ລາຍລະອຽດຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃນສປປ ລາວ ຈຳນວນ 5 ຄົນ ໃນວັນທີ 8 ທັນວາ 2021


- ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍ 21 ປີ, ຄ້າຍຄຸມຂັງເມືອງຂຶ້ນກັບບ້ານຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແແກ້ວ
– ບໍ່ມີພະຍາດປະຈໍາຕົວ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ວັນທີ 04 ທັນວາ 2021: ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວດ-19 ແລະ ຜົນກວດເປັນບວກ
– ວັນທີ 05 ທັນວາ 2021: ຜູ້ກ່ຽວເລີ້ມມີອາການໄຂ້, ເຈັບແໜ້ນໜ້າເອີກ, ຫາຍໃຈຝຶດ
– ວັນທີ 06 ທັນວາ 2021: ຜູ້ກ່ຽວມີອາການໜັກຫລາຍ ເອົາໄປປີ່ນປົວຢູ່ໂຮງໝໍ ແຕ່ຜູ້ກ່ຽວ ໄດ້ເສຍຊີວິດກ່ອນ
2). ເພດຍິງ ອາຍຸ 21 ປີ, ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫລວງ.
– ພະຍາດປະຈຳຕົວ: ພູມແພ້ (ບໍ່ຮູ້ວ່າແພ້ຫຍັງ)
– ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
– ເວລາ 11:00 ໂມງຂອງວັນທີ 06 ທັນວາ 2021: ເຂົ້າມາກວດຢູ່ສຸກເສີນໂຮງໝໍມິດຕະພາບດ້ວຍອາການງ່ວງຊຶມ, ບໍ່ໄດ້ສະຕິ, ຮາກອອກເລືອດສີແດງສົດ, ຕົນໂຕຈືດມ້ານ (ກ່ອນໜ້ານີ້ 1 ວັນ ມີອາການໄອ) ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19, ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ ແລະ ແຍ່ທໍ່ຊ່ວຍຫາຍໃຈ; ແລະ ໃຫ້ຢາເຊີດຊູ
– ຮອດເວລາ 04:50 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
3). ເພດຊາຍ, ອາຍຸ 66 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
– ປະຫວັດພະຍາດຜ່ານມາ: ມະເຮັງປອດ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ເຂົ້າມາໂຮງໝໍມິດຕະພາບ ວັນທີ 24 ພະຈິກ 2021
– ອາການເບື້ອງຕົ້ນ: ໄອມີເລືອດປົນຂີ້ກະເທີ່ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ກຶນອາຫານທຸກຊະນິດຍາກລຳບາກ, ອາການຊີວິດບໍ່ຄ່ອຍດີ
– ໄລຍະການປິ່ນປົວ: 24 ພະຈິກ 2021-07 ທັນວາ 2021
– ມາຮອດເວລາ 10:30 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
4). ເພດຊາຍ, ອາຍຸ 58 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ບໍ່ໄດ້ຕິດຕາມ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 04 ທັນວາ 2021 (ຮັບຈາກມໍລະສຸມໂຮງໝໍມະໂຫສົດ)
– ອາການເບື້ອງຕົ້ນ: ຄົນເຈັບບໍໄດ້ສະຕິ (ໃສ່ທໍ່ຊ່ອຍຫາຍໃຈ) ຄົນເຈັບລົ້ມໃນຫ້ອງນໍ້າບໍ່ຮູ້ເວລາທີ່ຊັດເຈນ ແຕ່ພົບເຫັນໃນຕອນເຊົ້າຂອງວັນທີ່ 04 ທັນວາ 2021 ໃນສະພາບບໍ່ມີສະຕິ ແລະເອົາໄປໂຮງໝໍມະໂຫສົດ ເຮັດ CT Scanner of Brain (Hemorrhage stroke), TA 152/100, P100 T37.9, RR 26 SO2:90%
– ໄລຍະການປິ່ນປົວ: ແຕ່ວັນທີ 04-07 ທັນວາ 2021, ລວມເປັນ 04 ວັນ
– ຮອດເວລາ16:00 ໂມງ ຂອງວັນທີ 07 ທັນວາ 2021 ຄົນເຈັບໄດ້ເສຍຊີວິດ
5) ເພດຍິງ, ອາຍຸ 94 ປີ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫຼວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
– ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19ຄົບ
– ເວລາ 08,35 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຫອບ ແລະ ຫາຍໃຈຝຶດ, ຄວາມດັນເລືອດສູງ ແລະ ຄົນເຈັບມີອາການໜັກຫລາຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ ຊື່ງຕໍ່ມາຄົນເຈັບ ໄດ້ເສຍຊີວິດ ໃນວັນດຽວກັນ.