໂຄງ ປະກອບຂອງ ລັດຖະບານ ຊຸດທີ IX, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງຕື່ມອີກໃນຄັ້ງນີ້.