ສ່ວຍສາອາກອນ ປະຈໍາແຂວງຄຳມ່ວນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ສ່ວຍສາອາກອນ ປະຈໍາແຂວງຄຳມ່ວນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ - 0e1ee8ba 3ad2 4dd7 8ea3 d71f949858f6 - ສ່ວຍສາອາກອນ ປະຈໍາແຂວງຄຳມ່ວນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
ສ່ວຍສາອາກອນ ປະຈໍາແຂວງຄຳມ່ວນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ - kitchen vibe - ສ່ວຍສາອາກອນ ປະຈໍາແຂວງຄຳມ່ວນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ທ້າຍອາທິດຜ່ານມາ, ທີ່ພະແນກການເງິນປະຈຳແຂວງ, ສ່ວຍສາອາກອນແຂວງຄຳມ່ວນ, ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງຄຸ້ມຄອງແຕ່ປີ 2021-2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳສອນ ອ້ວນທະວີ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງ, ມີທ່ານ ຫົງໄທ ຄຳວົງສາ ຮອງຫົວໜ້າພະແນກການເງິນແຂວງ, ມີຄະນະພັກ, ຄະນະສ່ວຍສາອາກອນ, ບັນດາຄະນະຮັບຜິດຊອບການຂຶ້ນແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງຂັ້ນແຂວງ,ສ່ວຍສາອາກອນປະຈຳເມືອງ ແລະ ສະມາຊິກພັກພາຍໃນຂົງເຂດການເງິນເຂົ້າຮ່ວມ.

ໃນວາລະກອງປະຊຸມແມ່ນໄດ້ຮັບຟັງການຜ່ານມະຕິ ເລກທີ 032/ກມສພ ວ່າດ້ວຍການສ້າງແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ, ຄຳແນະນຳເລກທີ 292/ຄຈສພ:ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງ ສູນກາງພັກວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ມາດຖານ, ເງື່ອນໄຂຂອງພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງຄຸ້ມຄອງ.

ພ້ອມນີ້ກໍໄດ້ຮັບຟັງການປະກອບຄຳເຫັນໃຫ້ທິດຊີ້ນຳຈາກທ່ານ ຄຳສອນ ອ້ວນທະວີ ຊຶ່ງທ່ານໄດ້ເນັ້ນໃຫ້ບັນດາສະມາຊິກພັກຕ້ອງໄດ້ເປັນເຈົ້າການຄົ້ນຄວ້າພິຈາລະນາ, ຄັດເລືອກເອົາຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນເພື່ອເປັນບ່ອນອີງໃນການຄາດຄະເນເປົ້າ ໝາຍ ພະນັກງານທີ່ຈະຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະແໜງການແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ໃນລັກສະນະເປີດກວ້າງ ແລະ ຕອບສະ ໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງຕຳແໜ່ງງານແຕ່ລະຂັ້ນ, ແຕ່ລະຂະແໜງການໃນລະບົບການເມືອງ. ໂອກາດດຽວກັນກອງປະຊຸມກໍໄດ້ປ່ອນບັດທາບທາມ ເພື່ອຄົ້ນຄວ້າເອົາລາຍຊື່ເຂົ້າສະໝັກໃນແຕ່ລະຮອບຕາມລຳດັບ.

ສ່ວຍສາອາກອນ ປະຈໍາແຂວງຄຳມ່ວນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ - 3 - ສ່ວຍສາອາກອນ ປະຈໍາແຂວງຄຳມ່ວນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!