ບັນດາຜູ້ຜະລິດວັກຊີນປ້ອງກັນໂຄວິດເດີນໜ້າສຶກສາ ເຊື້ອໂອມິຄຣອນ ກຽມພ້ອມພັດທະນາວັກຊີນ ຮັບມືການກາຍພັນ
ວັນທີ 26 ພະຈິກ, ບັນດາຜູ້ຜະລິດວັກຊີນປ້ອງກັນໂຄວິດລາຍໃຫຍ່ ບໍ່ວ່າຈະເປັນ Pfizer-BioNTech, Moderna, Johnson & Johnson ແລະ AstraZeneca ເດີນໜ້າສຶກສາ ‘ເຊື້ອໂອມິຄຣອນ’ (B.1.1.529) ກຽມພ້ອມພັດທະນາວັກຊີນ ຮັບມືການກາຍພັນ ຫລັງອົງການອະນາໄມໂລກ (WHO) ປະກາດໃຫ້ເຊື້ອໂຄໂຣນາໄວຣັສກາຍພັນ ສາຍພັນໂອມິຄຣອນ ເປັນສາຍພັນລະດັບທີ່ໜ້າກັງວົນ (Variants of Concern: VOC) ຊະນິດໃໝ່.
ໂດຍທີມຜູ້ຜະລິດ ແລະ ພັດທະນາວັກຊີນ Pfizer-BioNTech ເຜີຍວ່າ: ພວກເຂົາກຳລັງສຶກສາ ແລະ ກວດສອບເຊື້ອໄວຣັສກາຍພັນສາຍພັນໃໝ່ດັ່ງກ່າວ ແລະ ພ້ອມຈະປັບປຸງພັດທະນາວັກຊີນໂດຍໄວຖ້າມີຄວາມຈຳເປັນ. ຄາດວ່າຈະສາມາດພັດທະນາວັກຊີນ mRNA ໄດ້ພາຍໃຕ້ 6 ອາທິດ ແລະ ເລີ່ມກຽມຈັດສົ່ງ ແລະ ກະຈາຍວັກຊີນໄດ້ພາຍໃນ 100 ວັນ ຫລັງຈາກລະບຸຂໍ້ມູນສະເພາະຂອງເຊື້ອກາຍພັນນີ້ໄດ້. ຂະນະທີ່ຜູ້ຜະລິດ ແລະ ພັດທະນາວັກຊີນ 3 ລາຍໃຫຍ່ເລີ່ມສຶກສາເຊື້ອໂອມິຄຣອນເຊັ່ນດຽວກັນ.
ເບື້ອງຕົ້ນຜູ້ຊ່ຽວຊານດ້ານພະຍາດລະບາດຂອງອາຟຣິກາໃຕ້ລະບຸ ໄວຣັສກາຍພັນຊະນິດໃໝ່ນີ້ມີຕຳແໜ່ງການກາຍພັນຂອງຢີນສູງເຖິງ 50 ຕຳແໜ່ງ ເຊິ່ງຖືວ່າຫລາຍຜິດປົກກະຕິ ໂດຍຈະແຕກຕ່າງໄປຫລາຍຈາກເຊື້ອໂຄໂຣນາໄວຣັສສາຍພັນດັ້ງເດີມທີ່ພົບໃນເມືອງອູ່ຮັ່ນ ມົນທົນຫູເປຍຂອງຈີນ ເຊິ່ງອາດມີຄວາມເປັນໄປໄດ້ວ່າການກາຍພັນທີ່ຜິດປົກກະຕິນີ້ຈະສົ່ງຜົນຕໍ່ປະສິດທິພາບຂອງວັກຊີນປ້ອງກັນໂຄວິດທີ່ເຮົາໃຊ້ໃນປັດຈຸບັນ.
ໂດຍປະສິດທິພາບຂອງວັກຊີນປ້ອງກັນໂຄວິດໃນການປ້ອງກັນການຕິດເຊື້ອຈະຄ່ອຍໆຫລຸດໜ້ອຍລົງຢ່າງຕໍ່ເນື່ອງ. ຂະນະທີ່ປະສິດທິພາບໃນການປ້ອງກັນການມືອາການຮຸນແຮງ ແລະ ເສຍຊີວິດພາຍຫລັງການຕິດເຊື້ອຍັງຢູ່ໃນເກນສູງ ເຊິ່ງການສຶກສາໃນວາລະສານວິທະຍາສາດຊີ້ ວັກຊີນ Pfizer-BioNTech ມີປະສິດທິພາບປ້ອງກັນການຕິດເຊື້ອຫລຸດລົງຈາກ 86% ມາຢູ່ 43% ຈາກເດືອນກຸມພາເຖິງເດືອນຕຸລາ. ຂະນະທີ່ວັກຊີນ Moderna ມີປະສິດທິພາບປ້ອງກັນການຕິດເຊື້ອຫລຸດລົງຈາກ 89% ມາຢູ່ 58% ແລະ ວັກຊີນ J&J ຫລຸດລົງ 86% ມາຢູ່ 13% ຫລາຍປະເທດຈຶ່ງອະນຸມັດການສັກວັກຊີນເຂັມກະຕຸ້ນ ເພື່ອເປັນອີກໜຶ່ງເຄື່ອງມືໃນການຮັບມືການກາຍພັນຂອງເຊື້ອໄວຣັສທີ່ມີທ່າອ່ຽງຈະຮັບມືຍາກຂຶ້ນໄປເລື້ອຍໆ.
ອ້າງອີງ:
- https://www.cnbc.com/2021/11/26/pfizer-biontech-investigating-new-covid-variant-jj-testing-vaccine-against-it.html
- https://www.sbs.com.au/news/vaccine-makers-move-swiftly-to-respond-to-omicron-variant
- https://edition.cnn.com/world/live-news/new-covid-variant-south-africa-11-26-21/h_a3785fde08225ea7242fa8f4a1cefcb7