ອັງກິດຍັງອະນຸຍາດໃຫ້ແຟນບານຊົມພຣີເມຍລີກເຕັມຄວາມບັນຈຸ
December 22, 2021 - 8:20 PM




ແຟນບານຊາວອັງກິດໂລ່ງໃຈ ເມື່ອລັດຖະບານອັງກິດຈະປ່ອຍໃຫ້ກອງເຊຍເຂົ້າສະຫນາມໄດ້ເຕັມຄວາມຈຸໃນເກມບ໊ອກຊິງເດ ໂດຍບໍ່ມີການຈຳກັດຈຳນວນຜູ້ຊົມ ຢ່າງຫນ້ອຍຈະເຖິງ 27 ທັນວາ ບໍ່ຄືກັບສະກັອດແລນທີ່ຈຳກັດແຟນບານເຫລືອພຽງ 500 ຄົນເທົ່ານັ້ນ.
ແນວໃດກໍຕາມ ເຖິງວ່າຊາວອັງກິດຈະໄດ້ສະຫລອງກັນເຕັມທີ່ໃນເທສະການຄຣິສມາສ ແລະ ວັນບ໊ອກຊິງເດ ແຕ່ແຫລ່ງຂ່າວໃນດາວນິງ ສະຕຣິດ ບໍ່ປິດປະຕູທີ່ຈະອອກກົດເຂັ້ມງວດຫລາຍຂຶ້ນ ຫລັງຈາກໄລຍະເທສການວັດຢຸດທ້າຍອາທິດ.
ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຍັງບໍ່ໄດ້ປະກາດແຜນການສຳລັບຂໍ້ຈຳກັດ ກ່ອນວັດຢຸດຄຣິສມາດສໄດ້ ແຕ່ລັດຖະບານບໍ່ມີວັນເວລາພໍແລ້ວທີ່ຈະລົງຄະແນນບັງຄັບໃຊ້ກ່ອນຕົ້ນອາທິດຫນ້າ ຄາດວ່າ ຈອນສັນ ພວມພິຈາລະນາຂໍ້ມູນການຮັກສາໃນໂຮງຫມໍໃຫມ່ກ່ອນຕັດສິນໃຈວ່າຈະໃຊ້ມາດຕະການໃດຕໍ່ໄປ.
ທັງນີ້ຮອບ 24 ຊົ່ວໂມງຜ່ານມາ ອັງກິດມີຜູ້ຕິດເຊື້ອໃຫມ່ 91,207 ຄົນ ເສຍຊີວິດ 44 ຄົນ.