ການສຶກສາຊີ້ ສັກໄຂ້ວ AstraZeneca ຕາມດ້ວຍ Moderna ຫລື Novavax ກະຕຸ້ນພູມຕ້ານທານໂຄວິດ ລະດັບທີເຊລສູງຂຶ້ນຫລາຍເທົ່າ


ວັນທີ 6 ທັນວາ 2021, ສຳນັກຂ່າວຕ່າງປະເທດລາຍງານກ່ຽວກັບຜົນການສຶກສາກ່ຽວກັບການທົດລອງປະສິດທິພາບຂອງການສັກວັກຊີນໂຄວິດສູດໄຂ້ວ ຊີ້ສັກວັກຊີນ Moderna ຫລື Novavax ຕໍ່ຈາກວັກຊີນປ້ອງກັນໂຄວິດເຂັມທຳອິດທີ່ເປັນ AstraZeneca ຈະກະຕຸ້ນການສ້າງພູມຕ້ານທານປ້ອງກັນໂຄວິດ ແລະ ລະດັບເຊລພູມຕ້ານທານຄືທີເຊລ (T-cell) ໃຫ້ສູງຂຶ້ນກວ່າເກົ່າ ເມື່ອທຽບໃສ່ການສັກວັກຊີນ AstreZeneca 2 ເຂັມ.
ຜົນການສຶກສາດັ່ງກ່າວຖືວ່າເປັນປະໂຫຍດຫລາຍຕໍ່ບັນດາປະເທດທີ່ລາຍໄດ້ໜ້ອຍ ແລະ ອາດຈະຍັງເດີນໜ້າສັກວັກຊີນເຂັມທຳອິດບໍ່ໄດ້ຕາມເປົ້າ ລວມທັງອາດຍັງບໍ່ສາມາດເຂົ້າເຖິງວັກຊີນ mRNA ທີ່ຈຳເປັນຕ້ອງເກັບຮັກສາໄວ້ໃນບ່ອນເກັບຄວາມເຢັນພິເສດໃນອຸນຫະພູມຕໍ່າກວ່າປົກກະຕິຫລາຍໆໄດ້. ວັກຊີນ Novavax ກໍຈະເປັນອີກໜຶ່ງທາງເລືອກທີ່ໜ້າສົນໃຈ ອີກທັງຍັງສາມາດຈັດເກັບໄດ້ໃນຄວາມເຢັນລະດັບຕູ້ເຢັນປົກກະຕິ.
ມະຫາວິທະຍາໄລອອກຟອດຜູ້ນຳການສຶກສາໃນຄັ້ງນີ້ລະບຸວ່າ: ພຽງທ່ານໄດ້ຮັບວັກຊີນປ້ອງກັນໂຄວິດເຂັມທຳອິດເປັນວັກຊີນຊະນິດໜຶ່ງ ບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງຮັບວັກຊີນຊະນິດດຽວກັນເປັນເຂັມທີ 2 ສະເໝີໄປ. ທັງນີ້ການສຶກສາຍັງສົນໃຈປະສິດທິພາບຂອງວັກຊີນ Moderna ໃນຖານະວັກຊີນເຂັມກະຕຸ້ນ ໂດຍສັກໃຫ້ຜູ້ທີ່ເຂົ້າຮັບວັກຊີນ AstraZeneca ມາກ່ອນໜ້ານີ້ພົບວ່າ ລະດັບພູມຕ້ານທານ ແລະ ທີເຊລເພີ່ມສູງຂຶ້ນກວ່າປົກກະຕິ.
ນອກຈາກນີ້ ຍັງມີການສຶກສາທີ່ສຶກສາປະສິດທິພາບຂອງວັກຊີນ mRNA ໂດຍມີກຸ່ມຕົວຢ່າງ 1.070 ຄົນ ມີປະຫວັດເຂົ້າຮັບວັກຊີນ AstraZeneca ຫລື Pfizer ເປັນວັກຊີນເຂັມທຳອິດ ກ່ອນທີ 9 ອາທິດຕໍ່ມາຈະແຍກເປັນກຸ່ມທີ່ເຂົ້າຮັບວັກຊີນຊະນິດເກົ່າເປັນເຂັມທີ 2 ຫລື ເຂົ້າຮັບວັກຊີນ Moderna ຫລື Novavax ເປັນວັກຊີນເຂັມ 2 ພົບວ່າ ຜູ້ທີ່ສັກວັກຊີນສູດໄຂ້ວ AstraZeneca ຕາມດ້ວຍ Moderna ລະດັບພູມຕ້ານທານເພີ່ມສູງຂຶ້ນ 17 ເທົ່າ. ຂະນະທີ່ສັກ AstraZeneca ຕາມດ້ວຍ Novavax ເພີ່ມຂຶ້ນ 4 ເທົ່າ ເມື່ອທຽບໃສ່ສັກວັກຊີນ AstraZeneca 2 ເຂັມ.
ສ່ວນຜູ້ທີ່ສັກວັກຊີນສູດໄຂ້ວ Pfizer ຕາມດ້ວຍ Moderna ລະດັບພູມຕ້ານທານເພີ່ມສູງຂຶ້ນ 1,3 ເທົ່າ ເມື່ອທຽບໃສ່ສັກວັກຊີນ Pfizer 2 ເຂັມ. ຂະນະທີ່ສັກ Pfizer ຕາມດ້ວຍ Novavax ລະດັບພູມຕ້ານທານຫລຸດລົງ 20%.
ຂະນະທີ່ລະດັບຂອງທີເຊລໃນຜູ້ທີ່ເຂົ້າຮັບວັກຊີນ AstraZeneca ຫລື Pfizer ຈຳນວນ 2 ເຂັມໃກ້ຄຽງກັນ ແຕ່ຖ້າເຂົ້າຮັບວັກຊີນສູດໄຂ້ວ AstraZeneca ຕາມດ້ວຍ Moderna ລະດັບທີເຊລເພີ່ມ 3,5 ເທົ່າ, ແຕ່ຖ້າຕາມດ້ວຍ Novavax ລະດັບທີເຊລເພີ່ມເຖິງ 4,8 ເທົ່າ, ສ່ວນຜູ້ທີ່ສັກ Pfizer ຕາມດ້ວຍ Moderna ລະດັບທີເຊລເພີ່ມ 1,5 ເທົ່າ. ຂະນະທີ່ຖ້າຕາມດ້ວຍ Novavax ລະດັບທີເຊລມີທ່າອ່ຽງຫລຸດລົງ.
ອ້າງອີງ:
- https://www.bloomberg.com/news/articles/2021-12-06/mixing-covid-vaccines-is-effective-in-study-on-pfizer-astra
- https://www.theguardian.com/society/2021/dec/06/moderna-or-novavax-after-astrazeneca-jab-confers-high-covid-immunity-study-finds
- https://www.nytimes.com/interactive/2020/science/coronavirus-vaccine-tracker.html