ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ

ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ - 73661740 98d0 4354 8378 ecf232cbaaa7 - ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ
ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ - kitchen vibe - ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ

ຈີນເຕືອນປະຊາຊົນເຝົ້າລະວັງ ຫລັງພົບຜູ້ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N6 ໃນມົນທົນກວາງຕຸ້ງ.

ວັນທີ 11 ທັນວາ 2021, ສຳນັກຂ່າວຣອຍເຕີລາຍງານວ່າ: ຄະນະກຳມະການດ້ານສຸຂະພາບມົນທົນກວາງຕຸ້ງທາງຕອນໃຕ້ຂອງຈີນ ເປີດເຜີຍວ່າ: ພົບຜູ້ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N6 ຈຳນວນ 1 ຄົນ ປັດຈຸບັນກຳລັງປິ່ນປົວຢູ່ໂຮງໝໍໃນເມືອງຮຸ່ຍໂຈ.

ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ - Visit Laos Visit SALANA BOUTIQUE HOTEL - ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ

ຄະນະກຳມະການດັ່ງກ່າວ ລະບຸໃນຖະແຫລງການວ່າ: ຜູ້ຊ່ຽວຊານໄດ້ລົງຄວາມເຫັນແລ້ວວ່າ ຄວາມສ່ຽງຂອງການແຜ່ເຊື້ອໄວຣັສດັ່ງກ່າວປັດຈຸບັນນີ້ຍັງຢູ່ໃນລະດັບຕໍ່າ, ແຕ່ຍັງແນະນຳໃຫ້ປະຊາຊົນລະມັດລະວັງ ແລະ ປະຕິບັດຕາມມາດຕະການປ້ອງກັນຕ່າງໆເຊັ່ນ: ຫລີກລ່ຽງການເດີນທາງໄປຕະຫລາດສັດປີກທີ່ມີຊີວິດ ເນື່ອງຈາກການຕິດເຊື້ອໄວຣັສ H5N6 ແລະ H9N2 ມັກຈະເກີດຂຶ້ນໃນຊ່ວງລະດູໜາວ ແລະ ລະດູໃບໄມ້ຫລົ່ນ.

ຣອຍເຕີລາຍງານວ່າ: ປີນີ້ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N6 ເພີ່ມຈຳນວນຂຶ້ນຢ່າງກ້າວກະໂດດ ເຮັດໃຫ້ເກີດຄວາມກັງວົນໃນບັນດາຜູ້ຊ່ຽວຊານ ໂດຍມີການລະບຸວ່າ: ໄວຣັສສາຍພັນທີ່ແຜ່ລະບາດກ່ອນໜ້ານີ້ເບິ່ງຄືວ່າຈະປ່ຽນແປງໄປ ແລະ ອາດມີການແຜ່ເຊື້ອສູ່ຄົນໄດ້ຫລາຍຂຶ້ນ.

ຂະນະທີ່ຂໍ້ມູນຈາກລັດຖະບານທ້ອງຖິ່ນ ແລະ ອົງການອະນາໄມໂລກ (WHO) ລະບຸວ່າ: ມີຜູ້ຕິດເຊື້ອ H5N6 ຫລາຍຄົນໃນປະເທດຈີນເສຍຊີວິດໃນປີນີ້.

ອ້າງອີງ:

https://www.reuters.com/…/chinas-guangdong-reports…/

ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ - 5 - ຈີນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N6 ເຕືອນປະຊາຊົນເຝົ້າລະວັງ ເຖິງວ່າຄວາມສ່ຽງລະບາດຕໍ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!