ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່

ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່ - 248038956 1507774509555919 7703131335530050265 n - ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່
ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່ - kitchen vibe - ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່

ໃນລະຫວ່າງວັນທີ 11-12 ພະຈິກ 2021 ຜ່ານມາ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມໃຫຍ່ ອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຄັ້ງທີ III ຂຶ້ນທີ່ ຫໍປະຊູມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່; ມີ ສະຫາຍ ປອ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ.

ກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ສະໄໝທີ III, ຄະນະປະຈໍາອົງຄະນະພັກ, ເລຂາ ແລະ ຮອງເລຂາ ອົງຄະນະພັກ, ປະທານ ແລະ ຮອງປະທານ ຄະນະກວດກາພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ດັ່ງນີ້:

ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່ - Visit Laos Visit SALANA BOUTIQUE HOTEL - ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່

ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ສະໄໝທີ III

  1. ສະຫາຍ ປອ ດາວວົງ ພອນແກ້ວ
  2. ສະຫາຍ ທອງພັດ ອິນທະວົງ
  3. ສະຫາຍ ນາງ ຈັນສະຫວາດ ບຸບຜາ
  4. ສະຫາຍ ປອ ສີນາວາ ສຸພານຸວົງ
  5. ສະຫາຍ ທອງຂັນ ພິມວິໄລ
  6. ສະຫາຍ ປອ ຈັນສະແຫວງ ບຸນຍົງ
  7. ສະຫາຍ ເພັດສະຫັວນ ລັດຕະນະທົງໄຊ
  8. ສະຫາຍ ຄຳຫລ້າ ວິຈິດວົງສາ
  9. ສະຫາຍ ຈັນທະບູນ ສຸກອາລຸນ
  10. ສະຫາຍ ສຸຂັນສັກ ສີສຸກ
  11. ສະຫາຍ ບົວເທບ ມາໄລຄຳ
  12. ສະຫາຍ ຈັນໂທ ມີລັດຕະນະແພງ
  13. ສະຫາຍ ສົມພິດ ແກ້ວວິຈິດ
  14. ສະຫາຍ ຄຳໂສ້ ກຸໂພຄຳ
  15. ສະຫາຍ ຈັນທະລາ ແກ້ວຫາວົງ
  16. ສະຫາຍ ປອ ອາຄົມເດດ ວົງໄຊ
  17. ສະຫາຍ ດວງສີ ພາຣະຍົກ
  18. ສະຫາຍ ຈັນທະເລດ ວໍລະບຸດ
  19. ສະຫາຍ ນາງ ແສງເດືອນ ວົງອິນ

ຄະນະປະຈໍາອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ່

  1. ສະຫາຍ ປອ ດາວວົງ ພອນແກ້ວ
  2. ສະຫາຍ ທອງພັດ ອິນທະວົງ
  3. ສະຫາຍ ນາງ ຈັນສະຫວາດ ບຸບຜາ
  4. ສະຫາຍ ປອ ສີນາວາ ສຸພານຸວົງ
  5. ສະຫາຍ ທອງຂັນ ພິມວິໄລ

ເລຂາ, ຮອງເລຂາ ອົງຄະນະພັກ ກະຊວງກະຊວງ ພະລັງງານ ແລະ ບໍ່ແຮ່

  1. ສະຫາຍ ປອ ດາວວົງ ພອນແກ້ວ ເປັນເລຂາ
  2. ສະຫາຍ ທອງພັດ ອິນທະວົງ ເປັນຮອງເລຂາ

ປະທານ ແລະ ຮອງປະທານຄະນະກວດກາພັກ ກະຊວງ ພະລັງງານ ແລະ ບໍ່ແຮ່

  1. ສະຫາຍ ນາງ ຈັນສະຫວາດ ບຸບຜາ ປະທານ
  2. ສະຫາຍ ຄຳຫລ້າ ວິຈິດວົງສາ ຮອງປະທານ
  3. ສະຫາຍ ຈັນທະເລດ ວໍລະບຸດ ຮອງປະທານ
  4. ສະຫາຍ ຈັນສົມ ພິລາລົມ ຮອງປະທານ

ໃນກອງປະຊຸມດັ່ງກ່ວ: ສະຫາຍ ປອ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ ກອງປະ ຊຸມໃຫຍ່ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງ ພະລັງານ ແລະ ບໍ່ແຮ່; ໃນນາມຕາມໜ້າ ກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ, ສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງ ຂະແໜງການ ພະລັງງານ ແລະ ບໍ່ແຮ່ ທີ່ກາຍເປັນປະຖົມປັດໃຈອັນເປັນພື້ນຖານ ໃນການຈັດຕັ້ງຜັນຂະຫຍາຍ ມະຕິ X ແລະ ມະຕິ XI ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຢ່າງເປັນຮູບປະທໍາ; ສ້າງເງື່ອນໄຂຕໍ່ ການພັດທະນາຕາມທິດ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ; ເພື່ອຮັບປະກັນໃຫ້ແກ່ການປະຕິບັດ ໜ້າທີ່ການເມືອງ ສະຫາຍ ໄດ້ຢໍ້າໃຫ້ ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່ ສືບຕໍ່ຜັນຂະຫຍາຍຜົນສໍາເລັດທີ່ຍາດມາໄດ້ ດ້ວຍການເອົາໃຈໃສ່ເຮັດວຽກງານສຶກສາອົບຮົມ ການເມືອງແນວຄິດໃຫ້ດີກວ່າເກົ່າ, ຈັດຕັ້ງເຊື່ອມຊຶມ ມະຕິ XI ຂອງ ພັກ ແລະ ມະຕິ III ຂອງ ອົງຄະນະພັກ ກະຊວງ ໃຫ້ເຂົ້າສູ່ ຊີວິດຕົວຈິງໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ກໍາມະກອນ ຢ່າງເລິກເຊິ່ງ ແລະ ທົ່ວເຖິງແຕ່ຫົວທີ. ພ້ອມດຽວກັນນັ້ນ ກໍ່ດໍາລົງບົດບາດເປັນຫຼັກແຫຼ່ງ ໃຫ້ກາຍເປັນກໍາລັງແຮງ ສໍາຄັນໃນການປັບປຸງ, ຍົກສູງຄຸນນະພາບການນໍາພາ ຂອງ ຄະນະພັກກະຊວງ ເພື່ອນຳພາການຈັດຕັ້ງ, ຄຸ້ມຄອງວຽກງານຕົວຈິງ ຢ່າງເປັນລະບົບ, ຊອກຮູ້ກໍາແໜ້ນສະພາບແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ກຳມະກອນ ໃນແຕ່ລະ ໄລຍະໃຫ້ແໜ້ນ, ປຸກລະດົມນໍ້າໃຈຮັກຊາດຟົດຟື້ນ ປະຕິວັດ, ແກ້ໄຂປະກົດການຫຍໍ້ທໍ້ໃຫ້ທັນການ, ຍົກສູງບົດບາດ ຄວາມສາມາດການນໍາພາຂອງ ພັກ ຢ່າງເປັນຮູບປະທໍາ, ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ,  ເພື່ອປະຕິບັດສໍາເລັດ ວິໄສທັດ ຮອດປີ 2030, ແຜນຍຸດທະສາດ ຮອດປີ 2025 ຂອງ ຂະແໜງການ ພະລັງງານ ແລະ ບໍ່ແຮ່.

 

ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່ - 5 - ຄະນະບໍລິຫານງານພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊຸດໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!