ບໍລິສັດລັດຕະນະກໍ່ສ້າງຂົວ-ທາງຈຳກັດຈະສຶກສາ ຄວາມເປັນໄປໄດ້ການສ້າງເຂື່ອນໄຟຟ້າຂະໜາດນ້ອຍທີ່ເມືອງພີນ


ພິທີລົງນາມ ບົດບັນທຶກ ຄວາມເຂົ້າໃຈເພື່ອການສຳຫຼວດ, ສຶກສາຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກ ຂະໜາດນ້ອຍຢູ່ເຊຕານວນ ເມືອງ ພີນແຂວງສະຫວັນນະ ເຂດລະ ຫວ່າງອຳນາດການປົກຄອງ ແຂວງ ແລະບໍລິສັດລັດຕະນະກໍ່ ສ້າງຂົວ-ທາງຈຳກັດຜູ້ດຽວ ໄດ້ ມີຂຶ້ນໃນວັນທີ 26 ກໍລະກົດນີ້ ທີ່ ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງ ໂດຍ ການເປັນກຽດເຂົ້າຮ່ວມ ຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະ ລາດ ຮອງເຈົ້າແຂວງ ສະຫວັນ ນະເຂດຕາມຂໍ້ຕົກລົງຂອງ ທ່ານເຈົ້າແຂວງສະບັບເລກທີ 1157/ຈຂ.


+ ຢູ່ລາວມີພຽງ1 ສູນ ແລະ 19 ບໍລິສັດຈັດຫາງານຖືກກົດໝາຍ.
+ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຕ້ອງການແຮງງານລາວຫລາຍກວ່າ 7 ພັນຄົນ
+ ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງຄືບໜ້າຫລາຍກວ່າ 30%
ສຂ ລົງວັນທີ 21 ກໍລະກົດ ວ່າດ້ວຍການອະນຸມັດໃຫ້ບໍລິ ສັດດັ່ງກ່າວລົງທຶນສຳຫຼວດ ສຶກສາຄວາມເປັນໄປໄດ້ໃນ ການພັດທະນາເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍຢູ່ເຊຕານວນ ເຂດແກ້ງສະລັງເມືອງພີນຕາມ ຂອບເຂດສິດຂອງແຂວງສາ ມາດອະນຸມັດໄດ້ 15 ເມກາວັດ ລົງມາ, ພ້ອມນີກໍ່ເຫັນດີໃຫ້ບໍລິ ສັດລັດຕະນະກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວວາງເງິນຄ້ຳປະ ກັນການຈັດຕັ້ງປະຕິບັດບົດ ບັນທຶກຄວາມເຂົ້າໃຈຈຳນວນ 10.000 ໂດລາ ແລະ ທຶນຄຸ້ມ ຄອງຕິດຕາມໂຄງການອີກຈຳນວນ 5.000 ໂດລາ, ສຳລັບ ການສຶກສາຄວາມເປັນໄປໄດ້ ແມ່ນມີກຳນົດເວລາ 18 ເດືອນ ນັບແຕ່ມື້ລົງລາຍເຊັນເປັນ ຕົ້ນໄປ.