ທາງການອິດສະລາແອນຢືນຢັນ ພົບແພດ 2 ຄົນຕິດໂຄວິດ ສາຍພັນໂອມິຄຣອນ


ວັນທີ 30 ພະຈິກ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການອິດສະລາແອນຢືນຢັນພົບແພດ 2 ຄົນ ຕິດໂຄວິດສາຍພັນໂອມິຄຣອນ ໂດຍໜຶ່ງໃນຈຳນວນນີ້ມີປະຫວັດຫາກໍເດີນທາງກັບມາຈາກກອງປະຊຸມຢູ່ນະຄອນຫລວງລອນດອນ ຂອງອັງກິດ ໃນອາທິດຜ່ານມາ.
ໂດຍແພດທັງ 2 ຄົນທີ່ຕິດເຊື້ອໄວຣັສໂຄໂຣນາກາຍພັນສາຍພັນໂອມິຄຣອນນີ້ມີປະຫວັດເຂົ້າຮັບວັກຊີນປ້ອງກັນໂຄວິດຊະນິດ mRNA ຈາກ Pfizer-BioNTech ແລ້ວຈຳນວນ 3 ເຂັມ ເຊິ່ງປັດຈຸບັນມີອາການປ່ວຍໂຄວິດພຽງເລັກໜ້ອຍເທົ່ານັ້ນ ຄາດວ່າແພດອີກ 1 ຄົນ ຕິດເຊື້ອຈາກແພດທີ່ຫາກໍເດີນທາງກັບຈາກອັງກິດ.
ນອກຈາກນີ້, ທາງການຍັງຢືນຢັນພົບຜູ້ຕິດເຊື້ອໂອມິຄຣອນເພີ່ມອີກ 2 ຄົນ ໜຶ່ງໃນຈຳນວນນີ້ເປັນນັກທ່ອງທ່ຽວທີ່ເດີນທາງມາຈາກປະເທດມາລາວີໃນທະວີບອາຟຣິກາ ມີປະຫວັດເຂົ້າຮັບການສັກວັກຊີນປ້ອງກັນໂຄວິດຈາກ AstraZeneca ແລ້ວ.
ເບື້ອງຕົ້ນທາງການອິດສະລາແອນປະກາດປິດຊາຍແດນປະເທດ 14 ວັນ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໂອມິຄຣອນພາຍໃນປະເທດ ໂດຍຫວັງວ່າຈະສ້າງຄວາມເຂົ້າໃຈເຊື້ອກາຍພັນນີ້ໄດ້ຫລາຍຂຶ້ນ ແລະ ຫາທາງຮັບມືການແຜ່ລະບາດທີ່ອາດຈະເກີດຂຶ້ນໃນອະນາຄົດໄດ້ຢ່າງມີປະສິດທິພາບ.
ອ້າງອີງ:
https://www.reuters.com/…/two-israeli-doctors-infected…/