ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ

ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ - aHR0cHM6Ly9zLmlzYW5vb2suY29tL25zLzAvdWQvMTY5NS84NDc4NzA2L21iY2NsdWIuanBn - ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ
ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ - kitchen vibe - ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ

ຕຳຫລວດ PCT ຂອງໄທ ຕາມຈັບຊາຍໜຸ່ມເຈົ້າຂອງ MBC Club ແຊຕ່ອງໂສ້ ເສຍຫາຍນັບພັນລ້ານບາດ ອ້າງລົງທຶນຄົບ 40 ລ້ານບາດ ຈະໄດ້ລົດຍົນຍີ່ຫໍ້ຫລູ Porsche 718 Boxster ໄປຂັບ.

ວັນທີ 24 ພະຈິກ 2021, ທີ່ສຳນັກງານຕຳຫລວດແຫ່ງຊາດຂອງໄທ, ພົນຕຳຫລວດເອກ ດຳລົງສັກ ກິດຕິປະພັດ ຮອງ ຜບ.ຕຣ. ຖະແຫລງຜົນການຈັບກຸມທ້າວ ກະວິນກອນ ອາຍຸ 55 ປີ ເຈົ້າຂອງແຊຕ່ອງໂສ້ອອນລາຍ MBC Club ຫລັງມີຜູ້ເສຍຫາຍລາຍຄົນເຂົ້າແຈ້ງຄວາມ ມີມູນຄ່າເສຍຫາຍປະມານ 1.000 ລ້ານບາດ.

ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ - Visit Laos Visit SALANA BOUTIQUE HOTEL - ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ

ພົນຕຳຫລວດເອກ ດຳລົງສັກ ເປີດເຜີຍວ່າ: ເປັນໄປຕາມນະໂຍບາຍຂອງ ພົນຕຳຫລວດເອກ ສຸວັດ ແຈ້ງຍອດສຸກ ໃຫ້ຈັບກຸມການກະທຳຄວາມຜິດດ້ວຍການໃຊ້ອິນເຕີເນັດ, ການລົງທຶນອອນລາຍ ໂດຍຄະດີນີ້ເມື່ອປະມານປີ 2019 ໄດ້ມີກຸ່ມບຸກຄົນນຳໂດຍທ້າວ ກະວິນກອນ ອາຍຸ 55 ປີ ໄດ້ຮ່ວມກັນເປີດແຜນການລົງທຶນຊື່ MBC Club ມີແຜນການລົງທຶນຕ່າງໆຫລວງຫລາຍ.

ເຊັ່ນ: ແຜນລົງທຶນ Member ທຶນເລີ່ມຕົ້ນ 50.758 ບາດ, ແຜນ Silver ທຶນເລີ່ມຕົ້ນ 253.750 ບາດ, ແຜນ Titanium ທຶນເລີ່ມຕົ້ນ 507.500 ບາດ, ແຜນລົງທຶນ Gold ທຶນເລີ່ມຕົ້ນ 2.537.500 ບາດ ແລະ ແຜນ Platinum ທຶນເລີ່ມຕົ້ນ 5.075.000 ບາດ ໂດຍທຸກແຜນລົງທຶນທາງ Club ຈະເພີ່ມເງິນລົງທຶນໃຫ້ສະເລ່ຍ 10-30% ແລ້ວແຕ່ປະເພດແຜນການລົງທຶນ, ສ່ວນເງິນປັນຜົນຈະຕອບແທນທຸກ 40 ວັນ ສະເລ່ຍເປັນກຳໄລຫລາຍກວ່າ 30% ຕໍ່ປະເພດການລົງທຶນ.

ໂດຍທ້າວ ກະວິນກອນ ຈະແອບອ້າງກັບຜູ້ເສຍຫາຍວ່າຈະເອົາເງິນດັ່ງກ່າວໄປລົງທຶນໃນຕ່າງປະເທດ ມີເງິນປັນຜົນຄິດເປັນກຳໄລສະເລ່ຍ 40% ຕໍ່ເດືອນ, ຕໍ່ມາໄລຍະທ້າຍປີ 2019 ຍັງໄດ້ອອກແຜນການລົງທຶນແບບໃໝ່ຊື່ Save Coin SME ໂດຍການເຮັດຫລຽນດິຈີຕອນຊື່ CMBC Coin ໃນລາຄາ 14,80 ໂດລາສະຫະລັດ ຜູ້ລົງທຶນຈະໄດ້ປັນຜົນ 20% ຕໍ່ເດືອນ ເຊິ່ງຜູ້ເສຍຫາຍຈະຕ້ອງເປີດກະເປົາເງິນເອເລັກໂຕຣນິກຊື່ CMBC Wallet ແລະ ສາມາດນຳໄປຂາຍໃນກະດານສົນທະນາຊື່ FFF Exchange.

ສາມາດນຳໄປຊຳລະຄ່ານ້ຳຄ່າໄຟຟ້າຜ່ານແອັບພລິເຄຊັນຊື່ P berm pay ນຳອີກ. ນອກຈາກນັ້ນ ຍັງມີການເຕັກນິກການໂກງດ້ວຍການກະຕຸ້ນໃຫ້ຜູ້ເສຍຫາຍຮີບຮ້ອນລົງທຶນຕ່າງໆເຊັ່ນ: ຖ້າລົງທຶນຄົບ 40 ລ້ານບາດ ພາຍໃນປີ 2019 ຈະໄດ້ຮັບລົດເກັງຫລູ ຍີ່ຫໍ້ Porsche 718 Boxster 1 ຄັນ ເຊິ່ງຕໍ່ມາເງິນທີ່ລົງທຶນໄປແລ້ວທັງໝົດບໍ່ສາມາດເບີກຖອນກັບມາໄດ້.

ລວມທັງເງິນດິຈີຕອນກໍບໍ່ສາມາດນຳໄປຊຳລະຄ່າສາທາລະນູປະໂພກຕາມທີ່ກ່າວອ້າງໄດ້ແຕ່ຢ່າງໃດ ແລະ ຜູ້ຕ້ອງຫາໄດ້ຫລົບໜີໄປ. ການຫລອກລວງດັ່ງກ່າວເປັນເຫດໃຫ້ມີຜູ້ເສຍຫາຍຈຳນວນຫລາຍ ກຸ່ມຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມຮ້ອງທຸກໃຫ້ດຳເນີນຄະດີກັບທ້າວ ກະວິນກອນ ເພື່ອໃຫ້ດຳເນີນຄະດີຕາມກົດໝາຍ.

ຕຳຫລວດກ່າວວ່າ: ທ້າວ ກະວິນກອນ ຮັບວ່າໄດ້ກະທຳຄວາມຜິດກັບຜູ້ເສຍຫາຍອີກຫລາຍຄົນ. ເບື້ອງຕົ້ນຄາດວ່າມີຜູ້ເສຍຫາຍ 1.000 ກວ່າຄົນ ຄິດເປັນມູນຄ່າລວມ 1.000 ລ້ານກວ່າບາດ. ນອກຈາກນີ້ ຍັງພົບອີກວ່າ: ທ້າວ ກະວິນກອນ ເຄີຍຮ່ວມກັນກັບພວກກະທຳຄວາມຜິດກ່ຽວກັບແຊຕ່ອງໂສ້ ໂດຍເປີດບໍລິສັດຊື່ ພີບີ.ສະມາດຟາຣເມີ ເຊິ່ງອ້າງວ່ານຳເອົາເຕັກໂນໂລຊີການກະເສດມາຜະລິດກະແສໄຟຟ້າພະລັງງານແມ່ເຫລັກ ມາເພື່ອໃຊ້ໃນທາງການຄ້ານຳອີກ ເຊິ່ງເຈົ້າໜ້າທີ່ຕຳຫລວດຈະໄດ້ຕິດຕາມຜູ້ເສຍຫາຍມາແຈ້ງຄວາມຮ້ອງທຸກດຳເນີນຄະດີກັບຜູ້ຕ້ອງຫາຕໍ່ໄປ.

ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ - 4 - ຕຳຫລວດໄທຈັບກຸມຊາຍໜຸ່ມ ເຈົ້າຂອງ MBC Club ແຊຕ່ອງໂສ້ອອນລາຍ ເສຍຫາຍນັບພັນລ້ານບາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!