ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ

ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ -           - ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ
ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ - kitchen vibe - ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ

ໃນວັນທີ 13 ທັນວາ, ທ່ານ ມູນແຈອິນ ປະທານາທິບໍດີ ສ.ເກົາຫລີ ເປີດເຜີຍວ່າ: ທາງການ ສ.ເກົາຫລີ, ສປປ ເກົາຫລີ ລວມທັງອາເມລິກາ ແລະ ຈີນ ເຫັນພ້ອມໃນຫລັກການ ກຽມປະກາດຢຸດຕິສົງຄາມເກົາຫລີຢ່າງເປັນທາງການ ຫລັງຈາກສົງຄາມເກົາຫລີໄລຍະປີ 1950-1953 ເປັນໜຶ່ງໃນສາເຫດສຳຄັນທີ່ເຮັດໃຫ້ຈຸດຢືນຂອງ ສປປ ເກົາຫລີ ເປັນປໍລະປັກ ແລະ ຢູ່ຂົ້ວກົງກັນຂ້າມກັບອາເມລິກາ ຕະຫລອດ 7 ທົດສະວັດຜ່ານມາ.

ໃນສົງຄາມເກົາຫລີຊ່ວງເວລານັ້ນ (ເດືອນກໍລະກົດ 1953) ຢຸດຕິລົງດ້ວຍຂໍ້ຕົກລົງສະຫງົບເສິກຊົ່ວຄາວ ແລະ ຍັງບໍ່ເຄີຍມີການເຮັດສົນທິສັນຍາສັນຕິພາບແຕ່ຢ່າງໃດ. ດັ່ງນັ້ນ ໃນທາງເຕັກນິກແລ້ວຖືວ່າ ສປປ ເກົາຫລີ ແລະ ສ.ເກົາຫລີ ຍັງເປັນຄູ່ສົງຄາມກັນມາໂດຍຕະຫລອດ 70 ປີ ແລະ ຢູ່ຄົນລະຝ່າຍກັບອາເມລິກາທີ່ສະໜັບສະໜູນ ສ.ເກົາຫລີ.

ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ

ຜູ້ນຳ ສ.ເກົາຫລີ ລະບຸວ່າ: ທາງການ ສປປ ເກົາຫລີ ຈະຢຸດການເປັນປໍລະປັກລະຫວ່າງກັນກັບອາເມລິກາກ່ອນ ເຊິ່ງເປັນເງື່ອນໄຂສຳຄັນກ່ອນຈະເປີດທາງໄປສູ່ການເຈລະຈາຕ່າງໆໄດ້ ແລະ ຈາກເຫດນີ້ຈຶ່ງເປັນເຫດຜົນວ່າເປັນຫຍັງເຮົາຍັງບໍ່ສາມາດນັ່ງໂຕະເຈລະຈາເພື່ອປະກາດຖະແຫລງການ ຫລື ຂໍ້ຕົກລົງຮ່ວມກັນຂອງ ສ.ເກົາຫລີ ແລະ ສປປ ເກົາຫລີ ລວມທັງຖະແຫລງການຮ່ວມລະຫວ່າງ ສປປ ເກົາຫລີ ແລະ ອາເມລິກາ ໄດ້.

ທ່ານ ມຸນແຈອິນ ຫວັງວ່າທິດທາງການພົວພັນຂອງປະເທດຕ່າງໆເຫລົ່ານີ້ຈະເປັນໄປໃນທິດທາງທີ່ດີຂຶ້ນ, ທ່ານເຊື່ອວ່າການຢຸດຕິຂໍ້ຕົກລົງສະຫງົບເສິກຊົ່ວຄາວທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນຕະຫລອດ 70 ປີຜ່ານມາ ມີຄວາມສຳຄັນຫລາຍ. ອີກທັງການປະກາດສົນທິສັນຍາສັນຕິພາບຍັງຊ່ວຍປູທາງໄປສູ່ການແກ້ໄຂບັນຫາອາວຸດນິວເຄຼຍຂອງ ສປປ ເກົາຫລີ ເພື່ອນຳສັນຕິພາບມາສູ່ແຫລມເກົາຫລີ ແລະ ພາກພື້ນນີ້ນຳອີກ.

ທາງການຈີນເຫັນພ້ອມກັບຂໍ້ສະເໜີດັ່ງກ່າວ, ຂະນະທີ່ ສ.ເກົາຫລີ ແລະ ອາເມລິກາ ຢູ່ລະຫວ່າງການຮ່າງສົນທິສັນຍາສັນຕິພາບໃນຊ່ວງສຸດທ້າຍ. ຂະນະທີ່ ສປປ ເກົາຫລີ ປະຕິເສດຈະເຂົ້າຮ່ວມການເຈລະຈາໃດໆກໍຕາມ ຖ້າອາເມລິກາຍັງຮັກສາທ່າທີເປັນປໍລະປັກກັບ ສປປ ເກົາຫລີ ຢູ່. ຜ່ານມາໃນສະໄໝອະດີດປະທານາທິບໍດີ ໂດນັລ ທຣຳ ມີການຈັດກອງປະຊຸມສຸດຍອດຜູ້ນຳລະຫວ່າງ ອາເມລິກາ ກັບ ສປປ ເກົາຫລີ ເຖິງ 3 ຄັ້ງ ໃນຊ່ວງປີ 2018-2019, ແຕ່ເບິ່ງຄືວ່າກອງປະຊຸມດັ່ງກ່າວຈະບໍ່ປະສົບຜົນສຳເລັດເທົ່າທີ່ຄວນ ລວມທັງຈັດກອງປະຊຸມສຸດຍອດລະຫວ່າງ ສປປ ເກົາຫລີ ແລະ ສ.ເກົາຫລີ (Inter-Korean Summit) ເຖິງ 3 ຄັ້ງໃນປີ 2018 ຜ່ານມາ.

ອ້າງອີງ:

ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ - 3 - ສ.ເກົາຫລີ-ສປປ ເກົາຫລີ ເຫັນພ້ອມໃນຫລັກການ ກຽມປະກາດຢຸດສົງຄາມເກົາຫລີ ຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!