ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ - b59a215a d85f 44be ac2b 409c99ae8c7f - ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ - kitchen vibe - ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ

ວັນທີ 30 ພະຈິກ 2021 ນີ້, ກົມຄຸ້ມຄອງການບັນຊີ ກະຊວງການເງິນ, ໄດ້ຈັດກອງປະຊຸມວິຊາການຂະແໜງບັນຊີທົ່ວປະເທດຂຶ້ນຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະ ເສີດ ລັດຖະມົນຕີກະຊວງການເງິນ, ມີຫົວໜ້າກົມຄຸ້ມຄອງການບັນຊີ, ຄະນະກົມ, ຄະນະພະແນກ, ຂະແໜງຄຸ້ມຄອງການບັນຊີແຂວງ ແລະ ນະຄອນຫຼວງ, ບັນດາກົມອ້ອມຂ້າງກະຊວງການເງິນ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບເຂົ້າຮ່ວມ.

ກອງປະຊຸມໄດ້ມີການລາຍງານສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງບັນຊີ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈຳປີ 2022, ພ້ອມທັງປຶກສາຫາລືດ້ານວິຊາການກ່ຽວກັບການຈັດຕັ້ງປະຕິບັດວຽກງານບັນຊີ, ສະພາບການຈັດຕັ້ງປະຕິບັດວຽກງານບັນຊີ ແລະ ກວດສອບອິດສະລະປີ 2020 ແລະ ທິດທາງແຜນການປີ 2022, ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານບັນຊີຈາກຂະແໜງບັນຊີແຂວງ ແລະ ນະຄອນຫຼວງ, ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ຄຳແນະນໍາວ່າດ້ວຍການອອກໃບຕິດຕາມການຖືບັນຊີຂອງຫົວໜ່ວຍຖືບັນຊີແຫ່ງລັດ, ທາບທາມການປັບປຸງຄໍາແນະນໍາຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ ເລກທີ 531/ກງ, ລົງວັນທີ 26 ກຸມພາ 2016, ການນຳສະເໜີການຄຸ້ມຄອງ, ຊຸກຍູ້ການຖືບັນຊີ ຂອງຫົວໜ່ວຍຖືບັນຊີວິສາຫະກິດລວມທັງຈຸນລະວິສາຫະກິດ, ການນໍາສະເໜີການຄຸ້ມຄອງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ແລະ ແນະນໍາ ວຽກງານຄຸ້ມຄອງ ແລະ ນໍາໃຊ້ລາຍຮັບວິຊາທີ່ຕິດພັນກັບວຽກງານຂະແໜງ ຄຸ້ມຄອງບັນຊີ ແລະ ການຮ່າງບົດສະຫຼຸບລາຍງານປະຈຳເດືອນ, ປະຈຳ 6 ເດືອນ ແລະ ປະຈຳປີ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຂະແໜງຄຸ້ມຄອງການບັນຊີໂດຍໄດ້ເນັ້ນບົດບາດຄວາມສຳຄັນຂອງວຽກງານບັນຊີ ແລະ ວຽກງານກວດສອບອິດສະລະໃນວາລະແຫ່ງຊາດກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຄໍາສັ່ງເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດເຊິ່ງວຽກງານບັນຊີ ແລະ ວຽກງານກວດສອບອິດສະລະແມ່ນໄດ້ກຳນົດໃວ້ໃນຂໍ້ທີ 4.5 “ສ້າງແລະປັບປຸງກົນໄກໃນການຊຸກຍູ້ ແລະ ສົ່ງເສີມໃຫ້ຈຸນລະວີສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ຖືບັນຊີໃຫ້ຖືກຕ້ອງ, ຄົບຖ້ວນຕາມກົດໝາຍບັນຊີ ແລະ ລະບຽບການ”.

ພ້ອມດຽວກັນນີ້, ໃນກອງປະຊຸມໄດຸ້ມີການສົນທະນາແລກປ່ຽນດ້ານວິຊາການເຊິ່ງກັນ ແລະ ກັນຈາກສູນການ ແລະ ທ້ອງຖິ່ນ, ເພື່ອໃຫ້ສະພາບການການເຄື່ອນໄຫວຂອງຂະແໜງບັນຊີ ແລະ ການປັບປຸງນິຕິກໍາເພີ່ມເຕີມ

ໃນການຈັດຕັ້ງປະຕິບັດ ໂດຍສະເພາະຂະແໜງຄຸ້ມບັນຊີໃນການມີສ່ວນຮ່ວມເຜີຍແຜ່ ແລະ ຜັນຂະຫຍາຍນິຕິກໍາ, ບັນດາໜ້າວຽກແກ່ຂະແໜງການກ່ຽວຂ້ອງໃນຂອບເຂດທົົ່ວປະເທດ, ທັງເປັນການຊູກຍູຸ້ໃຫຸ້ວຽກງານບັນຊີມີຄວາມເຂັຶ້ມແຂງ, ໂປ່ງໃສ ແລະ ໜ້າຊື່ຖືໄດ້ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄໍາສັ່ງເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ຂອງນາຍົກລັດຖະມົນຕີໃຫ້ມີຜົນສໍາເລັດຢ່າງແທ້ຈິງ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ - 5 - ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງບັນຊີທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!