ມິເຊລ ແມັກກາ ຊາວອັງກິດທີ່ລອງບໍ່ໃຊ້ເງິນ 1 ປີ ນອກຈາກຄ່າອາຫານ ແລະ ບິນລາຍເດືອນ
ຖ້າທ້າໃຫ້ລອງໃຊ້ຊີວິດໂດຍບໍ່ຊື້ເຄື່ອງ, ບໍ່ຊື້ເສື້ອຜ້າ, ບໍ່ຂີ່ລົດຕັກຊີ ແລະ ບໍ່ມີຄ່າໃຊ້ຈ່າຍອື່ນໆ ນອກຈາກບິນລາຍເດືອນກັບຄ່າອາຫານ ທ່ານຄິດວ່າຈະສາມາດເຮັດໄດ້ດົນສໍ່າໃດ ?
ມິເຊລ ແມັກກາ (Michelle McGagh) ນັກຂ່າວສາຍການເງິນຈາກປະເທດອັງກິດ ໄດ້ເລີ່ມໂຄງການນີ້ໃນປີ 2015 ໂດຍສາມາດເຮັດໄດ້ເຖິງ 1 ປີ ແລະ ປະຢັດເງິນຫລາຍກວ່າ 22.000 ປອນ.
“ໃນຖານະນັກຂ່າວສາຍການເງິນ ຄົນຄິດວ່າຂ້ອຍເກັ່ງເລື່ອງເງິນ, ແຕ່ໃນຂະນະທີ່ຂ້ອຍຂຽນກ່ຽວກັບຂໍ້ດີຂອງການທ້ອນເງິນໄວ້ຫລວງຫລາຍ ຂ້ອຍພັດບໍ່ໄດ້ຝຶກຝົນສິ່ງເຫລົ່ານັ້ນເລີຍ”.
ມິເຊລ ແມັກກາ ເລີ່ມເນັ້ນໜັກເລື່ອງນີ້ໄດ້ ເມື່ອນາງຕ້ອງເກັບເຄື່ອງຍ້າຍເຮືອນແລ້ວພົບວ່າເຕັມໄປດ້ວຍເຄື່ອງທີ່ຊື້ມາແຕ່ບໍ່ໄດ້ໃຊ້ ຫລື ບໍ່ຈຳເປັນຈົນຕ້ອງຖິ້ມ ບວກກັບກະແສ Buy Nothing Day ທີ່ອອກມາໂຕ້ກັບ ‘Black Friday’ ເທດສະການທີ່ຄົນຈະອອກມາຊື້ເຄື່ອງແບບຖະຫລົ່ມຖະຫລາຍ ເພາະລາຄາສິນຄ້າທີ່ພ້ອມໃຈກັນຫລຸດແລກແຈກແຖມ.
‘ແຜນການ 1 ປີທີ່ຈະບໍ່ໃຊ້ເງິນ’ ຂອງນາງຈຶ່ງເລີ່ມຕົ້ນຂຶ້ນໃນເດືອນພະຈິກ ປີ 2015 ໂດຍ ແມັກກາ ຕັ້ງໃຈໄວ້ວ່າຈະບໍ່ໃຊ້ຈ່າຍຫຍັງເລີຍ ນອກຈາກຄ່າອາຫານ ແລະ ບິນທີ່ຈຳເປັນຕ້ອງຈ່າຍໃນແຕ່ລະເດືອນເຊັ່ນ: ຄ່ານ້ຳ, ຄ່າໄຟຟ້າ ພ້ອມຕັ້ງງົບປະມານ 31,60 ປອນຕໍ່ອາທິດ ສຳລັບການຊື້ເຄື່ອງກິນເຄື່ອງໃຊ້ໃນເຮືອນ. ນັ້ນໝາຍຄວາມວ່າ: ຈະບໍ່ມີການກິນເຂົ້ານອກເຮືອນ, ຊື້ປີ້ເບິ່ງໜັງ, ດື່ມກາເຟ ກະທັ້ງປີ້ລົດໄຟ ຫລື ຂົນສົ່ງສາທາລະນະ ເພາະນາງໃຊ້ລົດຖີບເປັນພາຫະນະແທນ.
“ຂ້ອຍຈະບໍ່ສະແດງບອກວ່າທຸກຢ່າງມັນງ່າຍແສນງ່າຍ ໂດຍສະເພາະໄລຍະເດືອນທຳອິດ”
ແມັກກາ ເລົ່າເຖິງໄລຍະເລີ່ມຕົ້ນທີ່ນາງເປັນທຸກກັບການພະຍາຍາມໃຊ້ຊີວິດ “ແບບເກົ່າ” ໃຫ້ປະຢັດຂຶ້ນເຊັ່ນ: ການຫາປີ້ຄອນເສີດ, ຊີມອາຫານ ຫລື ກິດຈະກຳອື່ນໆທີ່ບໍ່ເສຍຄ່າໃຊ້ຈ່າຍ ແລະ ຍັງກົດດັນຈາກຄຳເວົ້າຂອງຫລາຍຄົນທີ່ບອກວ່າ “ນາງເຮັດບໍ່ໄດ້ຢ່າງແນ່ນອນ”.
ວັນເວລາຜ່ານໄປຫລາຍເດືອນ ແມັກກາ ເລີ່ມເນັ້ນໜັກໄດ້ວ່າ ການໃຊ້ຊີວິດແບບເກົ່າໃຫ້ປະຢັດຫລາຍຂຶ້ນອາດບໍ່ແມ່ນຄຳຕອບ ນາງຈຶ່ງສັນຫາວິທີສ້າງຄວາມສຸກແບບໃໝ່ທີ່ບໍ່ຕ້ອງໃຊ້ງົບໃດໆ ເຊັ່ນການຂີ່ລົດຖີບໄລຍະໄກໄປຊາຍຫາດ, ການຍ່າງຫລິ້ນໃນສວນສາທາລະນະ ຫລື ກິດຈະກຳທີ່ນາງບໍ່ເຄີຍສົນໃຈມາກ່ອນ.
“ຂ້ອຍມີຄວາມສຸກຫລາຍກວ່າຕອນທີ່ຂ້ອຍເລີ່ມຕົ້ນ, ຂ້ອຍຕອບຕົກລົງໃນສິ່ງທີ່ບໍ່ເຄີຍນຶກເຖິງເລີຍເຊັ່ນ: ຊ່ວຍໝູ່ເຮັດລະຄອນເວທີ ແລະ ອາສາທຳຄວາມສະອາດສວນສາທາລະນະໃນທ້ອງຖິ່ນ ການເຮັດແບບນີ້ເຮັດໃຫ້ຂ້ອຍໄດ້ຮູ້ຈັກໝູ່ໃໝ່ ແລະ ໄດ້ຮູ້ຈັກໝູ່ທີ່ມີຢູ່ຫລາຍຂຶ້ນ ຈາກບົດສົນທະນາຂອງເຮົາທີ່ເປັນໄປໃນທາງເລິກຫລາຍກວ່າເກົ່າ”.
ນອກຈາກນີ້ ນາງຍັງໄດ້ຝຶກເຮັດອາຫານ, ເບິ່ງແຍງລົດຈັກ, ໃຊ້ເວັບໄຊ Eventbrite ເພື່ອຫາອີເວນຊົມຮູບເງົາ, ຊີມວາຍ ແລະ ການສະແດງລະຄອນຟຣີ, ໃຊ້ SRO Audiences ເພື່ອເບິ່ງລາຍການຕາຫລົກ ແລະ ລາຍການທີວີທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍ. ແມັກກາ ພົບວ່າໃນລອນດອນມີກິດຈະກຳຟຣີໃກ້ເຮືອນຫລາຍກວ່າທີ່ຄິດ ໂດຍສິ່ງທີ່ນາງມັກທີ່ສຸດ ຄືທຸກວັນພະຫັດທຳອິດຂອງເດືອນ ແກລເລີຣີໃນລອນດອນຕາເວັນອອກກວ່າ 150 ແຫ່ງຈະຢືດເວລາປິດອອກໄປ ເຮັດໃຫ້ສາມາດດື່ມດໍ່າກັບວຽກສິລະປະໄດ້ຢ່າງເຕັມສ່ວນ ແລະ ເປັນສ່ວນຕົວຫລາຍຂຶ້ນ.
ແຕ່ບໍ່ແມ່ນວ່າຈະມີພຽງຊ່ວງເວລາດີໆ ເພາະ ແມັກກາ ຕ້ອງຜະເຊີນກັບການປ່ຽວເຫງົາໃນບາງຄາວທີ່ນາງບໍ່ສາມາດອອກໄປສັງສັນ, ກິນອາຫານດີໆກັບກຸ່ມໝູ່ເພື່ອນໄດ້ ຫລື ຊ່ວງເວລາແສນອຶດອັດໃຈ ເມື່ອໄປກິນອາຫານຄໍ່າເຮືອນໃຜຈັກຄົນແບບມືເປົ່າ ເພາະບໍ່ສາມາດຊື້ວາຍຈັກແກ້ວແທນຄຳຂອບໃຈ. ແມັກກາ ຈຶ່ງໃຊ້ເວລາຊ່ວງປີນັ້ນທຳຄວາມສະອາດເຮືອນຫລາຍຄັ້ງເພື່ອເປັນການຕອບແທນ.
1 ປີຜ່ານໄປ ນາງກາຍເປັນຄົນທີ່ກ້າຜະຈົນໄພ ກ້າເຮັດສິ່ງໃໝ່ໆຫລາຍຂຶ້ນ ຮູ້ຈັກຊອກຫາຄວາມສຸກຈາກເລື່ອງໃກ້ຕົວທີ່ບໍ່ຕ້ອງໃຊ້ເງິນຊື້. ນອກຈາກນີ້ ນາງຍັງພົບວ່າ 5 ສິ່ງທີ່ຄິດເຖິງ ແລະ ຢາກຈະໃຊ້ເງິນເພື່ອສິ່ງເຫລົ່ານີ້ຫລາຍທີ່ສຸດ ສິ່ງທຳອິດຄື ແກງກະຫລີ່ລົດຊາດແຊບ ເພາະຜ່ານມານາງບໍ່ສາມາດເຮັດແກງກະຫລີ່ໄດ້ແຊບເທົ່າຮ້ານມັກຂອງນາງ, ສິ່ງທີສອງຄືດອກໄມ້ສົດ ເພາະນາງຄິດເຖິງການມີດອກໄມ້ໃນເຮືອນທີ່ເຮັດໃຫ້ບັນຍາກາດອ້ອມກາຍ ແລະ ອາລົມສົດໃສຂຶ້ນ, ສິ່ງທີສາມຄື ມອຍເຈີໄຣເຊີ ເພາະລົມພັດລະຫວ່າງຂີ່ລົດຖີບເຮັດໃຫ້ນາງຜິວແຫ້ງ, ສິ່ງທີສີ່ຄື ນ້ຳຫອມລະງັບກິ່ນກາຍຈາກເຫງື່ອຕອນຂີ່ລົດຖີບ ແລະ ສຸດທ້າຍຄື ປີ້ລົດເມສຳລັບເດີນທາງໃນວັນທີ່ອາກາດໜາວເຢັນ ແລະ ຝົນຕົກ.
ຈະເຫັນໄດ້ວ່າທັງ 5 ສິ່ງນີ້ ບໍ່ໄດ້ມີພຽງປັດໄຈສີ່ເທົ່ານັ້ນ ແຕ່ເປັນສິ່ງທີ່ນາງເບິ່ງວ່າສຳຄັນ ແລະ ເຮັດໃຫ້ນາງມີຄວາມສຸກໄດ້ແທ້ໆ.
“ໜຶ່ງປີທີ່ບໍ່ມີການໃຊ້ຈ່າຍ ໄດ້ສອນຂ້ອຍເຖິງສິ່ງທີ່ຂ້ອຍຕ້ອງການແທ້ໆ ແລະ ມັນກໍບໍ່ໄດ້ຫລວງຫລາຍຂະໜາດນັ້ນ… ຫລັງຈາກມື້ສຸດທ້າຍຂອງແຜນການນີ້ ມີພຽງສອງສິ່ງທີ່ຂ້ອຍຈະຊື້ໃນທ້າຍອາທິດ ນັ້ນຄື ເຄື່ອງດື່ມຈັກແກ້ວໃຫ້ໝູ່ ແລະ ຄອບຄົວຂອງຂ້ອຍ ກ່າວຂອບໃຈສຳລັບການສະໜັບສະໜູນຂອງພວກເຂົາ ຕາມດ້ວຍຖ້ຽວບິນໄປຫາປູ່ຂອງຂ້ອຍໃນໄອແລນ.
“ຂ້ອຍໄດ້ເນັ້ນໜັກວ່າການບໍລິໂພກນິຍົມ ເຮັດໃຫ້ເຮົາຖືກລ່າມໂສ້ກັບໂຕະເຮັດວຽກຂອງເຮົາ ເຮັດວຽກເພື່ອຫາລາຍໄດ້ ເພື່ອໃຊ້ຈ່າຍໃນສິ່ງທີ່ເຮົາຄິດວ່າຈະເຮັດໃຫ້ຊີວິດດີຂຶ້ນ ແລະ ເມື່ອສິ່ງນັ້ນບໍ່ເຮັດໃຫ້ເຮົາມີຄວາມສຸກ ເຮົາກໍກັບໄປເຮັດວຽກຫາເງິນເພື່ອຊື້ແນວອື່ນ”.
“12 ເດືອນທີ່ຜ່ານມາເຮັດໃຫ້ຂ້ອຍກ້າວອອກຈາກວົງຈອນນີ້ໄດ້ ແລະ ຂ້ອຍສາມາດເວົ້າໄດ້ຢ່າງເຕັມປາກວ່າ ຕອນນີ້ຂ້ອຍມີຄວາມສຸກຫລາຍຂຶ້ນ ຂ້ອຍໄດ້ຮັບຄວາມໝັ້ນໃຈ ແລະ ທັກສະ ໄດ້ເຮັດໃນສິ່ງທີ່ບໍ່ເຄີຍເຮັດມາກ່ອນ ແລະ ໄດ້ພົບກັບຄົນທີ່ໜ້າຮັກທີ່ຍັງບໍ່ເຄີຍພົບມາກ່ອນໜ້ານີ້”.
ການບໍ່ໃຊ້ເງິນ 1 ປີ ບໍ່ໄດ້ສອນໃຫ້ ແມັກກາ ຂີ້ຖີ່ຂີ້ໜຽວຂຶ້ນ ແຕ່ນາງຄົ້ນພົບວິທີໃຊ້ການເງິນຢ່າງສະຫລາດ ເປັນອິດສະຫລະຈາກຄວາມຕ້ອງການພຽງຊົ່ວວູບຂອງຕົນເອງ ແລະ ຄິດເຖິງຄວາມສຸກໄລຍະຍາວຫລາຍຂຶ້ນ ເພື່ອວາງແຜນການໃຊ້ຈ່າຍໃນໄລຍະສັ້ນ.
ເຖິງຢ່າງໃດກໍຕາມ, ໜຶ່ງໃນປັດໄຈສຳຄັນທີ່ເຮັດໃຫ້ ແມັກກາ ກ້າວຜ່ານ 1 ປີອັນແສນທ້າທາຍໄປໄດ້ຄື “ສະຫວັດດີການຂອງລັດ” ທີ່ເອື້ອອຳນວຍຕໍ່ການໃຊ້ຊີວິດ ແລະ ຫາຄວາມສຸກໂດຍບໍ່ເສຍຄ່າໃຊ້ຈ່າຍ ຄືແກລເລີຣີຈັດສະແດງງານສິລະປະຟຣີຈຳນວນຫລາຍ, ສວນສາທາລະນະທີ່ເໝາະແກ່ການເຮັດກິດຈະກຳຕ່າງໆ ຫລື ຖະໜົນຫົນທາງທີ່ເອື້ອອຳນວຍຕໍ່ການຂີ່ລົດຖີບ ແຕ່ຖ້າຢ້ອນກັບມາບ້ານເຮົາອາດຈະໃຊ້ວິທີແບບ ແມັກກາ ບໍ່ໄດ້ເລີຍ.
ດັ່ງນັ້ນ, ເລື່ອງຕະຫລອດ 1 ປີທີ່ບໍ່ໃຊ້ເງິນຂອງ ແມັກກາ ນອກຈາກຈະເຮັດໃຫ້ເຮົາກັບມາທົບທວນເຖິງການໃຊ້ຈ່າຍຂອງຕົນເອງແລ້ວ ຍັງຊວນໃຫ້ເຮົາຕັ້ງຄຳຖາມວ່າ ເຫດໃດການໃຊ້ຊີວິດ ຫລື ຫາຄວາມສຸກໂດຍບໍ່ເສຍຄ່າໃຊ້ຈ່າຍຈຶ່ງບໍ່ແມ່ນເລື່ອງງ່າຍໃນປະເທດລາວ ກະທັ້ງການເດີນທາງໄລຍະສັ້ນທີ່ເຮົາສາມາດຍ່າງໄດ້ຟຣີ ແຕ່ພັດກາຍເປັນເລື່ອງຍາກ ພຽງເພາະທາງຍ່າງທີ່ບໍ່ປອດໄພ ແລະ ບໍ່ເອື້ອອຳນວຍຕໍ່ການຍ່າງຂອງຄົນ.
ອ້າງອີງ:
https://www.theguardian.com/money/blog/2016/nov/26/no-spending-year-over-new-way-living-wealthier-wiser
https://www.theguardian.com/money/blog/2015/nov/26/black-friday-buy-nothing-day